Google LaMDA ລະບົບ AI ທີ່ສາມາດສົນທະນາ ແລະ ຕອບໂຕ້ໄດ້ເກືອບເທົ່າມະນຸດ


Google LaMDA ເປັນນະວັດຕະກຳໜຶ່ງທີ່ພັດທະນາມາຈາກ Google Assistant, ເປັນລະບົບ AI ກວດສອບການນຳໃຊ້ພາສາ ແລະ ສາມາດຕອບໂຕ້ກັບຜູ້ໃຊ້ ຄືກັບວ່າເຮົາກຳລັງສົນທະນາກັບຄົນອີກຄົນໜຶ່ງ, ໄດ້ເປີດຕົວໃນງານ Google I/O 2021ທີ່ຜ່ານມາ.

LaMDA ຫຍໍ້ມາຈາກ Language Model for Dialogue Applications, ຖ້າໃຫ້ແປຕາມຕົວກໍຈະເປັນ “ຮູບແບບພາສາສຳລັບແອັບພິເຄຊັ່ນສົນທະນາ” ເປັນຄ້າຍໆກັບລະບົບສົນທະນາທີ່ເຮົາສາມາດລົມໄປເລື້ອຍໆ ໂດຍບໍ່ມີສິ້ນສຸດຄືກັບວ່າເຮົາລົມກັບໝູ່ ຫຼື ບຸກຄົນອື່ນ.

ນອກຈາກນີ້ LaMDA ຍັງມິໂໝດທີ່ສາມາດຈຳລອງຕົນເອງເປັນສິ່ງຂອງຕ່າງໆ ຕັ້ງແຕ່ໂຕະ, ຕັ່ງ, ເຮືອບິນ ຫຼື ແມ່ນແຕ່ດາວເຄາະ ເຮັດໃຫ້ເຮົາສາມາດເຂົ້າເຖິງອາລົມຂອງສິ່ງຂອງນັ້ນໆ.

ລອງນຶກເຖິງພາບ ເວລາເຮົາເບິ່ງຮູບເງົາເລື່ອງ IRON MAN ແລ້ວມີ AI ທີ່ສາມາດຕອບໂຕ້, ສົນທະນາ ແລະ ໃຫ້ຂໍ້ມູນອັນເປັນປະໂຫຍດແກ່ເຮົາໄດ້ແບບ JAVIS ກໍຄົງຈະສາມາດເຮັດໃຫ້ຊີວິດເຮົາສະດວກສະບາຍຂຶ້ນໄປຕື່ມ ເຊິ່ງ Google LaMDA ກໍມີຄວາມສາມາດເຊັ່ນນັ້ນ.

ຕອນນີ້ LaMDA ຍັງບໍ່ທັນໄດ້ຖືກນຳໃຊ້ຮ່ວມກັບແອັບພຣິເຄຊັ່ນອື່ນຂອງ Google ແລະ ຍັງຢູ່ໃນໄລຍະການພັດທະນາເພື່ອຈະມາເປັນຜູ້ຊ່ວຍ AI ທີ່ສາມາດໃຫ້ຄຳຕອບທີ່ໜ້າສົນໃຈ ແລະ ຖືກຕ້ອງທີ່ສຸດແກ່ຜູ້ໃຊ້.

ຮັບຊົມວີດີໂອ ການທົດສອບການສົນທະນາກັບ LaMDA ທີ່ແທນຕົນເອງເປັນ ດາວພູໂຕ ແລະ ເຮືອບິນເຈ້ຍ :

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/