ຊາຍຊາວສິງກະໂປປອມຊື່ເປັນນ້ອງຊາຍຕົນເອງຫຼັງຈາກຖືກຕຳຫຼວດເອີ້ນກວດສອບ ແຕ່ມາເກມຍ້ອນວ່ານ້ອງຊາຍຕົນເອງເປັນຜູ້ຕ້ອງຫາໜີຄະດີ!


ທາງເວັບໄຊ The Straits Times ໄດ້ລາຍງານເຫດການທີ່ເກີດຂຶ້ນທີ່ປະເທດສິງກະໂປ ໂດຍມີຊາຍຄົນໜຶ່ງຖືກຕຳຫຼວດກວດສອບໃບຂັບຂີ່ ແລະ ບັດປະຊາຊົນ ແຕ່ລາວບໍ່ຢາກບອກຊື່ແທ້ຂອງລາວເພາະລາວເຮັດຜິດກົດຈາລະຈອນມາກ່ອນ ຈຶ່ໄດ້ຕົວະເຈົ້າໜ້າທີ່ດ້ວຍການບອກຊື່ນ້ອງຊາຍຂອງລາວ. ສຸດທ້າຍກໍຖືກຈັບຢູ່ດີເພາະຊື່ນ້ອງຊາຍທີ່ລາວບອກໄປແມ່ນ ຊື່ທີ່ທາງຕຳຫຼວດກຳລັງເຮັດການນຳຈັບກຸມຢູ່ພໍດີ ເພາະວ່ານ້ອງຊາຍລາວເປັນຜູ້ຕ້ອງຫາໜີຄະດີ.

ຈາກລາຍງານລະບຸວ່າ Jason Chia Junjie ອາຍຸ 40 ຊາຍຊາວສິງກະໂປຜູ້ເປັນຕົ້ນເລື່ອງເຄີຍເຮັດຜິດກົດຈະລາຈອນ ໂດຍມີສາເຫດຈາກການທີ່ເຄີຍກ່ຽວຂ້ອງກັບການເກີດອຸບັດຕິເຫດ 2 ຄັ້ງ ໃນປີ 2008 ແລະ 2014. ດັ່ງນັ້ນຈຶ່ງເຮັດໃຫ້ Jason ຖືກລະງັບໃບຂັບຂີ່.

ຢ່າງໃດກໍຕາມ Jason ຍັງລັກຂັບລົດແບບຜິດກົດໝາຍຢູ່ດີ ຈົນເມື່ອປີທີ່ຜ່ານມາລາວຖືກຕຳຫຼວດເອີ້ນຂໍເບິ່ງໃບຂັບຂີ່ ແລະ ບັດປະຊາຊົນໃນຂະນະທີ່ກຳລັງຂີ່ລົດຢູ່ເທິງຖະໜົນ. ດ້ວຍຄວາມທີ່ Jason ບໍ່ຢາກໃຫ້ຕຳຫຼວດຈັບໄດ້ວ່າຕົນເອງຖືກລະງັບໃບຂັບຂີ່ ກໍເລີຍບອກຕຳຫຼວດໄປວ່າບໍ່ໄດ້ເອົາມາ ແຕ່ສາມາດບອກເລກປະຈຳຕົວບັດປະຊາຊົນໄດ້ ເຖິງຈະເປັນແບບນັ້ນແຕ່ Jason ບໍ່ໄດ້ບອກເລກບັດປະຊາຊົນຂອງລາວແທ້ໆ ແຕ່ລາວໄດ້ບອກເລກບັດປະຊາຊົນຂອງນ້ອງຊາຍແທນ.

ແຕ່ຄວາມບັງເອີນມັນໄດ້ເກີດຂຶ້ນກັບ Jason ເພາະວ່າເມື່ອຕຳຫຼວດນຳເອົາເລກບັດປະຊາຊົນໄປກວດສອບຂໍ້ມູນ ໃນລະບົບກໍໄດ້ພົບວ່າເລກບັດປະຊາຊົນດັ່ງກ່າວເປັນຂອງຜູ້ຕ້ອງຫາໜີຄະດີຢູ່ພໍດີ. ຫຼັງຈາກນັ້ນຕຳຫຼວດກໍໄດ້ເຮັດການຈັບກຸມ Jason ຢູ່ບ່ອນນັ້ນເລີຍ ກ່ອນທີ່ຈະມາຮູ້ພາຍລັງວ່າເປັນຄົນລະຄົນກັນ. ແຕ່ຢ່າງໃດກໍຕາມ Jason ກໍຍັງມີຄວາມຜິດຢູ່ເພາະຂັບລົດໂດຍບໍ່ມີໃບຂັບຂີ່ (ໃບຂັບຂີ່ຖືກລະງັບ).

ເຈົ້າໜ້າທີ່ Emily Koh ເລົ່າວ່າ “ຫຼັງຈາກທີ່ຄົ້ນຫາເລກບັດປະຈຳຕົວປະຊາຊົນ ກໍເຫັນໝາຍຂຶ້ນມາວ່າຊາຍຄົນນີ້ກຳລັງເປັນທີ່ຕ້ອງການຕົວຂອງຕຳຫຼວດ ກໍເລີຍລົງມືຈັບລາວ ແລະ ພາຂຶ້ນໄປນັ່ງຢູ່ເທິງລົດຕຳຫຼວດເລີຍ”.

Jason ຖືກຕັດສິນໃຫ້ມີຄວາມຜິດຈາກການໃຫ້ຂໍ້ມູນເທັດກັບເຈົ້າໜ້າທີ່ຕຳຫຼວດ ແລະ ເຮັດຜິດກົດຈະລາຈອນ ເຊິ່ງ Jason ຖືກຈຳຄຸກທັງໝົດ 9 ອາທິດ, ຖືກປັບເປັນຈຳນວນເງິນ 5,000 ໂດລາສະຫະລັດ ແລະ ຖືກຕັດສິດຈາກການຂັບລົດທຸກປະເພດເປັນເວລາ 20 ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/