ຄອບຄົວທ່ານ ອ່ອນທອງ ປູກໝາກກະທັນ ແລະ ຕົ້ນໄມ້ໃຫ້ໝາກ ມີລາຍໄດ້ 100 ກວ່າລ້ານກີບຕໍ່ປີ


ໃນປັດຈຸບັນ ປະເທດລາວເຮົາເປັນປະເທດໜຶ່ງທີ່ຍັງນຳເຂົ້າສິນຄ້າຈາກປະເທດເພື່ອນບ້ານຫຼາຍພໍສົມຄວນ ແລະ ໃນດ້ານກະສິກຳຂອງລາວເຮົານັ້ນກໍຍັງບໍ່ທັນກວ້າງໄກ ແຕ່ກໍຍັງມີຫຼາຍແຂວງຫຼາຍກະສິກຳປູກຝັງລ້ຽງສັດ ທີ່ເປັນການສ້າງທຶນດ້ວຍທຶນຂອງຕົນເອງ ພ້ອມທັງມີຫຼາຍຄອບຄົວທີ່ສາມາດປ່ຽນອາຊີບເຮັດໄຮ່ເຮັດນາ ຫັນມາເຮັດກະສິກຳປູກຝັງ ເຊິ່ງມີຫຼາຍແຂວງຫຼາຍບ້ານຫຼາຍຄອບຄົວທີ່ມີລາຍໄດ້ຫຼາຍກວ່າ 100 ລ້ານກີບຕໍ່ປີ ເຮັດໃຫ້ປະຊາຊົນທີ່ເຮັດກະສິກຳສາມາດລ້ຽງຊີບຕົນເອງໄດ້ ແລະ ຍັງມີສິນຄ້າທີ່ມີຄຸນະພາບ ສົ່ງອອກຕ່າງແຂວງນຳອີກດ້ວຍ.

ຄອບຄົວ ທ່ານ ອ່ອນທອງ ບ້ານຍຳ ເມືອງຊຽງຄໍ້ ແຂວງຫົວພັນ ກໍເປັນອີກຄອບຄົວໜຶ່ງ ທີ່ເປັນຄອບຄົວຕົວແບບເຮັດກະສິກຳປູກຝັງ ເຊິ່ງແຕ່ກ່ອນເປັນຄອບຄົວທີ່ຍັງຂາດເຂີນດ້ານການເງິນ ຈຶ່ງໄດ້ມາເຮັດກະສິກຳປູກຕົ້ນໄມ້ໃຫ້ໝາກ ຕັ້ງແຕ່ປີ 1997 ຈົນມາຮອດປັດຈຸບັນ, ໃນແຕ່ລະປີມີລາຍໄດ້ເຖິງ 100 ລ້ານກີບ ເຊິ່ງສາມາດລ້ຽງຊີບຄອບຄົວໄດ້ດີຫຼາຍກວ່າແຕ່ກ່ອນ.

ທ່ານ ອ່ອນທອງ ເມື່ອກ່ອນກໍເປັນຄອບຄົວໜຶ່ງ ທີ່ຖືເອົາການເຮັດນາປູກເຂົ້າ ເຊິ່ງໃນແຕ່ລະປີໄດ້ຂາຍອອກແຕ່ກໍຍັງບໍ່ກຸ້ມກິນ, ຊີວິດການເປັນຢູ່ຍັງຄົງຫຍຸ້ງຍາກຂາດເຂີນ ເວລາເຈັບເປັນເອັນອຸ່ນກໍບໍ່ມີງເງິນປິ່ນປົວ.

      ມາຮອດປີ 1997 ເພິ່ນຈຶ່ງປ່ຽນມາປູກຕົ້ນໄມ້ໃຫ້ໝາກ ໃນເບື້ອງຕົ້ນນັ້ນໄດ້ເລີ່ມປູກໝາກລຳໄຍ ແລະ ປູກໝາກກະທັນ ສະຫຼັບໃສ່ຈຳນວນໜຶ່ງ, ພາຍຫຼັງທີ່ປູກໄດ້ 2-3 ປີ ເຫັນໄດ້ວ່າໝາກກະທັນນັ້ນງາມຂຶ້ນ ແລະ ໃຫ້ຜົນຜະລິດດີກວ່າ, ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ.

ມາຮອດປີ 2005 ທ່ານ ອ່ອນທອງ ໄດ້ຂະຫຍາຍເນື້ອທີ່ອອກ ເພື່ອປູກໝາກກະທັນຕື່ມ ເຊິ່ງປີໜຶ່ງສາມາດຂາຍໄດ້ 60 ກວ່າລ້ານກີບຕໍ່ປີ, ຖ້າລວມກັບການຂາຍໝາກອື່ນໆ ມີລາຍໄດ້ເຖິງ 100 ລ້ານກີບ, ໃນເນື້ອທີ່ດິນເປົ່າຂອງເພິ່ນນັ້ນແມ່ນຍັງໄດ້ປູກຫົວສີໄຄເສີມໃສ່ກ້ອງກົກໝາກກະທັນ, ປູກໝາກເຜັດ, ໝາກເຂືອ ແລະ ການປູກນັ້ນແມ່ນບໍ່ໄດ້ໃສ່ປຸຸ໋ຍ, ໃສ່ພຽງຝຸ່ນຈາກທຳມະຊາດເປັນຕົ້ນເອົາຝຸ່ນງົວທີ່ເພິ່ນລ້ຽງເອງນັ້ນມາໃສ່. ນອກຈາກນີ້ ກໍຍັງໄດ້ລ້ຽງໝູປະກອບຕື່ມອີກດ້ວຍ.

ນອກຈາກປູກໝາກກະທັນແລ້ວຍັງປູກໝາກມ່ວງ, ໝາກລຳໄຍ ລ້ຽງສັດໃຫຍ່-ນ້ອຍ, ລ້ຽງປາ ແລະ ປູກພືດຜັກຕ່າງໆຕື່ມອີກ. ປັດຈຸບັນມີເນື້ອທີ່ປູກໄມ້ໃຫ້ໝາກປະມານ 5 ເຮັກຕາ, ມີເນື້ອທີ່ປູກໝາກກະທັນ 2 ເຮັກຕາ, ເນື້ອທີ່ປູກໝາກມ່ວງ 2 ເຮັກຕາ ແລະ ປູກໝາກລຳໄຍ 1 ເຮັກຕາ.

ນາຍບ້ານຍັງເວົ້າໃຫ້ຮູ້ຕື່ມອີກວ່າຄອບຄົວທ່ານ ອ່ອນທອງ ເປັນຄອບຄົວທີ່ເອົາໃຈໃສ່ດຸໝັ່ນຕໍ່ການເຮັດກະສິກຳ ແລະ ຍັງເປັນຄອບຄົວແບບຢ່າງໃຫ້ແກ່ບ້ານອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://fb.watch/4lbij0rWYO/