ຊ້າງປ່ວຍໜັກ 20 ໂຕຢູ່ອິນເດຍ ໄດ້ຮັບການກະສຽນອາຍຸ ຫຼັງຖືກໃຊ້ງານຢ່າງໜັກມາຫຼາຍປີຢູ່ອາເມີ


ເມື່ອເວົ້າເຖິງປະເທດທີ່ນຳໃຊ້ຊ້າງໃນອຸດສາຫະກຳການທ່ອງທ່ຽວສູງສຸດ ອິນເດຍແມ່ນຕິດອັນດັບທີ 2 ຂອງໂລກ ຮອງແຕ່ປະເທດເພື່ອນບ້ານຢ່າງປະເທດໄທ ໂດຍມີສະຖານທີ່ທ່ອງທ່ຽວສຳຄັນຢ່າງ “ປ້ອມອາເມີ (Amer Fort) ທີ່ມີຊ້າງເຮັດວຽກຢູ່ນັ້ນຫຼາຍກວ່າ 100 ໂຕ ເຊິ່ງພວກມັນຕ້ອງເຮັດວຽກໜັກທຸກມື້ ແຕ່ວ່າໄດ້ອາໄສຢູ່ໃນສະພາບແວດລ້ອມທີ່ບໍ່ດີເລີຍ.

ດັ່ງນັ້ນ, ອົງກອນພິທັກສັດແຫ່ງໂລກ (World Animal Protection) ຈຶ່ງໄດ້ຮ່ວມລົນນະລົງຊ່ວຍເຫຼືອຊ້າງທີ່ປ້ອມອາເມີມາຕະຫຼອດຫຼາຍປີ ຈົນໃນທີ່ສຸດ ກົມປ່າໄມ້ອິນເດຍກໍສັ່ງໃຫ້ການກະສຽນແກ່ຊ້າງທີ່ມີອາການປ່ວຍໜັກ 20 ໂຕ ເມື່ອຕົ້ນເດືອນກຸມພາທີ່ຜ່ານມາ ຫຼັງຈາກທີ່ທີມສັດຕະວະແພດລົງພື້ນທີ່ກວດສຸຂະພາບຊ້າງເມື່ອກາງປີກ່ອນ ແລ້ວພົບວ່າສຸຂະພາບຂອງຊ້າງກຸ່ມນີ້ຂ້ອນຂ້າງໜ້າເປັນຫ່ວງ.

ອົງກອນພິທັກສັດແຫ່ງໂລກຈຶ່ງຮຽກຮ້ອງໃຫ້ພາກລັດຂອງອິນເດຍເຂົ້າຊ່ວຍເຫຼືອ ກ່ອນຈະມີການປະກາດຫ້າມນຳສັດທີ່ມີອາການປ່ວຍ ຫຼື ມີສະພາບຮ່າງກາຍບໍ່ສົມບູນມາໃຊ້ເພື່ອຄວາມບັນເທີງ.

ເຫດການນີ້ຖືເປັນອີກກ້າວສຳຄັນທີ່ຈະຊ່ວຍເຫຼືອຍົກລະດັບຄຸນະພາບຊີວິດຊ້າງໃນອຸດສາຫະກຳການທ່ອງທ່ຽວຂອງອິນເດຍ ແລະ ຍັງເປັນແບບຢ່າງໃຫ້ອີກຫຼາຍປະເທດທົ່ວໂລກອີກດ້ວຍ. ອົງກອນພິທັກສັດແຫ່ງໂລກເຊື່ອວ່າ ເຮົາສາມາດປ່ຽນຮູບແບບການທ່ອງທ່ຽວ ຈາກການນຳຊ້າງມາເປັນພາຫະນະ ຫຼື ໃຊ້ເພື່ອຄວາມບັນເທີງ ເປັນການສົ່ງເສີມໃຫ້ມີການດູແລຊ້າງໃນຮູບແບບອື່ນເຊັ່ນ: ການເຮັດປາງຊ້າງ ເຊິ່ງນັກທ່ອງທ່ຽວສາມາດຮັບຊົມວິຖີຊີວິດຂອງຊ້າງຕາມທຳມະຊາດໄດ້ໂດຍບໍ່ທໍລະມານພວກມັນ.

ພາບ: worldanimalprotection.ca, holidify.com

ຂອບໃຈຂໍ້ມູນຈາກ: