ຍີ່ປຸ່ນປະສົບຜົນສຳເລັດໃນການທົດລອງ “ຫາຍໃຈທາງກົ້ນ” ໃນໝູ ຈະເອົາມາປະຍຸກໃຊ້ໃນທາງການແພດ ເພື່ອຊ່ວຍເຫຼືອຊີວິດມະນຸດ


ທີມວິໄຈຈາກມະຫາວິທະຍາໄລການແພດ TMDU (Tokyo Medical and Dental University) ປະເທດຍີ່ປຸ່ນ ໄດ້ຄິດຄົ້ນວິທີໃນການຊ່ວຍຊີວິດມະນຸດ ທີ່ກ່ຽວຂ້ອງການລະບົບທາງເດີນຫາຍໃຈລົ້ມເຫຼວ ໂດຍສະເພາະໃນຍຸກໂຄວິດ-19 ແບບນີ້, ໂດຍການທົດລອງ ນຳເອົາອັອກຊີເຈນເຂົ້າສູ່ກະແສເລືອດຜ່ານທາງຮູທະວານ ຫຼື ທາງກົ້ນໃນໝູທີ່ມີໂຄງສ້າງຄ້າຍກັບມະນຸດ ຈົນໃນທີ່ສຸດກໍປະສົບຜົນສຳເລັດ ແລະ ຈະນຳມາປັບໃຊ້ທາງການແພດເພື່ອຊ່ວຍເຫຼືອຊີວິດມະນຸດ.

ທີມນັກວິໄຈໄດ້ທົດລອງເອົາຂອງແຫຼວ ເພີຟລູອໍໂຣຄາບອນ (PFC) ທີ່ອິ່ມຕົວດ້ວຍອັອກຊີເຈນມາສວນທະວານ ເນື່ອງຈາກກ່ອນໜ້ານີ້ເຄີຍນຳມາໃຊ້ຮັກສາປອດຂອງເດັກນ້ອຍເກີດໃໝ່ ແລະ ຖືກທົດລອງໃຫ້ມະນຸດຫາຍໃຈດ້ວຍຂອງແຫຼວມາແລ້ວ ໂດຍບໍ່ເປັນພິດ ຫຼື ອັນຕະລາຍຢ່າງໃດ.

ການວິໄຈດັ່ງກ່າວ ຖືກນຳມາທົດລອງກັບໝູ 4 ໂຕ ປາກົດວ່າ ໝູທັງ 4 ມີລະດັບອັອກຊີເຈນໃນກະແສເລືອດສູງ ທຸກຄັ້ງທີ່ສານ PFC ເຂົ້າສູ່ລຳໄສ້, ສ່ວນໝູ 2 ໂຕທີ່ໄດ້ຮັບການຜ່າຕັດໃສ່ຫຼອດບັນຈຸສານ PFC ໃນລຳໄສ້ໂດຍກົງ ກໍມີລະດັບອັອກຊີເຈນໃນຮ່າງກາຍສູງຂຶ້ນເຊັ່ນກັນ, ຜິວໜັງຂອງໝູອົບອຸ່ນຂຶ້ນ ແລະ ມີສີເລືອດຂຶ້ນຢ່າງເຫັນໄດ້ຊັດເຈນ.

ຜູ້ນຳທີມວິໄຈ ທາຄາໂນຣິ ທາຄາເບະ ໄດ້ກ່າວວ່າ ການສຶກສານີ້ມີປະໂຫຍດໃນການຊ່ວຍເຫຼືອຜູ້ປ່ວຍກ່ຽວກັບລະບົບທາງເດີນຫາຍໃຈໃນອະນາຄົດ ຢ່າງໃດກໍຕາມກໍຕ້ອງໄດ້ທົດລອງ ແລະ ຕິດຕາມຜົນຕໍ່ໄປອີກດົນ ເພື່ອຄວາມປອດໄພໃນມະນຸດ.

ຂອບໃຈຂໍ້ມູນຈາກ:
https://mgronline.com/around/detail/9640000047529
https://www.bbc.com/thai/international-57130150

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/