ສະຫະພາບຢູໂຣບຈະເຂັ້ມງວດກົດໝາຍດ້ານສິ່ງແວດລ້ອມ ທຸກຜະລິດຕະພັນຕ້ອງຣີໄຊເຄິນໄດ້!


ສະຫະພາບຢູໂຣບໄດ້ປະຊຸມກຳມະການສິ່ງແວດລ້ອມວ່າ ຕ້ອງການໃຫ້ມາດຕະການດ້ານການລົດຂີ້ເຫຍື້ອຂອງສະຫະພາບຢູໂຣບເຂັ້ມງວດຂຶ້ນ ລວມທັງກຳນົດໃຫ້ຜະລິດຕະພັນ ແລະ ພາຊະນະບັນຈຸຕ່າງໆ ສາມາດຣີໄຊເຄິນໄດ້ ລວມເຖິງຄວບຄຸມການໃຊ້ວັດຖຸດິບຈາກແຫຼ່ງທຳມະຊາດ.

ເຊິ່ງສະຫະພາບຢູໂຣບກໍໄດ້ກຽມທີ່ຈະອະນຸມັດແຜນຂອງຄະນະກຳມະການ ເລື່ອງການເອົາວັດສະດຸພລາສຕິກມາຣີໄຊເຄິນ ແຕ່ຜູ້ຮ່າງກົດໝາຍຢູ່ໃນການປະຊຸມຊີ້ວ່າ ຕ້ອງມີການບັງຄັບກົດຂໍ້ນີ້ກັບທຸກໆວັດສະດຸ ບໍ່ສະເພາະແຕ່ພລາສຕິກ.

Jan Huitema ຜູ້ນຳຮ່າງກົດໝາຍດັ່ງກ່າວໄດ້ບອກວ່າ ການລົດຂີ້ເຫຍື້ອເປັນກະແຈທີ່ສຳຄັນ ເພື່ອສະຫະພາບຢູໂຣບຈະສາມາດເຮັດຕາມເປົ້າໝາຍປ່ອຍຄາບອນເປັນສູນໄດ້ໃນປີ 2050 ເນື່ອງຈາກການໃຊ້ວັດຖຸດິບຈາກແຫຼ່ງທຳມະຊາດປ່ອຍແກ໊ສເຮືອນແກ້ວຫຼາຍເຖິງ 80% ຫຼາຍກວ່າໃຊ້ວັດຖຸດິບທົດແທນ ທີ່ໄດ້ຈາກການຣີໄຊເຄິນຂີ້ເຫຍື້ອ ຫຼື ການນຳເອົາວັດສະດຸກັບມາໃຊ້ຊໍ້າ.

Jan Huitema ກ່າວວ່າ “ການປ່ອຍແກ໊ສຄາບອນໄດອັອກໄຊໃນອາກາດນັ້ນສູງຂຶ້ນຫຼາຍ, ຂັ້ນຕອນທັງໝົດຂອງການຣີໄຊເຄິນຈະສົ່ງຜົນຕໍ່ສິ່ງແວດລ້ອມໜ້ອຍກວ່າຂັ້ນຕອນທີ່ເອົາຊັບພະຍາກອນໃນທຳມະຊາດມາໃຊ້”

ທີ່ມາ: https://www.reuters.com/article/us-eu-environment-parliament-idUSKBN29V1Y2?fbclid=IwAR1Rc4qeiIb1dF7_FbnW5r0XCkCBFes6JQo8L-hDylF9pksa2d3y4IGWVmQ