ແຂວງຫຼວງນ້ຳທາ ກຳລັງເລັ່ງແກ້ໄຂບັນຫາລົດຂົນສົ່ງສິນຄ້າ ຢູ່ເຂດດ່ານສາກົນບໍ່ເຕັນ


ແຫຼ່ງຂ່າວຈາກແຂວງຫຼວງນໍ້າທາໃຫ້ຮູ້ວ່າ: ສະພາບການຂົນສົ່ງສິນຄ້າສົ່ງອອກ ສປ ຈີນ ຢູ່ເຂດດ່ານສາກົນບໍ່ເຕັນແຂວງຫຼວງນໍ້າທາ, ປັດຈຸບັນຈໍານວນລົດຂົນສົ່ງສິນຄ້າ ນັບມື້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ພາຍຫຼັງທີ່ລັດຖະບານ ກໍຄືຄະນະສະເພາະກິດເພື່ອປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ມີມາດຕະການຜ່ອນຜັນໂດຍອະນຸຍາດໃຫ້ລົດຂົນສົ່ງສິນຄ້າ ນໍາສິນຄ້າຈາກ ສປປ ລາວ ອອກໄປ ສປ ຈີນໄດ້, ຈຶ່ງເຮັດໃຫ້ມີລົດຕິດຄ້າງເປັນຈໍານວນຫຼວງຫຼາຍ ຢູ່ເຂດດ່ານສາກົນບໍ່ເຕັນ ເພື່ອລໍາລຽງສິນຄ້າອອກໄປ ສປ ຈີນ, ເຮັດໃຫ້ການສັນຈອນໄປມາຕິດຂັດພົບຄວາມຫຍຸ້ງຍາກ ເຊິ່ງປັດຈຸບັນພາກສ່ວນກ່ຽວຂ້ອງກຳລັງເລັ່ງແກ້ໄຂບັນຫາດັ່ງກ່າວ.

ທ່ານ ພັນໂທ ລາດສະຫວ່າງ ປຣະຈິດທໍາ ຫົວໜ້າພະແນກຕໍາຫຼວດຈະລາຈອນ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ວ່າ: ສະພາບລົດຕິດຢູ່ເຂດດ່ານສາກົນບໍ່ເຕັນ, ນັບແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາ ໄດ້ເລີ່ມມີລົດຂົນສົ່ງສິນຄ້າ ຕິດຄ້າງຢູ່ຕາມແຄມທາງ ນັບຕັ້ງແຕ່ນາເຕີຍ ຫາ ດ່ານພາສີສາກົນບໍ່ເຕັນ, ມີຄວາມຍາວ 20 ກິໂລແມັດ ເພື່ອລໍຖ້າຂົນສົ່ງສິນຄ້າສົ່ງອອກໄປ ສປ ຈີນ. ນັບແຕ່ວັນທີ 13 ທັນວາ ເປັນຕົ້ນມາ ລົດຂົນສົ່ງສິນຄ້າມາຈາກພາຍໃນແຂວງ ແລະ ແຂວງຕ່າງໆທົ່ວປະເທດເຂົ້າມາຫຼາຍເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ລົດຂົນສົ່ງສິນຄ້າຈໍານວນຫຼາຍພັນຄັນຕິດຄ້າງຢູ່ລຽບຕາມເສັ້ນທາງ. ສາເຫດຂອງລົດຕິດກໍຍ້ອນວ່າ ເສັ້ນທາງຄັບແຄບ, ມີການກໍ່ສ້າງ, ການປ່ອຍລົດເຂົ້າໄປ ສປ ຈີນ ມີຈໍານວນໜ້ອຍໃນແຕ່ລະວັນ. ຕໍ່ສະພາບດັ່ງກ່າວທາງພະແນກຕໍາຫຼວດຈາລະຈອນ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ໄດ້ຈັດຕັ້ງກໍາລັງລົງລະບາຍລົດແອອັດດັ່ງກ່າວ ຕັ້ງແຕ່ວັນທີ 1 ທັນວາ ເປັນຕົ້ນມາ, ພ້ອມທັງຈັດວາງກໍາລັງອອກເປັນ 3 ຊຸດ, ຊຸດລະ 7-8 ຄົນ ເພື່ອປະຈໍາຢູ່ຈຸດຕ່າງໆ.

ພ້ອມກັນນັ້ນ, ຫ້ອງວ່າການແຂວງຫຼວງນໍ້າທາ ກໍໄດ້ອອກແຈ້ງການ ເຖິງຫ້ອງວ່າການແຂວງທົ່ວປະເທດ ສະບັບເລກທີ 799 ລົງວັນທີ 17 ທັນວາ 2021 ເລື່ອງການແກ້ໄຂ ສະພາບລົດຕິດຢູ່ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ເນື່ອງຈາກວ່າໃນໄລຍະການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງຂອງ ສປປ ລາວ ເຮັດໃຫ້ ສປ ຈີນ ເພີ່ມຄວາມເຂັ້ມງວດໃນການອະນຸຍາດໃຫ້ຄົນ ແລະ ລົດບັນທຸກສິນຄ້າເຂົ້າປະເທດ, ເຊິ່ງປັດຈຸບັນ ມີລົດບັນທຸກເຂົ້າມາດ່ານສາກົນບໍ່ເຕັນປະມານ 350 ຄັນຕໍ່ມື້, ແຕ່ດ່ານຝ່າຍຈີນອະນຸຍາດໃຫ້ເຂົ້າໄປ 150 ຄັນຕໍ່ມື້, ສົ່ງຜົນໃຫ້ມີລົດບັນທຸກຂົນສົ່ງສິນຄ້າ ຄ້າງຢູ່ດ່ານສາກົນບໍ່ເຕັນ ແລະ ຕາມເສັ້ນທາງເປັນຈໍານວນຫຼວງຫຼາຍ ແລະ ເຮັດໃຫ້ເສັ້ນທາງເຂດນາເຕີຍ ຫາດ່ານສາກົນບໍ່ເຕັນ ມີຄວາມແອອັດ, ບໍ່ສາມາດສັນຈອນໄປມາໄດ້.

ສະນັ້ນເພື່ອແກ້ໄຂຄວາມແອອັດດັ່ງກ່າວ ແຂວງຫຼວງນໍ້າທາ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ໂຈະຊົ່ວຄາວການສັນຈອນຂອງລົດບັນທຸກ ທີ່ມີຈຸດປະສົງຈະຂົນສົ່ງສິນຄ້າ ຜ່ານດ່ານສາກົນບໍ່ເຕັນ-ບໍ່ຫານ. ສໍາລັບສິນຄ້າທົ່ວໄປ ແມ່ນເລີ່ມໂຈະແຕ່ວັນອອກແຈ້ງການເປັນຕົ້ນໄປ, ສ່ວນສິນຄ້າປະເພດກະສິກໍາ ແມ່ນເລີ່ມແຕ່ວັນທີ 19 ທັນວາ ເຖິງວັນທີ 26 ທັນວາ 2021. ທັງນີ້ ກໍ ເພື່ອແຈ້ງໃຫ້ຫ້ອງວ່າການແຂວງທົ່ວປະເທດ ແຈ້ງໄປຍັງຂະແໜງການທີ່ກ່ຽວຂ້ອງ, ຜູ້ປະກອບການໃນແຂວງຂອງຕົນຊາບ ແລະ ໃຫ້ການຮ່ວມມືໃນການແກ້ໄຂບັນຫາດັ່ງກ່າວ.

ຂອບໃຈຂໍ້ມູນຈາກ: https://bit.ly/3EfPmfJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/