ຍານ Perseverance ລົງຈອດສຳເລັດແລ້ວ ເທິງດາວອັງຄານ


ໃນເວລາປະມານ 3 ໂມງເຊົ້າຂອງວັນທີ 19 ກຸມພາ 2021 (ຕາມເວລາປະເທດລາວ) ທີ່ຜ່ານມາ ໄດ້ມີການຖ່າຍທອດສົດພາລະກິດລົງຈອດເທິງດາວອັງຄານ ຂອງຍານ Perseverance ເຊິ່ງຖືກປ່ອຍອອກຈາກໂລກຕັ້ງແຕ່ວັນທີ 30 ກໍລະກົດ 2020 ແລະໃນທີ່ສຸດກໍໄດ້ເດີນທາງຮອດດາວອັງຄານ ແລະເຂົ້າສູ່ຂະບວນການລົງຈອດ ເຊິ່ງຫລ້າສຸດຍານໄດ້ສົ່ງພາບຈາກກ້ອງລົງຈອດມາຮອດສະຖານີໂລກ ລະບຸວ່າການລົງຈອດສຳເລັດເປັນໄປດ້ວຍດີ ຫລັງຈາກນີ້ກໍຈະເລີ່ມປະຕິບັດພາລະກິດສຳຫລວດດາວອັງຄານ.

ໃນການຖ່າຍທອດສົດການລົງຈອດນັ້ນ ທີມພາກພື້ນຢູ່ໂລກ ແມ່ນໄດ້ເຮັດວຽກຕິດຕາມຄ່າເຊັນເຊີຕ່າງໆ ທີ່ຍານສົ່ງມາ ແລ້ວລຸ້ນວ່າຈະເຮັດສຳເລັດຫລືບໍ່ ໂດຍບໍ່ສາມາດຄວບຄຸມຫຍັງໄດ້ເລີຍ ເນື່ອງຈາກໄລຍະທາງທີ່ໄກ ການສົ່ງສັນຍານໃຊ້ເວລາຫລາຍນາທີກວ່າຈະຮອດ ຈຶ່ງບໍ່ສາມາດຄວບຄຸມຈາກໂລກໄດ້ ລະບົບລົງຈອດຈະເຮັດຕາມໂປຣແກຣມທີ່ຖືກຂຽນກຳນົດໄວ້ຢ່າງຮັດກຸມ.

ຂັ້ນຕອນການລົງຈອດເປັນສິ່ງທີ່ທ້າທາຍ ໂດຍຂັ້ນຕອນການລົງຈອດຈະເອີ້ນວ່າ EDL (Entry, Descent, Landing) ເມື່ອເຂົ້າສູ່ຂັ້ນຕອນການລົງຈອດ ເລີ່ມຕົ້ນສ່ວນຂອງ Cruise Stage ຈະຖືກປ່ອຍຖິ້ມອອກກ່ອນເຂົ້າສູ່ຊັ້ນບັນຍາກາດຂອງດາວອັງຄານ ເຊິ່ງ Cruise Stage ນີ້ມີໄວ້ເພື່ອປ້ອງກັນລະບົບໄຟຟ້າຂອງຍານ ໃນຂະນະເດີນທາງຈາກໂລກສູ່ດາວອັງຄານ ເມື່ອຮອດຕອນລົງຈອດມັນຈຶ່ງບໍ່ຈຳເປັນ ຕ້ອງສະຫລະຖິ້ມເພື່ອຫລຸດນ້ຳຫນັກຂອງຍານ.

ຫລັງຈາກນັ້ນຍານຈະເຂົ້າສູ່ຊັ້ນບັນຍາກາດຂອງດາວອັງຄານ ເຊິ່ງໂຕຍານຈະມີໂຕກັນຄວາມຮ້ອນ Ablative Heat Shield ສຳລັບກັນຄວາມຮ້ອນຕອນສຽດສີກັບຊັ້ນບັນຍາກາດ ແຕ່ເລື່ອງຄວາມຮ້ອນບໍ່ແມ່ນປະເດັນຫລັກ ເນື່ອງຈາກຊັ້ນບັນຍາກາດຂອງດາວອັງຄານ ເບົາບາງກວ່າໂລກເຖິງ 100 ເທົ່າ ເຮັດໃຫ້ຄວາມຮ້ອນຈາກການສຽດສີ ຈະບໍ່ຫລາຍຄືກັບລົງຈອດເທິງໂລກ. ແຕ່ເນື່ອງຈາກບັນຍາກາດທີ່ເບົາບາງນີ້ ເຮັດໃຫ້ຄວາມໄວຂອງຍານບໍ່ຫລຸດລົງ ນອກຈາກບໍ່ຫລຸດລົງແລ້ວ ຍິ່ງເຂົ້າໃກ້ພື້ນຜິວທໍ່ໃດ ແຮງດຶງດູດຂອງດາວອັງຄານກໍຈະມີຜົນເຮັດໃຫ້ໂຕຍານຕົກລົງໄວຂຶ້ນເລື້ອຍໆ ຂັ້ນຕອນທີ່ຍາກຂອງການລົງຈອດ ຈຶ່ງແມ່ນການອອກແບບລະບົບເບຣກຜ່ອນຄວາມໄວຂອງຍານ.

ເມື່ອຍານຫ່າງຈາກພື້ນຜິວຂອງດາວອັງຄານປະມານ 12 ກິໂລແມັດ ຈ້ອງໂຕທຳອິດຈະຖືກກາງອອກ ເພື່ອຜ່ອນຄວາມໄວຂອງການຕົກລົງ ໃນຕອນນີ້ຍານຈະຕົກລົງດ້ວຍຄວາມໄວປະມານ 1,500 ກມ/ຊມ ອີກ 20 ວິນາທີຕໍ່ມາຫລັງກາງຈ້ອງ ຄວາມໄວຈະຫລຸດລົງເຫລືອພຽງ 600 ກມ/ຊມ ແລະຮອດຕອນນີ້ ແຜງກັນຄວາມຮ້ອນຈະຖືກດີດອອກ ເພື່ອຫລຸດນ້ຳຫນັກຂອງຍານລົງອີກ ແລະຈະເຮັດໃຫ້ຄວາມໄວຂອງຍານຫລຸດລົງເຫລືອ 300 ກມ/ຊມ. ຈາກນັ້ນ ຍານຈະໃຊ້ລະບົບ Radar ເພື່ອສະແກນພື້ນຜິວ ແລະເລືອກຕຳແຫນ່ງລົງຈອດທີ່ປອດໄພ.

ຮອດຂັ້ນຕອນນີ້ເຖິງຄວາມໄວຈະລົດລົງໄປຫລາຍກໍຕາມ ແຕ່ດ້ວຍຄວາມໄວ 300 ກມ/ຊມ ຖ້າຕົກກະທົບພື້ນ ຍານຄົງແຕກເສຍຫາຍແນ່ນອນ ຂັ້ນຕອນການເບຣກສຸດທ້າຍຈຶ່ງສຳຄັນ. ແຕ່ດ້ວຍຄວາມຫ່າງຈາກພື້ນຜິວທີ່ຕ່ຳ ການໃຊ້ຈ້ອງເບຣກຈຶ່ງບໍ່ພຽງພໍ ລະບົບສຸດທ້າຍຈຶ່ງຖືກເປີດໃຊ້ ໂດຍເປັນຈະຫລວດທີ່ຊື່ວ່າ Sky Crane ຈະເບຣກຈົນຄວາມໄວຂອງຍານເຫລືອ 27 ກມ/ຊມ ຈາກນັ້ນມັນຈະປັບຕຳແຫນ່ງໃຫ້ເຫມາະສົມ ແລະຈຶ້ງກາງອາກາດ ປ່ອຍສາຍເຄເບີ້ນຫ້ອຍລົດ Rover ທີ່ຈະແລ່ນສຳຫລວດເທິງດາວອັງຄານລົງສູ່ພື້ນຜິວຢ່າງປອດໄພ.

ເມື່ອລົງຈອດສຳເລັດ ໂຕລົດ Perseverance Rover ກໍຈະເລີ່ມປະຕິບັດງານໂດຍການ ເປີດນຳໃຊ້ອຸປະກອນຕ່າງໆ ແລະກວດສອບວ່າມີຫຍັງເສຍຫາຍຫລືບໍ່ ເພື່ອແຈ້ງມາຫາສະຖານີໂລກ ແລ້ວກໍຈະເລີ່ມອອກສຳຫລວດ.

ເຊິ່ງເປົ້າຫມາຍຂອງພາລະກິດ Perseverance ນີ້ແມ່ນຈະໄປສຳຫລວດ ບໍລິເວນທີ່ເອີ້ນວ່າ Jezero Crater ເຊິ່ງເປັນພື້ນທີ່ທີ່ພົບຮ່ອງຮອຍຫລັກຖານຂອງການມີນ້ຳ ອັນຈະຊ່ອຍໄຂປິດສະຫນາວ່າດາວອັງຄານເຄີຍມີສິ່ງທີ່ມີຊີວິດຢູ່ຫລືບໍ່ ນອກນັ້ນຍັງມີເຮລິຄັອບເຕີນ້ອຍຊື່ວ່າ Ingenuity ທີ່ຈະຖືກປ່ອຍອອກບິນສຳຫລວດ ແລະເປັນຄັ້ງທຳອິດທີ່ຍານບິນສຳຫລວດຖືກສົ່ງໄປບິນເທິງດາວອັງຄານນຳອີກ.

Perseverance ເປັນນຶ່ງໃນພາລະກິດທີ່ນອນໃນພາລະກິດໃຫຍ່ຊື່ວ່າ Mars 2020 ເຊິ່ງຖືເປັນນຶ່ງໃນພາລະກິດໃຫຍ່ທີ່ສຸດເທົ່າທີ່ມະນຸດລົງທຶນໃສ່ການສຳຫລວດດາວອັງຄານ ເພາະນີ້ຈະເປັນການສຳຫລວດ ແລະຫາວິທີພາມະນຸດກຸ່ມທຳອິດໄປຕັ້ງຖິ່ນຖານເທິງດາວອັງຄານໃນອະນາຄົດ.

ທີ່ມາ: https://spaceth.co/mars-2020-landing-preparation/