ແຟຣ້ງ ໄຊຍະຈັກ ໜຸ່ມລາວຜູ້ສາມາດສອບເສັງເອົາໃບປະກາດດ້ານການກວດສອບຄວາມປອດໄພລະດັບສາກົນໄດ້


ແສງໄຊ ໄຊຍະຈັກ ຫຼື ແຟຣ້ງ ໄວໜຸ່ມລາວຜູ້ມີຄວາມສົນໃຈທາງດ້ານ Computer Security ຫຼື ລະບົບຄວາມປອດໄພທາງດ້ານຄອມພິວເຕີ້ ໄດ້ເຂົ້າສອບເສັງ ແລະ ໄດ້ຮັບໃບຢັ້ງຢືນຈາກ OSCP ຂອງບໍລິສັດ Offensive Security ໃນລະດັບສາກົນຂອງປະເທດ ສະຫະລັດອາເມຣິກາ ແລະ ປັດຈຸບັນເປັນ CEO ຢູ່ ບໍລິສັດ ຊີຄິວ ຈຳກັດ ທີ່ໃຫ້ບໍລິການ ດ້ານຄວາມປອດໄພຄອມພິວເຕີ້ຄົບວົງຈອນ.

ແຟຣ້ງໄດ້ກ່າວເຖິງຄວາມສຳຄັນຂອງການສອບເສັງເທື່ອນີ້ວ່າ  “OSCP ເປັນ Certificate ດ້ານ Cyber Security ຂອງບໍລິສັດ Offensive Security ຢູ່ປະເທດ ສະຫະລັດອາເມລິກາ ທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ, ຖືວ່າໃບເບີກທາງໃຫ້ແກ່ຜູ້ສົນໃຈເຮັດວຽກສາຍ Offensive Security ຫຼາຍໆຄົນເລີຍ”.

ພ້ອມທັງໄດ້ເລົ່າເຖິງຂັ້ນຕອນການກຽມຕົວ ແລະ ການສອບເສັງດັ່ງນີ້:

“ກ່ອນສອບເສັງເຮົາສາມາດເລືອກໄດ້ວ່າຈະຮຽນ 1 ເດືອນ, 2 ເດືອນ ຫຼື 3 ເດືອນ, ເພື່ອກະກຽມຄວາມພ້ອມສຳລັບການສອບເສັງ. ຮູບແບບການສອບເສັງຈະມີເວລາໃຫ້ 2 ມື້ ແລະ ມີຜູ້ຄຸມເບິ່ງເຮົາຜ່ານກ້ອງ ແລະ ເບິ່ງໜ້າຈໍເຮົາຕະຫລອດການສອບເສັງ.

24 ຊົ່ວໂມງທຳອິດແມ່ນຈະມີ Server 5 ເຄື່ອງໃຫ້ຜູ້ສອບເສັງ Hack ເຂົ້າເອົາຂໍ້ມູນລັບອອກມາ ເກນໃນການຜ່ານແມ່ນ 70 ຄະແນນ.

ສ່ວນອີກ 24 ຊົ່ວໂມງຕໍ່ມາແມ່ນການຂຽນບົດລາຍງານວິທີການ Hack ແຕ່ລະຂັ້ນຕອນ ແລະ ຫຼັກຖານການຜ່ານໂຈດ.

 ມື້ສອບເສັງເປັນມີຄວາມກົດດັນຫຼາຍ ແລະ ເຮົາຕ້ອງມີການບໍລິຫານຈັດການເວລາທີ່ດີເພາະການ Hack ເຂົ້າເຄື່ອງໜຶ່ງບໍ່ແມ່ນເລື່ອງງ່າຍ ມັນຈະຫຼອກໃຫ້ເຮົາໄປ Hack ຜິດຈຸດເຮັດໃຫ້ເສຍເວລາ ແລະ ທໍ້ໄດ້, ເຮົາຕ້ອງໄດ້ພັກເພື່ອ Clear ສະໝອງທຸກໆຊົ່ວໂມງ.

ການກຽມພ້ອມແມ່ນຕ້ອງມີວິໄນ ແລະ ການບໍລິຫານຈັດການເວລາທີ່ດີ ເພາະໄດ້ອ່ານບົດຮຽນຫຼາຍ ແລະ ເຮັດ exercise ໃນແຕ່ລະ chapter ລວມທັງໝົດປະມານ 800 ໜ້າ ແລະເຮັດ Lab ອີກ 40/50 ເຄື່ອງ ເປັນເວລາ 3 ເດືອນ. ທັງໝົດແມ່ນຕ້ອງເຮັດທຸກໆຕອນແລງ ຫຼັງຈາກກັບຈາກຫ້ອງການ.”

“ຮູ້ສຶກພູມໃຈໃນຕົນເອງທີ່ສຸດ ເພາະ OSCP ເປັນໃບຢັ້ງຢືນໜຶ່ງທີ່ຝັນວ່າຢາກໄດ້ ຕັ້ງແຕ່ຕອນຍັງນ້ອຍສົນໃຈເລື່ອງ Security ໃໝ່ໆ ແລະຕອນນີ້ກໍເປັນຈິງແລ້ວ ມັນກໍຊ່ວຍເພີ່ມຄວາມໝັ້ນໃຈໃຫ້ຕົວເຮົາເອງ ລວມທັງໃຫ້ລູກຄ້າໝັ້ນໃຈວ່າລູກຄ້າຈະໄດ້ຮັບການບໍລິການລະດັບສາກົນໂດຍຄົນລາວແນ່ນອນ.”

ນອກຈາກຜົນງານທີ່ໄດ້ກ່າວມາແລ້ວ ໃນສະໄໝຮຽນ ເເຟຣ້ງຍັງເຄີຍເປັນຕົວແທນປະເທດລາວໄປແຂ່ງ Microsoft Office World Championship ຢູ່ ສະຫະລັດອາເມລິກາ 2 ປີຊ້ອນ ປີ 2014 ແລະ 2015 ແລະ ກໍເປັນຕົວແທນປະເທດລາວໄປແຂ່ງ Cyber Security ຢູ່ປະເທດສິງກະໂປ ປີ 2019 ນຳ.

ຜົນສຳເລັດເທື່ອນີ້ຂອງແຟຣ້ງຄົງຈະເປັນອີກເລື່ອງ ທີ່ສາມາດເປັນແຮງບັນດານໃຈໃຫ້ແກ່ນັກສຶກສາ ຫຼື ຜູ້ທີ່ມີຄວາມສົນໃຈທາງດ້ານຄວາມປອດໄພທາງຄອມພິວເຕີ້.

ຂໍຂອບໃຈບົດສຳພາດຈາກ : Frank Xayachack

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/