ໄວໜຸ່ມທີ່ມັກເຕັ້ນມີພອນສະຫວັນດ້ານການສະແດງ, ຮ້ອງເພງ ຫຼື ແຣັບ Pledis Audition In Thailand ເປີດໃຫ້ສະໝັກແລ້ວ!


ສຳລັບໄວໜຸ່ມ ທີ່ມີຄວາມຮັກ ຫຼື ມີຄວາມສາມາດ ພອນສະຫວັນໃນທາງດ້ານການສະແດງ, ການເຕັ້ນ, ການຮ້ອງເພງ ຫຼື ແຣັບ ເພື່ອຕາມຫາຄວາມຝັນໃຫ້ເປັນຈິງ ຫຼື ເຮັດໃນສິ່ງທີຕົນເອງມັກໃຫ້ປະສົບຜົນສຳເລັດ ໂອກາດກໍຈະມີມາເລື້ອຍໆ ແລະ ຖ້າມີໂອກາດຫຼາຍຄົນກໍມັກຈະຄວ້າມັນມາ.

ເປັນຕົ້ນແມ່ນທາງປະເທດໄທ ກໍຈະເປີດໂອກາດໃຫ້ໄວໜຸ່ມຢູ່ສະເໝີ ມີລາຍການຕ່າງໆ ທີ່ພ້ອມສະໜັບສະໜູນໃຫ້ໄວໜຸ່ມທີ່ມີຄວາມສາມາດໃນດ້ານຕ່າງໆທີ່ກ່າວມານີ້ ພ້ອມກັບເລືອກເຟັ້ນເອົາຄົນທີ່ມີຄວາມພ້ອມ, ຮັກໃນດ້ານການສະແດງ ມີຄວາມສາມາດດ້ານການເຕັ້ນ ການຮ້ອງ-ແຣັບ ໃຫ້ທຸກຄົນມາປະກວດ ເພື່ອໄປເດບິ້ວທີ່ປະເທດເກົາຫຼີ.

May be an image of 7 people, people standing and text

2021 Pledis Audition In Thailand ໄດ້ຮ່ວມກັບ Audition Partner ເປີດຮັບສະໝັກອໍດິຊັ່ນ ເຟັ້ນຫາສີລະປິນເຝິກຫັດ ເພື່ອເດບິ້ວທີ່ປະເທດເກົາຫຼີ.

Pledis Entertainment ຕົ້ນສັງກັດນັກຮ້ອງ K-POP ແລະ Idol ເກົາຫຼີຊື່ດັງຫຼາກຫຼາຍ ເຊັ່ນ: After School, SEVENTEEN ແລະ NU’EST.

ເປີດຮັບສະໝັກ ຕັ້ງແຕ່ມື້ນີ້ຈົນຮອດ ວັນທີ 31 ພຶດສະພາ 2021, ບໍ່ຈຳກັດເພດ ຫຼື ສັນຊາດ, ເອົາຜູ້ທີ່ເກີດລະຫວ່າງປີ 2003-2010.

ປະເພດການປະກວດ: ເຕັ້ນ, ຮ້ອງເພງ, ແຣັບ, ການສະແດງ, ເດີນແບບ (ເລືອກຢ່າງໃດຢ່າງໜຶ່ງ ບໍ່ໃຫ້ເກີນ 2 ປະເພດ)

뉴이스트 사진

STEP 1: ການສະໝັກອໍດິຊັ່ນລົງທະບຽນອອນລາຍ ໃສ່ຂໍ້ມູນ ແລະ ສົ່ງຄິບ, ວີດີໂອ ແລະ ຮູບພາບຜ່ານລິ້ງ: https://bit.ly/33Lkhka ຫຼື ສະແກນ QR Coded.

STEP 2: ຜູ້ທີ່ຜ່ານການຄັດເລືອກຮອບທຳອິດໄດ້ມາ ອໍດິຊັ່ນສົດ ຕໍ່ໜ້າຄະນະກຳມະການຈາກ Pledis Entertainment ທີ່ສະຕູດິໂອ Audition Partner.

ສິ່ງທີ່ຕ້ອງແນບສົ່ງ:

1.ຄິບວີດີໂອສະແດງຄວາມສາມາດ (ເປັນລິ້ງ URL)

2. ຮູບພາບທີ່ເຫັນໃບໜ້າຢ່າງຊັດເຈນ 1 ພາບ.

  • ເຕັ້ນ: ບໍ່ຈຳກັດປະເພດເພງ, ຄວາມຍາວບໍ່ເກີນ 1 ນາທີ 30 ວິນາທີ (ເປີດເພງເຕັ້ນ)
  • ຮ້ອງ ຫຼື ແຣັບ: ບໍ່ຈຳກັດປະເພດເພງ, ຮ້ອງສົດ ບໍ່ມີດົນຕີ, ຄວາມຍາວບໍ່ເກີນ 1 ນາທີ.
  • ການສະແດງ: ບໍ່ຈຳກັດປະເພດເພງ ຫຼື ບໍ່ຈຳກັດການສະແດງ, ພາສາ, ຄວາມຍາວບໍ່ເກີນ 1 ນາທີ.
  • ເດີນແບບ: ບໍ່ຈຳກັດຮູບແບບ ແລະ ຄວາມຍາວບໍ່ໃຫ້ເກີນ 1 ນາທີ.
세븐틴 사진

ສອບຖາມຂໍ້ມູນເພີ່ມຕື່ມ:

Instagram : @auditionpartner

Facebook : Audition Partner – ออดิชั่น ใครว่ายาก

Line O/A : @auditionpartner

ຫຼື ເວັບໄຊ:  Pledis Entertainment

https://pledisaudition.co.kr

Instagram: @pledis_audition_official

ຂອບໃຈຂໍ້ມູນຈາກ: https://bit.ly/3v5UWO2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/