Lets Go Digital ປ່ອຍຮູບ Concept Render ຂອງ Samsung Galaxy Note 21 FE ເອົາໃຈສາວົກຂອງ Samsung


ຜ່ານມາແລ້ວເຄິ່ງເດືອນກຸມພາກັບ Smart Phone ລະດັບໄຮເອັນຂອງ Samsung ຮຸ່ນທຳອິດປະຈຳປີ 2021 ທີ່ວາງຈຳໜ່າຍໄປເມື່ອເດືອນທີ່ຜ່ານມານັ້ນຄື Galaxy S21 Series, ຕາມຄວາມເປັນຈິງຕອນນີ້ເປັນເລື່ອງທີ່ຕ້ອງລໍຖ້າໃຫ້ຮອດເດືອນສິງຫາກ່ອນຈຶ່ງຈະມີຜະລິດຕະພັນໃໝ່ຂອງ Samsung ອອກມານັ້ນກໍຄື Galaxy Note ເຊິ່ງປີນີ້ກໍເປັນເວລາ 10 ປີແລ້ວທີ່ Samsung ໄດ້ເປີດຕົວ Note Series ອອກມາ.

ແຕ່ມີຂ່າວລືທີ່ອອກມາວ່າຫຼາຍປີກ່ອນ Samsung ຕ້ອງການຍຸຕິ Note Series ດ້ວຍຄວາມທີ່ Smart Phone ຮຸ່ນນີ້ມີລັກສະນະຄ້າຍຄືກັບຮຸ່ນອື່ນໆຫຼາຍຂຶ້ນເລື້ອຍໆ ເຖິງແມ່ນວ່າຈະມີຊ່ວງເວລາໜຶ່ງທີ່ Galaxy Note ໂດດເດັ່ນດ້ວຍໜ້າຈໍທີ່ໃຫຍ່ທີ່ສຸດ, Battery ທີ່ໃຫຍ່ທີ່ສຸດ ແລະ ແນ່ນອນວ່າມີບິກ S Pen ທີ່ເປັນສັນຍາລັກ.

ແຕ່ຕັ້ງແຕ່ Samsung ເປີດຕົວຮຸ່ນ Ultra ໃນ S Series ຄຸນສົມບັດທີ່ເປັນເອກະລັກເຫຼົ່ານີ້ຈຶ່ງບໍ່ໄດ້ໂດດເດັ່ນສຳລັບ Note Series ອີກຕໍ່ໄປ, ຕົວຢ່າງ S20 Ultra ທີ່ມີໜ້າຈໍຂະໜາດໃຫຍ່ ແລະ Battery ທີ່ໃຫຍ່ກວ່າ Note 20 Ultra ແລະ S21 Ultra ທີ່ເປີດຕົວໄປເມື່ອເດືອນທີ່ຜ່ານມານີ້ຍັງຮອງຮັບບິກ S Pen ອີກ.

Samsung Galaxy Note ຮຸ່ນໃໝ່ໃນປີ 2021 ຈະມີແທ້ ຫຼື ບໍ່?

Samsung ປະຕິເສດໄປໂດຍສິ້ນເຊິງວ່າ Galaxy Note Series ຈະຍຸຕິການຜະລິດແລ້ວ ໃນເດືອນທັນວາປີ 2020 ທີ່ຜ່ານມາ ເຊິ່ງເຈົ້າໜ້າທີ່ຂອງ Samsung ບອກກັບສຳນັກຂ່າວເກົາຫຼີ Yonhap ວ່າ “ກຳລັງກຽມການເປີດຕົວ Galaxy Note Series ສຳລັບປີໜ້າ”

ດັ່ງນັ້ນ ຈຶ່ງເປັນເລື່ອງທີ່ຄາດບໍ່ເຖິງທີ່ Samsung ຈະຢຸດຈຳໜ່າຍກຸ່ມຜະລິດຕະພັນ Note  ທີ່ມີຊື່ສຽງ ໂດຍບໍ່ປ່ອຍຮຸ່ນສຸດທ້າຍຢ່າງໜ້ອຍໜຶ່ງຮຸ່ນມາອຳລາ ແລະ ບາງທີຮຸ່ນນີ້ຈະກາຍເປັນ Fan Edition ທີ່ຜະລິດຂຶ້ນສຳລັບສາວົກຂອງ Samsung ໂດຍສະເພາະ ຄືກັບ Samsung ທີ່ເປີດຕົວ Galaxy S20 FE  (Fan Edition) ເດືອນກັນຍາປີທີ່ຜ່ານມາ.

Giuseppe Spinelli ນັກອອກແບບກຣາຟຟິກຊາວອີຕາລີ ຫຼື ທີ່ຮູ້ຈັກກັນໃນນາມ Snoreyn ໄດ້ອອກແບບຊຸດຮູບຜະລິດຕະພັນທີ່ສວຍງາມຂອງ Samsung Galaxy Note 21 FE Phantom White Edition.

Samsung ໄດ້ພັດທະນາ Fan Edition ຂອງ Note ມາກ່ອນແລ້ວ. ໃນປີ 2017 ບໍລິສັດ ໄດ້ເປີດຕົວ Samsung Galaxy Note FE ເຊິ່ງເປັນຮຸ່ນປັບປຸງຂອງ Note 7 ທີ່ຖືກເກັບຄືນ ແລະ ວາງຈຳໜ່າຍໃນຕະຫຼາດດ້ວຍລາຄາທີ່ຖືກລົງຫຼາຍ ແລະ ເມື່ອເດືອນພະຈິກ 2020 ທີ່ຜ່ານມາ Website Samsung ຂອງປະເທດບາຊິວ ໄດ້ກ່າວເຖິງ “Galaxy Note 20 FE”  ວ່າ  Smart Phone ຮຸ່ນນີ້ມີໜ້າຈໍຂະໜາດ 6.5 ນິ້ວ.

ໂດຍຕາມເຫດຜົນແລ້ວ Samsung ຈະເລືອກໃຊ້ຈໍແບນທີ່ມີຄວາມລະອຽດ Full HD+ ເຊັ່ນດຽວກັບໃນກໍລະນີຂອງ Note 20 ແລະ S21 / S21+

ນອກຈາກນີ້ກໍຫວັງວ່າ Note 21 FE ໃໝ່ ຈະນຳຄຸນສົມບັດການອອກແບບຫຼ້າສຸດຂອງ S21 ມາໃຊ້ ແລະ ແນ່ນອນວ່າ ພວກເຮົາກຳລັງເວົ້າເຖິງຮູບແບບກ້ອງທີ່ໄດ້ຮັບການປັບປຸງໃໝ່ ໂດຍໂມດຸນກ້ອງຈະລວມເຂົ້າກັບຂອບເຄື່ອງທາງດ້ານຂ້າງ ແລະ ດ້ານເທິງຂອງອຸປະກອນ.

ໃນສ່ວນຂອງຮາດແວອາດມາພ້ອມ Exynos 990 ຫຼື Snapdragon 865 ທີ່ໃຊ້ໃນ Note 20 ແລະ ຖ້າ Samsung ຍັງຕັ້ງກຳນົດການເກົ່າຄືປີທີ່ຜ່ານໆມາຈະໃຊ້ເວລາປະມານເຄິ່ງປີນັບຈາກນີ້ ກ່ອນທີ່ Note 20 FE / Note 21 FE ໃໝ່ ຈະປະກາດເປີດຕົວໂດຍຄາດວ່າຈະມີລາຄາເກືອບໆ 790 ຢູໂຣ  ຫຼື ປະມານ 975 ໂດລາ.

ຮູບຜະລິດຕະພັນທີ່ສະແດງໃນນີ້ແມ່ນສ້າງຂຶ້ນໂດຍ Giuseppe Spinelli ( ຫຼື ທີ່ຮູ້ຈັກກັນໃນຊື່ Snoreyn) ເປັນພຽງ Concept Render ທີ່ສ້າງຂຶ້ນໂດຍອີງໃສ່ຂໍ້ມູນທີ່ຫຼຸດມາ ຍັງບໍ່ໄດ້ມີຜະລິດຕະພັນຂອງແທ້.

ຂອບໃຈຂໍ້ມູນຈາກ:

https://www.notebookcheck.net/Galaxy-Note-21-FE-renders-present-a-vision-of-what-could-be-coming-for-Samsung-s-second-flagship-series.520748.0.html

https://www.facebook.com/1594566494132855/posts/2844702579119234/

https://www.iphone-droid.net/samsung-galaxy-note-21-fe-design/