ມາຮູ້ຈັກກັບອາຈານ ພົງໄພບູນ ພອນປະເສີດ ຜູ້ຄົ້ນພົບດອກໄມ້ 4 ຊະນິດໃໝ່ຂອງໂລກ


ປະເທດລາວເຮົາແມ່ນເອີ້ນໄດ້ວ່າເປັນປະເທດທີ່ຍັງຄົງຄວາມອຸດົມສົມບູນທາງດ້ານພືດພັນໄວ້ໄດ້ດີຕັ້ງແຕ່ອະດີດຮອດປັດຈຸບັນ ແລະນັ້ນເຮັດໃຫ້ລາວເປັນໜຶ່ງໃນປະເທດທີ່ຮັ່ງມີທາງດ້ານຊັບພະຍາກອນທຳມະຊາດ. ນອກນີ້ຍັງເປັນຈຸດດີທີ່ເຮັດໃຫ້ຄົນໃນຊາດແລະຄົນຕ່າງຊາດຄິດສົນໃຈຢາກສຶກສາຄົ້ນຄວ້າກ່ຽວກັບຄວາມອຸດົມສົມບູນຂອງພືດພັນນີ້. ເມື່ອບໍ່ດົນມານີ້ ອາຈານ ພົງໄພບູນ ພອນປະເສີດ ຜູ້ທີ່ເປັນອາຈານສອນ ແລະ ນັກຄົ້ນຄວ້າ ສັງກັດຄະນະວິທະຍາສາດ ສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ທີມຄົ້ນຄວ້າໄດ້ຄົ້ນພົບ ດອກໄມ້ 4 ຊະນິດໃໝ່ຂອງໂລກທີ່ຖືກຄົ້ນພົບໃນລາວເຮົາ ເຊິ່ງມື້ນີ້ທາງທີມງານ LaoX ຂອງພວກເຮົາໄດ້ມີໂອກາດສຳພາດ ອາຈານ ພົງໄພບູນ ພອນປະເສີດ ວ່າການຄົ້ນຄວ້າຄັ້ງນີ້ດຳເນີນໄປໄດ້ແນວໃດ? ແລະ ດອກໄມ້ຊະນິດໃໝ່ນັ້ນມີຫຍັງແດ່? ເຊິ່ງການສຳພາດໃນຄັ້ງນີ້ຈະມີຂໍ້ໜ້າສົນໃຈຫຍັງແດ່ ເຮົາມາຕິດຕາມກັນໄດ້ເລີຍ.

  1. ຂໍຊື່ແທ້ນາມສະກຸນ, ມາຈາກໃສ, ປັດຈຸບັນເຮັດວຽກຢູ່ໃສ? ຕຳແໜ່ງໃດ?

ຊອ. ປທ. ພົງໄພບູນ ພອນປະເສີດ, ອາຈານສອນ ແລະ ນັກຄົ້ນຄວ້າ ສັງກັດຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ (ຫນຶ່ງໃນທີມງານການຄົ້ນຄວ້າຄັ້ງນີ້), ເວລາວ່າງມັກໃນການໄປເດີນປ່າສຳຫຼວດທຳມະຊາດ, ຖ່າຍຮູບດອກໄມ້ ແລະ ພືດພັນຊະນິດຕ່າງໆ, ມີຄວາມມັກໃນການປູກດອກເຜິ້ງ, ສະສົມ ແລະ ສຶກສາຄວາມຫຼາກຫຼາຍ ຕັ້ງແຕ່ສະໄໝຍັງຮຽນປະລິນຍາຕີຢູ່ມະຫາວິທະຍາໄລແຫ່ງຊາດ.

  1. ທີມ​ນັກ​ຄົ້ນ​ຄວ້າ ມີໃຜແດ່?
  • Dr. Michaele Rodda ນັກຄົ້ນຄວ້າຈາກສວນພຶກສາສາດສິງກະໂປ (ຊ່ຽວຊານພືດຕະກຸນດອກຈຳປາ Apocynaceae)
  • ອຈ. ປທ. ເພັດລາສີ ສຸລະເດດ, ນັກຄົ້ນຄວ້າປະລິນຍາເອກ ແລະ ອາຈານສອນສັງກັດຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ
  • ອຈ. ປທ ແກ້ວອຸດອນ ສຸວັນນະກຸມມານ, ນັກຄົ້ນຄວ້າ ແລະ ອາຈານສອນ ຄະນະວິທະຍາສາດທຳມະຊາດ
  • ທ່ານ ທີລະພົນ ວົງຖາວອນ, ນັກຄົ້ນຄວ້າ ແລະ ສະມາຄົມພັດທະນາຊຸມຊົນແຂວງສາລະວັນ
  • Assoc. Prof. Dr. Shuichiro Tagane, ຊ່ຽວຊານພືດ ມະຫາວິທະຍາໄລ Kagoshima University, ປະເທດຍີ່ປຸ່ນ
  • Prof. Dr. Tetsukazu Yahara ຊ່ຽວຊານພືດ ອາວຸໂສ ຈາກ Center for Asian Conservation Ecology, Kyushu Open University, ປະເທດຍີ່ປຸ່ນ
  1. ພືດຊະນິດໃໝ່ທີ່ພົບມີຢູ່ໃສ ແລະ ຊື່ຫຍັງແດ່?

ໄດ້ຄົ້ນພົບ ພືດຊະນິດໃໝ່ຂອງໂລກ ຈຳນວນ 4 ຊະນິດ ແລະ ຕັ້ງຊື່ພາສາລາວວ່າ:

ດອກຈິນດາພູເຂົາຄວາຍ

Ceropegia longicaudata Phonep. & Rodda

ຈາກເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ ນະຄອນຫຼວງວຽງຈັນ

ດອກລະຄັງໂຄຕະມີ

 Paraboea khotamiae Phonep. & Souvann.

ຈາກເຂດຜາຫິນປູນ ເມືອງຍົມມະລາດ, ແຂວງຄຳມ່ວນ

ຕັ້ງຊື່ເປັນກຽດແດ່ ອາຈານແມ່ ໂຄຕະມີ ໄຊຍະສອນ ອາຈານຜູ້ບຸກເບີກຄະນະວິທະຍາສາດສິ່ງແວດລ້ອມ ມຊ, ທັງເປັນຜູ້ທີ່ສອນໃນວິຊາຊີວະສາດ ແລະ ອະນຸກົມວິຖານ; ອາຈານທີ່ເຄົາລົບ ແລະ ນັບຖືຂອງຜູ້ຂຽນ

ຊີດິນໃບຕັ້ງ 𝘚𝘰𝘯𝘦𝘳𝘪𝘭𝘢 𝘦𝘳𝘦𝘤𝘵𝘪𝘧𝘰𝘭𝘪𝘢 Phonep., Soulad. & Tagane

ຈາກພູພຽງບໍລະເວນ ອຸດທະຍານແຫ່ງຊາດດົງຫົວສາວ ແຂວງຈຳປາສັກ

ຊີດິນສຸວັນ 𝘚𝘰𝘯𝘦𝘳𝘪𝘭𝘢 𝘴𝘰𝘶𝘷𝘢𝘯𝘯𝘪𝘪 Phonep. & Soulad.

ຈາກເຂດປ່າສະຫງວນພູພະນັງ ແລະ ປ່າສະຫງວນແຫ່ງຊາດພູເຂົາຄວາຍ ນະຄອນຫຼວງວຽງຈັນ

ຕັ້ງຊື່ເປັນກຽດແດ່ ທ່ານ ແກ້ວອຸດອນ ສຸວັນນະກຸມມານ ໜຶ່ງໃນຜູ້ພັດທະນາເວັບໄຊ ພາເຂົ້າລາວ (www.phakhaolao.la) ນັກພຶກສາສາດໜຸ່ມ ຜູ້ຊ່ຽວຊານພືດ 10 ຕະກຸນ (Families),​ ຫຼາຍກວ່າ 15 ສະກຸນ (Genus) ຜົນງານການຄົ້ນຄວ້າໄດ້ຖືກຮັບຮອງ ແລະ ພິມເຜີຍແຜ່ໃນວາລະສານສາກົນຫຼາຍກວ່າ 40 ຫົວເລື່ອງ. ເຈົ້າຂອງຜົນງານຮູບແຕ້ມພືດຊະນິດພັນໃໝ່ຂອງໂລກທີ່ພົບໃນລາວ ຫຼາຍກວ່າ 40 ຊະນິດ (2014-2021)

  1. ຮູ້ສຶກແນວໃດ ກັບການຄົ້ນພົບນີ້?

ການສຶກສາ ແລະ ຄົ້ນພົບພືດຊະນິດໃຫມ່ ໃນຄັ້ງນີ້ເປັນການສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນຂອງຊະນິດພັນພືດ ໃນທຳມະຊາດບ້ານເຮົາທີ່ຍັງມີຫຼວງຫຼາຍ ພວກເຮົາຮູ້ສຶກພູມໃຈໃນຊື່ພືດຕ່າງໆເຫຼົ່ານີ້ທີ່ໄດ້ເຜີຍແຜ່ສູ່ວົງການນັກພືດສາດໃນໂລກໃຫ້ຮູ້ກ່ຽວກັບພືດໃນລາວເຮົາ ໄດ້ປະກອບສ່ວນຂໍ້ມູນໃຫ້ກັບຄວາມຫຼາກຫຼາຍຂອງຊີວະນານາພັນຂອງລາວ ແລະ ຍົກລະດັບບົດບາດຂອງນັກຄົ້ນຄວ້າລາວ ໃນຖານຂໍ້ມູນສາກົນ. ໂດຍຜ່ານການຕີພິມເຜີຍແພ່ລົງວາລະສານລະດັບສາກົນຕ່າງໆ.

  1. ຢາກຝາກຫຍັງເຖິງນ້ອງໆ ນັກສຶກສາທີ່ຮຽນຢູ່ສາຂານີ້

ຂ້າພະເຈົ້າເອງເປັນຄົນໜຶ່ງທີ່ສົນໃຈ ແລະ ມັກຮັກໃນການສຶກສາ, ຖ່າຍຮູບທຳມະຊາດ ລວມທັງພືດພັນຊະນິດຕ່າງໆ. ເຖິງຈະບໍ່ໄດ້ຮຽນສາຍນີ້ມາໂດຍກົງ ແຕ່ກໍພະຍາຍາມທີ່ຈະສຶກສາຈາກວາລາສານ, ຈາກຜູ້ມີປະສົບການ, ອາຈານ ທີມງານຈາກ ມຊ, ຈາກສະຖາບັນຕ່າງໆໃນໂລກ. ຢາກຝາກເຖິງນ້ອງໆທີ່ຮຽນໃນສາຂາພືດສາດໂດຍກົງ ຫຼື ສາຂາກ່ຽວຂ້ອງ ວ່າທຳມະຊາດບ້ານເຮົາຍັງອຸດົມສົມບູນຫຼາຍ (ແຕ່ຄົນຮຽນດ້ານນີ້ຍັງໜ້ອຍ) ຍັງມີອີກຫຼາກຫຼາຍຊະນິດທີ່ລໍຖ້າໃຫ້ໄປຄົ້ນຫາ, ໄປສຶກສາ (ສັງເກດການສະພາບພື້ນທີ່, ການຈະເລີນເຕີບໂຕ ແລະ ການປັບຕົວຂອງພືດເຫຼົ່ານັ້ນໃນແຕ່ລະສະພາບແວດລ້ອມ ລວມທັງຄຸນປະໂຫຍດໃນດ້ານຕ່າງໆ), ແລະ ວາງແຜນນຳໃຊ້ຢ່າງຍືນຍົງສືບຕໍ່ໄປ.

ຂອບໃຈບົດສຳພາດຈາກ : ອາຈານ ພົງໄພບູນ ພອນປະເສີດ
ສຳພາດໂດຍ : Souli LaoX
ຮຽບຮຽງໂດຍ : Tern Saiyasack
ສຳພາດໃນຄັ້ງວັນທີ : 18/12/2021

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/