ດູໄບ ກາຍເປັນປະເທດທີ່ມີ “ລັດຖະບານປາສະຈາກເຈ້ຍ” ແຫ່ງທຳອິດຂອງໂລກ ເພາະລົດການໃຊ້ເອກະສານກວ່າ 336 ລ້ານສະບັບ


ຖ້າກັບໄປຫຼາຍສິບປີກ່ອນໜ້ານີ້ ຂໍ້ມູນສ່ວນຫຼາຍຂອງເຮົາແມ່ນມັກຈະຖືກບັນທຶກ ຫຼື ຖືກເກັບໄວ້ໃນເອກະສານຕ່າງ ແຕ່ປັດຈຸນີ້ການພັດທະນາຂອງເທັກໂນໂລຢີ ເຮັດໃຫ້ຂໍ້ມູນສ່ວນໃຫຍ່ໄດ້ກາຍເປັນສິ່ງທີ່ສາມາດເຂົ້າເຖິງໄດ້ງ່າຍດາຍໂດຍຜ່ານລະບົບດິຈິຕອນ. ການເຂົ້າເຖິງແຫຼ່ງຂໍ້ມູນຕ່າງໆໃນໂລກດິຈິຕອນບໍ່ພຽງແຕ່ຊ່ວຍໃຫ້ປະຢັດເວລາ ແລະ ມີຄວາມສະດວກສະບາຍໃນການຄົ້ນຫາເທົ່ານັ້ນ ແຕ່ຍັງສາມາດລົດການໃຊ້ເຈ້ຍໄດ້ອີກພ້ອມ. ສະນັ້ນຫຼາຍໆປະເທດໃນໂລກເລີ່ມຫັນມາສົນໃຈໃຊ້ວິທີການນີ້ໃນການເກັບຂໍ້ມູນເພີ່ມຂຶ້ນເລື້ອຍໆ ເຊິ່ງປະເທດ ດູໄບ ກໍເປັນປະເທດໜຶ່ງທີ່ປະສົບຜົນສຳເລັດໃນການປະຢັດການໃຊ້ເອກະສານ.

ຫຼ້າສຸດນີ້ລັດຖະບານຂອງ “ນະຄອນດູໄບ” ແຫ່ງສະຫະລັດອາຣັບເອມິເຣດ ໄດ້ກາຍເປັນ “ລັດຖະບານປາສະຈາກເຈ້ຍ” ແຫ່ງທຳອິດຂອງໂລກໄປແລ້ວຫຼັງຈາກທີ່ພວກເຂົາເຄີຍປະກາດໂຄງການນີ້ເອົາໄວ້ຕັ້ງແຕ່ປີ 2018.

ໂດຍຄວາມສຳເລັດໃນການປັບປ່ຽນລະບົບຄັ້ງນີ້ຖືກເປີດເຜີຍໂດຍ Sheikh Hamdan bin Mohammed bin Rashid Al Maktoum ເຈົ້າຊາຍແຫ່ງດູໄບ ທີ່ໄດ້ໂພສລົງ twitter ສ່ວນຕົວໃນວັນທີ 11 ທັນວາ 2021 ໂດຍໄດ້ລະບຸວ່າ ການປ່ຽນຂໍ້ມູນຈາກເອກະສານ ມາເປັນດິຈິຕອນ ສາມາດຊ່ວຍປະຢັດການໃຊ້ເອກະສານເຖິງ 336 ລ້ານສະບັບ, ຄິດເປັນແຮງງານຄົນທີ່ເຮັດວຽກແມ່ນ 14 ລ້ານຊົ່ວໂມງ ແລະ ມີມູນຄ່າເຖິງ 1.3 ພັນລ້ານ ເດີແຮມ (Dirham) ຫຼືປະມານ 350 ລ້ານໂດລາສະຫະລັດ.

ການເຄື່ອນໄຫວດັ່ງກ່າວມັນບໍ່ແມ່ນເລື່ອງເລັກໜ້ອຍ ແລະ ໄດ້ດຳເນີນ 5 ຂັ້ນຕອນ ຕາມລາຍງານຂອງສື່ຕ່າງປະເທດ. ໜ່ວຍງານຂອງລັດຖະບານດູໄບ 45 ແຫ່ງແມ່ນມີບັນຊີສຳລັບບໍລິການດິຈິຕອນຫຼາຍກວ່າ 1,800 ລາຍການ ແລະ ທຸລະກຳສຳຄັນກວ່າ 10,500 ລາຍການ ເຊິ່ງທັງໝົດນີ້ຕ້ອງໄດ້ຮັບການປ່ຽນແປງ.

ຄວາມສຳເລັດຂອງດູໄບໃນຄັ້ງນີ້ເຊື່ອວ່າຈະເປັນການເຄື່ອນໄຫວທີ່ສຳຄັນໃນດ້ານການນຳໂລກດິຈິຕອນມາໃຊ້ເຮັດວຽກເພື່ອລົດການນຳໃຊ້ເຈ້ຍ ແລະ ເຊື່ອວ່າຍັງມີອີກຫຼາຍໆລັດຖະບານໃນໂລກທີ່ຈະຍ່າງຕາມຮອຍດູໄບໃນເລື່ອງການປະຢັດໃຊ້ເອກະສານນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/