ຍີ່ປຸ່ນປັບຊຸດນັກຮຽນເປັນ “Unisex” ເພື່ອສະໜັບສະໜູນ LGBTQ+


ຫຼາຍໆໂຮງຮຽນໃນຍີ່ປຸ່ນ ກຳລັງມີການປະຕິຮູບ “ຊຸດນັກຮຽນ” ຄັ້ງໃຫຍ່ ໂດຍການອອກແບບໃຫ້ມີຄວາມເປັນ “Unisex” ເພື່ອສະໜັບສະໜູນຄວາມຫຼາກຫຼາຍທາງເພດ ເຊິ່ງເປັນການສະໜັບສະໜູນນັກຮຽນທີ່ເປັນ LGBTQ+ (Lesbian, Gay, Biexual, Transgender) ຫຼັງຈາກຍຸກທີ່ຜ່ານມາ “ຊຸດນັກຮຽນ” ຖືກອອກແບບໃຫ້ແບ່ງແຍກຄວາມຄວາມເປັນເພດຊາຍເພດຍິງຢ່າງຊັດເຈນ ໂດຍນັກຮຽນຊາຍຕ້ອງໄດ້ໃສ່ເສື້ອມີຄໍສີຂາວ ກັບ ກາລະວັດ ພ້ອມກັບສູດ ແລະ ໂສ້ງຂາຍາວ ຫຼື ບາງໂຮງຮຽນກໍເປັນໂສ້ງສີຟ້າເຂັ້ມ ໃນຂະນະທີ່ນັກຮຽນຍິງແມ່ນໃສ່ເສື້ອມີຄໍສີຂາວ ກັບ ກະໂປງ.

ປັດຈຸບັນ, ຫຼາຍໂຮງຮຽນໃນຍີ່ປຸ່ນເຫັນວ່າ ຫາກສາມາດອອກແບບຊຸດນັກຮຽນໃຫ້ມີຄວາມເປັນ “Unisex”  ໄດ້ ຈະສາມາດລົດຄວາມຮູ້ສຶກອຶດອັດໃຈ ຫຼື ຄວາມທຸກຂອງນັກຮຽນທີ່ເປັນ LGBTQ.

ໃນເດືອນເມສາ ປີ 2018 ໂຮງຮຽນ Kashiwanoha ໃນແຂວງຊິບະ ແມ່ນໄດ້ເລີ່ມໃຫ້ນັກຮຽນສາມາດເລືອກໄດ້ວ່າຈະໃສ່ກະໂປງ ຫຼື ໂສ້ງ ແລະ ການເລືອກໃສ່ເສື້ອຄຸມນອກຕາມໃຈ ເຊິ່ງເປັນສາເຫດຂອງການປ່ຽນແປງນະໂຍບາຍການນຸ່ງເຄື່ອງແບບ ໂດຍມາຈາກຜົນການປະຊຸມຂອງຄະນະກຳມະການຄູ ແລະ ຜູ້ປົກຄອງທີ່ໄດ້ຫາລືກັນໃນເລື່ອງນີ້.

ໃນທີ່ສຸດເກືອບ 90% ຂອງຜູ້ປົກຄອງ ແລະ ນັກຮຽນ ເຫັນດີກົງກັນວ່າ ຄວນໃຫ້ນັກຮຽນໄດ້ມີອິດສະຫຼະໃນການເລືອກເຄື່ອງແບບ ເຊັ່ນນັກຮຽນຍິງຄວນໄດ້ຮັບອະນຸຍາດໃຫ້ໃສ່ໂສ້ງໄດ້ຄືກັບນັກຮຽນຊາຍ ເພາະນອກຈາກຈະສາມາດສະດວກໃນການໄປມາແລ້ວ ຍັງສາມາດຊ່ວຍໃຫ້ຮ່າງກາຍໄດ້ຮັບຄວາມອົບອຸ່ນໃນລະດູໜາວໄດ້ນຳອີກ.

ການເຄື່ອນໄຫວປະຕິຮູບຊຸດນັກຮຽນໃນຄັ້ງນີ້ ເລີ່ມແຜ່ກະຈາຍໄປໃນໂຮງຮຽນຕ່າງໆໃນຍີ່ປຸ່ນ ເຊັ່ນໂຮງຮຽນໃນຟຸກຸໂອກະຍົກເລີກຊຸດນັກຮຽນຊາຍແບບເສື້ອຄໍຕັ້ງ ແລະ ຊຸດກະລາສີຂອງນັກຮຽນຍິງ ພ້ອມກັບປະກາດນະໂຍບາຍໃນປີ 2019 ໃຫ້ນັກຮຽນທຸກຄົນສາມາດເລືອກໃສ່ໂສ້ງ ຫຼື ກະໂປງກໍໄດ້.

ທ່ານ Anri Ishizaki ຫົວໜ້າກຸ່ມ FRENS ອົງກອນທີ່ບໍ່ສະແຫວງຫາຜົນກຳໄລ ເພື່ອສະໜັບສະໜູນ LGBTQ ເຜີຍວ່າ ການໃສ່ຊຸດນັກຮຽນທີ່ລະບຸເພດຊາຍຍິງ ເຮັດໃຫ້ນັກຮຽນບໍ່ສາມາດສະແດງເພດແທ້ໆຂອງໂຕເອງ ເຮັດໃຫ້ຮູ້ສຶກເປັນພາລະ ແລະ ບໍ່ສະບາຍໃຈທີ່ບໍ່ຈະໃສ່ ຈົນເຮັດໃຫ້ບໍ່ມີສະມາທິໃນການຮ່ຳຮຽນ, ນອກຈາກນັ້ນ ເຄື່ອງແບບກໍບໍ່ໄດ້ເປັນປັດໄຈດຽວທີ່ເຮັດໃຫ້ເຂົາເຈົ້າຮູ້ສຶກບໍ່ສະບາຍໃຈ ແຕ່ເປັນອົງປະກອບສຳຄັນເພາະເປັນສິ່ງທີ່ໃສ່ຕິດໂຕໝົດມື້. ດັ່ງນັ້ນ ການສະເໜີທາງເລືອກໃນການແຕ່ງກາຍນັກຮຽນຈະເຮັດໃຫ້ນັກຮຽນຮູ້ສຶກຜ່ອນຄາຍຄວາມຮູ້ສຶກອຶດອັດໄດ້.

ຕາມການລາຍງານການສຳຫຼວດຂອງກະຊວງສຶກສາທິການ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ (Ministry of Education, Culture, Sports, Science and Technology) ເປີດເຜີຍວ່າໃນປີ 2014 ມີນັກຮຽນລະດັບປະຖົມ ແລະ ມັດທະຍົມສົມບູນ ໄດ້ຂໍເຂົ້າປຶກສາພາວະຄວາມບໍ່ພໍໃຈໃນເພດໂຕເອງ ຈາກ 606 ຄົນ ເຮັດໃຫ້ປີຕໍ່ມາ ກະຊວງດັ່ງກ່າວ ຈຶ່ງກະຕຸ້ນໃຫ້ໂຮງຮຽນສະໜັບສະໜູນ LGBTQ ພ້ອມທັງຄຳນຶງເຖິງເຄື່ອງແບບນັກຮຽນ, ຊົງຜົມ ແລະ ຫ້ອງນ້ຳນັກຮຽນ.

Tombow Co. ບໍລິສັດຕັດຫຍິບຊຸດນັກຮຽນໃຫ້ກັບໂຮງຮຽນມັດທະຍົມ Kashiwanoha ຕ້ອງປັບປ່ຽນເຊັ່ນກັນ ໂດຍຫັນມາຜະລິດຊຸດ “Unisex” ຫຼາຍຂຶ້ນ ຫຼັງຈາກທີ່ໂຮງຮຽນສອບຖາມເຂົ້າມາ ແລະ ເປັນເວລາດຽວກັນກັບກະຊວງສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ແຈ້ງນະໂຍບາຍໃໝ່ເລື່ອງຊຸດນັກຮຽນພໍດີ.

Ayumi Okuno ນັກອອກແບບຊຸດຂອງ Tombow ເລົ່າວ່າຈາກການໂອ້ລົມກັບນັກຮຽນ LGBTQ ຫຼາຍຄົນແມ່ນບໍ່ຕ້ອງການໃສ່ຊຸດນັກຮຽນທີ່ບົ່ງບອກຄວາມແຕກຕ່າງຊັດເຈນຂອງຮູບຮ່າງວ່າ ນີ້ແມ່ນຊຸດຊາຍ ຫຼື ນີ້ແມ່ນຊຸດຍິງ ດັ່ງນັ້ນ, ເຮົາຈຶ່ງພະຍາຍາມອອກແບບຊຸດທີ່ບໍ່ເນັ້ນສ່ວນໂຄ້ງຂອງຮ່າງກາຍແມ່ຍິງ.

ແນວໃດກໍຕາມ, Koshin Taki ຮອງອາຈານໃຫຍ່ໂຮງຮຽນມັດທະຍົມ Kashiwanoha ຢ້ຳຕື່ມວ່າຫຼັງຈາກເລີ່ມໃຊ້ນະໂຍບາຍນີ້ ແມ່ນຕ້ອງໄດ້ສັງເກດຕື່ມກ່ຽວກັບ ປະຕິກິລິຍາຂອງນັກຮຽນ, ເພາະນັກຮຽນຍິງບາງຄົນ ຢ້ານວ່າໃສ່ໂສ້ງແລ້ວຈະກາຍເປັນຈຸດສົນໃຈໃນສາຍຕາຂອງຄົນອື່ນ ແຕ່ເຮົາຫວັງວ່າຈະຊ່ວຍໃຫ້ນັກຮຽນໄດ້ເລືອກໃນສິ່ງທີ່ເຂົາຕ້ອງການ ໂດຍບໍ່ຈຳເປັນຕ້ອງເປີດເຜີຍເພດທີ່ແທ້ຈິງວ່າໂຕເອງເປັນເພດໃດອີກຕໍ່ໄປ.

ທີ່ມາ: https://www.japantimes.co.jp/news/2018/06/21/national/social-issues/school-uniforms-go-unisex-japanese-schools-seek-better-fit-lgbt-students/#161614591749

ຮູບພາບ: The JapanTime, what happen in Japan.