ນະວັດຕະກຳໃໝ່ “ຜ້າປິດປາກຮັກສິ່ງແວດລ້ອມ” ເຮັດຈາກເຟືອງ ໃຊ້ແລ້ວຝັງດິນ ກາຍເປັນດອກໄມ້


ໃນຍຸກໂຄວິດ-19 ແບບນີ້ ໜຶ່ງໃນສິ່ງທີ່ຈຳເປັນ ແລະ ສຳຄັນທີ່ສຸດຄົງໜີບໍ່ພົ້ນຜ້າປິດປາກອະນາໄມ ສິ່ງທີ່ທຸກຄົນຕ້ອງມີຕິດຕົວທຸກເທື່ອທີ່ອອກໄປນອກບ້ານ, ແຕ່ຜ້າປິດປາກອະນາໄມເຫຼົ່ານັ້ນສ່ວນຫຼາຍແມ່ນໃຊ້ເທື່ອດຽວຖິ້ມ ຈຶ່ງພາໃຫ້ເກີດບັນຫາຂີ້ເຫຍື້ອຜ້າປິດປາກຕາມມາ.

ຈາກບັນຫາຂີ້ເຫຍື້ອຜ້າປິດປາກທີ່ເພີ່ມຂຶ້ນຢ່າງມະຫາສານ ເຮັດໃຫ້ Marianne de Groot ກຣາຟິກດີໄຊເນີ ຊາວເນເທີແລນ ເກີດແນວຄວາມຄິດປະດິດຜ້າປິດປາກອະນາໄມທີ່ສາມາດຍ່ອຍສະຫຼາຍໄດ້ 100% ພ້ອມກັນນັ້ນຍັງຝັງເມັດຕົ້ນດອກໄມ້ໄວ້ໃນຜ້າປິດປາກ ເມື່ອເວລາທີ່ຖືກຖິ້ມ ຕົ້ນດອກໄມ້ທີ່ຢູ່ທາງໃນຈະຈະເລີນເຕີບໃຫຍ່ມາມີປະໂຫຍດຕໍ່ເຜິ້ງ ແລະ ສັດອື່ນໆ ທັງໝົດນີ້ເອີ້ນວ່າໂຄງການ “Mariebeebloom”

Marianne de Groot ກ່າວວ່າ ຕົນເອງໄດ້ແຮງບັນດານໃຈມາຈາກການທີ່ເຫັນຂີ້ເຫຍື້ອຜ້າປິດປາກອະນາໄມຖືກຖິ້ມເຕັມໄປໝົດໃນທຸກບ່ອນ ຈຶ່ງຄິດຢາກໃຫ້ມີຜ້າປິດປາກທີ່ເປັນມິດກັບສິ່ງແວດລ້ອມຂຶ້ນມາ ແລະ ມັນກໍສາມາດໃຊ້ວຽກໄດ້ຄືກັບຜ້າປິດປາກທົ່ວໄປທຸກຢ່າງ.

ວັດສະດຸທີ່ເອົາມາເຮັດເປັນສ່ວນປະກອບຜ້າປິດປາກນັ້ນ ເຮັດຈາກເຈ້ຍເຟືອງເຂົ້າ (Rice paper) ພ້ອມຝັງເມັດພັນດອກໄມ້ປະຈຳທ້ອງຖິ່ນໃນປະເທດ ແລະ ສາຍຄ້ອງຫູແມ່ນເຮັດມາຈາກຂົນແກະ ແລະ ດ້າຍທີ່ຖັກຈາກພືດ.

ຂອບໃຈຂໍ້ມູນຈາກ:

https://brightvibes.com/2206/en/these-fully-biodegradable-face-masks-grow-into-flowers-when-buried?fbclid=IwAR0Yjxav_k-k8adOMS3bmkj0it7Hxs8i3p7-J_ADYeMeADFzFoFKiQpgbxo

https://www.facebook.com/mariebee.bloom

https://www.facebook.com/environman.th/posts/3498547380273684

https://mariebeebloom.com/?fbclid=IwAR0Yjxav_k-k8adOMS3bmkj0it7Hxs8i3p7-J_ADYeMeADFzFoFKiQpgbxo