ນັກວິຊາການເຕືອນ! Bitcoin ອາດຢູ່ໃນຕະຫຼາດບໍ່ໄດ້ດົນ ເພາະມີສະກຸນເງິນດິຈິຕອນອື່ນ ທີ່ໃຫ້ປະໂຫຍດໄດ້ຫຼາຍກວ່າ


ດັ່ງທີ່ເຮົາຮູ້ Cryptocurrency ຫຼື ສະກຸນເງິນດິຈິຕອນໃນປັດຈຸບັນນີ້ ແມ່ນໄດ້ຮັບຄວາມນິຍົມໄປທົ່ວໂລກເປັນສິ່ງທີ່ຫຼາຍໆຄົນໃຊ້ແລກປ່ຽນຊື້-ຂາຍ ຫຼື ເຮັດທຸລະກຳຕ່າງໆ.  ແຕ່ເຖິງຈະເປັນແບບນັ້ນກໍໄດ້ມີນັກວິຊາການໄດ້ອອກມາກ່າວເຕືອນວ່າ Bitcoin ໜຶ່ງໃນສະກຸນເງິນດິຈິຕອນທີ່ມີອິດທິພົນຫຼາຍທີ່ສຸດໃນຂະນະນີ້ ອາດຈະຫາຍໄປໃນອະນາຄົດ ເພາະວ່າມີສະກຸນເງິນດິຈິຕອນຊະນິດອື່ນທີ່ໃຊ້ປະໂຫຍດໄດ້ຫຼາຍກວ່າ.

Eswar Prasad

Eswar Prasad ສາສະດາຈານອາວຸໂສດ້ານນະໂຍບາຍການຄ້າລະຫວ່າງປະເທດແຫ່ງມະຫາວິທະຍາໄລຄໍເນລ (Cornell) ໄດ້ສະແດງຄວາມຄິດເຫັນກ່ຽວກັບ Bitcoin ລະຫວ່າງການໃຫ້ສໍາພາດກັບລາຍການ Squawk Box Europe ຂອງສະຖານີໂທລະທັດ CNBC ເມື່ອວັນທີ 17 ທັນວາທີ່ຜ່ານມານີ້ ໂດຍໄດ້ລະບຸວ່າ Cryptocurrency ຍອດນິຍົມເຊັ່ນ Bitcoin ມີທ່າອ່ຽງທີ່ຈະຫາຍໄປໃນອະນາຄົດ.

Prasad ໄດ້ກ່າວຕື່ມອີກວ່າ Bitcoin ອາດມີອາຍຸການໃຊ້ງານ “ຢູ່ໄດ້ບໍ່ດົນ” ຫຼັງຈາກລາຄາຂອງ Bitcoin ໃນໄລຍະ 2-3 ປີທີ່ຜ່ານມາມີຄວາມຜັນຜວນສູງຫຼາຍ ໂດຍໃນໄລຍະປາຍເດືອນພະຈິກຫາຕົ້ນເດືອນທັນວາທີ່ຜ່ານມາລາຄາ Bitcoin ໄດ້ປັບລົງຈາກປະມານ 58,000 ໂດລາສະຫະລັດ ມາຢູ່ທີ່ 45,637 ໂດລາສະຫະລັດ ເມື່ອວັນສຸກທີ່ຜ່ານມາ (ວັນທີ 17 ທັນວາ).

ນອກຈາກນີ້ Prasad ຍັງໃຫ້ເຫດຜົນທີ່ເຮັດໃຫ້ຄາດການໄປໃນທິດທາງລົບຕໍ່ Bitcoin ເປັນເພາະ Cryptocurrency ໃນປັດຈຸບັນນັ້ນເກີດຂຶ້ນມາຫຼາຍຮ້ອຍສະກຸນ ຈາກເມື່ອກ່ອນທີ່ມີພຽງແຕ່ຫຼັກສິບ ສະນັ້ນຈຶ່ງເຮັດໃຫ້ນັກລົງທຶນມີທາງເລືອກ, ບາງສະກຸນເງິນຍັງໃຫ້ປະໂຫຍດ ແລະ ເປັນມິດຕໍ່ສິ່ງແວດລ້ອມຫຼາຍກວ່າ Bitcoin. ດັ່ງນັ້ນບົດບາດຂອງ Bitcoin ຈຶ່ງບໍ່ແມ່ນສະກຸນເງິນທີ່ຕອບໂຈດສັງຄົມອີກຕໍ່ໄປ.

ຂະນະດຽວກັນ Prasad ຍັງກ່າວອີກວ່າ Bitcoin ແມ່ນເຮັດວຽກເທິງ blockchain ບໍ່ສະຖຽນເທົ່າກັບສະກຸນເງິນຄູ່ແຂ່ງຄົນອື່ນ ພ້ອມເສີມອີກວ່າສະກຸນເງິນດິຈິຕອນຄູ່ແຂ່ງດັ່ງກ່າວອາດເປັນປະໂຫຍດເພາະອາດໃຫ້ຕົວເລືອກໃນຕົ້ນທຶນການຊຳລະເງິນໃນລະດັບຕໍ່າທີ່ທຸກຄົນສາມາດເຂົ້າເຖິງໄດ້ ເຊິ່ງນີ້ເປັນການເພີ່ມຊ່ອງທາງການລວມເຂົ້າເຖິງລະບົບການເງິນ ແລະ ສະຖຽນລະພາບທາງການເງິນທີ່ອາດເກີດຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/