ໂລກອາດມີການປ່ຽນແປງ! ເມື່ອບໍລິສັດໃຫຍ່ປະມານ 400 ບໍລິສັດທີ່ເຄີຍປ່ອຍແກ໊ສເຮືອນແກ້ວຢ່າງມະຫາສານ ຈະຫັນມາເຮັດຂໍ້ຕົກລົງລົດແກ໊ສໂລກຮ້ອນໃຫ້ໄວກວ່າກຳນົດ!


ເປັນທີ່ຮູ້ດີວ່າແກ໊ສ ຫຼື ມົນລະພິດຕ່າງໆນັ້ນ ສ່ວນຫຼາຍແມ່ນມາຈາກໂຮງງານອຸດສາຫະກຳໃຫຍ່ໆທົ່ວໂລກ ແຕ່ຕອນນີ້ເຮົາອາດຈະເຫັນໂລກມີການປ່ຽນແປງໃນອະນາຄົດອັນໃກ້ ເພາະວ່າປະມານ 400 ບໍລິສັດທີ່ມີສ່ວນໃນການປ່ອຍແກ໊ສເຮືອນແກ້ວ ໄດ້ປ່ຽນແຜນຂໍ້ຕົກລົງຮ່ວມກັນເພື່ອລົດການປ່ອຍຄາບອນພາຍໃນປີ 2050 ໃຫ້ໄວກວ່າກຳນົດການເກົ່າ ນັ້ນແມ່ນປີ 2024.

ການຕົກລົງຄັ້ງນີ້ແມ່ນເກີດຂຶ້ນໃນການປະຊຸມອອນໄລນ໌ Davos World Economic Forum ມີບໍລິສັດເໝືອງລາຍໃຫຍ່ Arcelor Mittal, ບໍລິສັດຂົນສົ່ງຊິບປິ້ງ Maersk ແລະ ບໍລິສັດນ້ຳມັນ Shell ເຂົ້າຮ່ວມນຳ, ເຊິ່ງພວກເຂົາມີຄວາມມຸ່ງໝັ້ນລະດັບໂລກທີ່ຈະລົດການປ່ອຍມົນລະພິດຫຼາຍຂຶ້ນ.

ບໍລິສັດທີ່ຢູ່ໃນຂໍ້ຕົກລົງທັງໝົດ ມາຈາກອຸດສາຫະກຳຂະໜາດໃຫຍ່ທົ່ວໂລກເຊັ່ນ: ເຫຼັກກ້າ, ຊີມັງ, ເຄມີ, ອາລູມິນຽມ, ຂົນສົ່ງ, ການບິນ ແລະ ການບັນທຸກ ເມື່ອໄລ່ລວມກັນນັບເປັນ 1/3 ຂອງແກ໊ສທີ່ຖືກປ່ອຍຂຶ້ນຊັ້ນບັນຍາກາດເລີຍ.

ຂໍ້ຕົກລົງດັ່ງກ່າວ ຕັ້ງເປົ້າໝາຍວ່າ ຈະຮີບດ່ວນພະຍາຍາມຕໍ່ສູ້ກັບວິກິດການສະພາບພູມອາກາດທີ່ “ຂໍ້ຕົກລົງປາຣີສ” ກຳນົດໄວ້, ຖ້າຈະຫວັງໃຫ້ແຕ່ລະປະເທດດຳເນີນການເພື່ອຢຸດການເພີ່ມຂຶ້ນຂອງອຸນຫະພູມໂລກບໍ່ໃຫ້ເກີນ 1.5 ອົງສານັ້ນອາດຈະບໍ່ພຽງພໍ ຈຳເປັນຕ້ອງໃຫ້ຕົ້ນຕໍອຸດສາຫະກຳເຂົ້າມາມີສ່ວນຮ່ວມນຳ.

ທີ່ມາ:

https://www.reuters.com/article/us-climate-change-industry/heavy-industry-transport-sectors-to-align-on-net-zero-climate-plans-idUSKBN29W0E6?fbclid=IwAR3CT_wMjkLITzieQysXJxfwvgiMOT0WoKD_ti_e3M493xisxU-3x4e9W8A