ກົນລະຍຸດໃໝ່ອາເມຣິກາ ແຈກລັອດເຕີຣີ້ລຸ້ນເງິນຮາງວັນ 1 ລ້ານໂດລາ!!! ໃຫ້ກັບປະຊາຊົນທີ່ມາສັກວັກຊີນ


ໃນສະຫະລັດອາເມຣິກາ ໄດ້ລະດົມໂຄສະນາໃຫ້ປະຊາຊົນອອກມາສັກວັກຊີນຢ່າງໜັກ ເຊິ່ງປັດຈຸບັນ ມີປະຊາຊົນໄດ້ຮັບວັກຊີນໂຄວິດ-19 ໄປແລ້ວ 270 ລ້ານຄົນ, ໃນນັ້ນມີທັງຜູ້ທີ່ໄດ້ຮັບວັກຊີນຄົບ 2 ໂດສ ແລະ 1 ໂດສ. ແຕ່ກໍຍັງມີຜູ້ທີ່ຍັງບໍ່ກະຕືລືລົ້ນ ຫຼື ເອົາໃຈໃສ່ໃນການໄປສັກວັກຊີນ ທາງລັດເລີຍມີນະໂຍບາຍອອກມາເພື່ອຊັກຈູງປະຊາຊົນໃຫ້ອອກມາສັກວັກຊີນ ດ້ວຍການແຈກລັອດເຕີຣີ້ທີ່ລຸ້ນເງິນຮາງວັນສູງເຖິງ 1 ລ້ານໂດລາ!!!.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຜູ້ວ່າການລັດໂອໄຮໂອ ໄດ້ສະເໜີແຈກລັອດເຕີຣີ້ລຸ້ນເງິນຮາງວັນ 1 ລ້ານໂດລາ ຈຳນວນ 5 ຮາງວັນ ໃຫ້ປະຊາຊົນທີ່ໄປສັກວັກຊີນຢ່າງໜ້ອຍ 1 ໂດສ, ໂດຍຈະຈັບສະຫຼາກທຸກໆ 1 ອາທິດ.

ນອກນັ້ນທາງມະຫານະຄອນນິວຢອກ ກໍໄດ້ມີຈຸດສັກວັກຊີນຢູ່ຕາມສະຖານີລົດໄຟໃຕ້ດິນ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ຍັງແຈກບັດໂດຍສານ “ເມໂທຣ ກາຣ໌ດ” ສຳລັບໃຊ້ບໍລິການລົດໄຟໄດ້ຟຣີ 7 ວັນ ແກ່ຜູ້ສັກວັກຊີນຂອງ Johnson & Johnson. ຍັງມີອີກຫຼາຍສະຖານີທີ່ແຈກປີ້ໂດຍສານຟຣີ ເຊິ່ງກ່ອນໜ້ານັ້ນ ພວກເຂົາຍັງໄດ້ແຈກບັດເຂົ້າຊົມສະຖານທີ່ທ່ອງທ່ຽວຫຼາຍບ່ອນມາແລ້ວ.

ຂອບໃຈຂໍ້ມູນຈາກ:
https://bit.ly/3wkg3MO
https://bit.ly/2T3qaaq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/