ນັກວິທະຍາສາດຄົ້ນພົບວິທີຮັກສາອຳມະພາດຈາກການບາດເຈັບຂອງໄຂສັນຫຼັງໃນໜູໄດ້ແລ້ວ


ຫຼາຍຄົນອາດຈະຮູ້ຢູ່ແລ້ວວ່າ ອາການບາດເຈັບຢູ່ໄຂສັນຫຼັງນັ້ນ ຮັກສາໄດ້ຍາກຫຼາຍ ຫຼື ບໍ່ສາມາດປິ່ນປົວໄດ້ເລີຍ, ມັນເຮັດໃຫ້ເສັ້ນປະສາດບໍ່ສາມາດເຮັດວຽກໄດ້ ຈົນເກີດເປັນອຳມະພາດທີ່ຜູ້ປ່ວຍຈະບໍ່ສາມາດເໜັງຕີງບໍລິເວນສ່ວນລຸ່ມຂອງຮ່າງກາຍໄດ້.​ ເຊິ່ງໃນປັດຈຸບັນສ່ວນໃຫຍ່ຈະຮັກສາດ້ວຍການຜ່າຕັດ ແຕ່ກໍຍັງມີຄວາມສ່ຽງສູງ ພ້ອມກັບຄ່າໃຊ້ຈ່າຍທີ່ແພງ, ຕ້ອງຜ່າຕັດຊ້ຳໆຫຼາຍຄັ້ງ ແຕ່ກໍບໍ່ໄດ້ຜົນ.

ໃນທີ່ສຸດການຮັກສາອາການບາດເຈັບຂອງໄຂສັນຫຼັງກໍມີຫວັງໃນການຮັກສາສຳເລັດຫຼາຍຂຶ້ນ ເມື່ອທີມນັກວິໄຈ ນຳໂດຍ ດຣ. Dietmar Fischer ແຫ່ງມະຫາວິທະຍາໄລ Ruhr-Universitat Bochum ຂອງປະເທດເຢຍລະມັນ ໄດ້ພົບວິທີຮັກສາອາການບາດເຈັບຈາກໄຂສັນຫຼັງໃນໜູໃຫ້ກັບມາເປັນປົກກະຕິ ໂດຍການອອກແບບໂປຣຕີນ Hyper-interleukin-6 ເພື່ອສ້າງເສັ້ນປະສາດໃໝ່ຂຶ້ນມາ.

ການວິໄຈດັ່ງກ່າວແມ່ນຢູ່ພາຍໃຕ້ກົດຈາລິຍະທຳ ແລະ ຈັນຍາບັນ ໜູບາດເຈັບທີ່ນຳມາທົດລອງ ນັກວິທະຍາສາດໄດ້ມາຈາກທຳມະຊາດ ບໍ່ແມ່ນເຮັດໃຫ້ໜູບາດເຈັບໂດຍນັກວິໄຈແລ້ວຈຶ່ງມາຮັກສາ.

ນັກວິໄຈໄດ້ເຮັດໃຫ້ຮ່າງກາຍໜູສ້າງໂປຣຕີນ Hyper-interleukin-6 ຈາກເຊວສະໝອງ ຫຼັງຈາກນັ້ນໂປຣຕີນດັ່ງກ່າວຈະຖືກນຳໄປທີ່ເຊວປະສາດຢູ່ໄຂສັນຫຼັງ ກະຕຸ້ນໃຫ້ເກີດການສ້າງເສັ້ນປະສາດທີ່ເສຍຫາຍໃໝ່ ແລະ ໃຊ້ເວລາ 2-3 ອາທິດ ໜູກໍເລີ່ມກັບມາຍ່າງໄດ້.

ທີ່ໜ້າເຫຼືອເຊື່ອແມ່ນ ວິທີການນີ້ບໍ່ໄດ້ມີການຜ່າຕັດແຕ່ຢ່າງໃດ ທີມນັກວິໄຈພຽງແຕ່ກະຕຸ້ນສະໝອງ ຈາກນັ້ນກໍພຽງລໍຖ້າ ແລະ ໜູກໍກັບມາຍ່າງໄດ້ປົກກະຕິ.

ເຖິງຢ່າງໃດກໍຕາມ ການທົດລອງດັ່ງກ່າວກໍຍັງຕ້ອງເຝົ້າຕິດຕາມເບິ່ງໃນໄລຍະຍາວເລື່ອງຜົນຂ້າງຄຽງທີ່ຈະເກີດຂຶ້ນ. ການວິໄຈນີ້ໃຫ້ຄວາມຫວັງວ່າ ການຮັກສາອາການບາດເຈັບຂອງໄຂສັນຫຼັງທີ່ມີຄວາມສ່ຽງຫຼາຍ ໃຫ້ປອດໄພຍິ່ງຂຶ້ນ.

ຂອບໃຈຂໍ້ມູນຈາກ:

https://www.nature.com/articles/s41467-020-20112-4?fbclid=IwAR3KMthRAJPgxKBA5XOQR7JaQCoddr-kDevtx9tp_sVpCEQult3yVFXLiws

https://www.facebook.com/environman.th/posts/3483100791818343