7 ໂຮງຮຽນໃນເມືອງປາກຊັນ ແຂວງບໍລິຄໍາໄຊ ເຂົ້າຮ່ວມການຮັບຟັງກົດລະບຽບການສັນຈອນ ເພື່ອເປັນການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນປະຈໍາປີ 2021


ກອງໂຄສະນາຈະລາຈອນ ປກສ ແຂວງບໍລິຄໍາໄຊ, ໄດ້ສົມທົບກັບໜ່ວຍງານຈະລາຈອນ ປກສ ເມືອງປາກຊັນ, ລົງເຜີຍແຜ່ລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ໃຫ້ນ້ອງນັກຮຽນພາຍໃນເທສະບານເມືອງປາກຊັນ ແຂວງບໍລິຄໍາໄຊ ພ້ອມດ້ວຍຄູ, ອາຈານໄດ້ເຂົ້າຮ່ວມໃນຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນປະຈໍາປີ 2021.

ເຊິ່ງໄດ້ໂຄສະນາເຜີຍແຜ່ໄດ້ຢູ່ 7 ໂຮງຮຽນດ້ວຍກັນ, ຈຸດປະສົງໃນການເຜີຍແຜ່ກໍເພື່ອໃຫ້ຄູ, ອາຈານ ແລະ ນ້ອງນັກຮຽນ ພ້ອມທັງຜູ້ໃຊ້ລົດໃຊ້ຖະໜົນໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມໃຫ້ນໍາເອົາໄປປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອໃຫ້ການເກີດອຸບັດຕິເຫດຕາມຖະໜົນໃຫ້ຫຼຸດໜ້ອຍຖອຍລົງ.

ໃນການສະເໜີ ແລະ ແນະນໍາໃຫ້ທຸກຄົນໄດ້ຟັງປະກອບດ້ວຍ: ການບັນຍາຍກ່ຽວກັບກົດໝາຍວ່າດ້ວຍການໃຊ້ພາຫະນະທາງບົກ, ບັນດາເຄື່ອງໝາຍປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍບອກສິດ, ປ້າຍກໍານົດ, ປ້າຍແນະນໍາຈຸດໝາຍປາຍທາງ, ລະບຽບດ້ວຍການຍ່າງ, ການຂີ່ລົດຖີບ, ລົດຈັກ, ລົດໃຫຍ່, ລົດໄຖນາ ແລະ ກໍໄດ້ສາຍວີດີໂອໃຫ້ເບິ່ງຕໍ່ກັບການເກີດອຸບັດຕິເຫດເຊັ່ນ: ການຂັບລົດດ້ວຍຄວາມໄວເກີນກໍານົດ, ການປ່ອຍສິດລ້ຽວຊ້າຍ-ຂວາ, ການປ່ຽນທິດທາງລົດໂດຍກະທັນຫັນ ແລະ ຍັງສະແດງໃຫ້ເຫັນເຖິງປາກົດການຫຍໍ້ທໍ້ຕ່າງໆ ທີ່ເປັນໄພອັນຕະລາຍຕໍ່ຊາວໜຸ່ມເປັນຕົ້ນແມ່ນ: ການກິນຫຼິ້ນຟຸມເຟືອຍ ຫຍຸ້ງກ່ຽວກັບຢາເສບຕິດ, ການດື່ມສິ່ງມຶນເມົາຈົນເຮັດໃຫ້ເກີດແກ່ອັນຕະລາຍຕໍ່ຊີວິດ ແລະ ອາດກໍ່ໃຫ້ຜູ້ອື່ນຮັບຜົນເສຍຫາຍຕາມໄປດ້ວຍ. ພ້ອມທັງເນັ້ນໜັກໃຫ້ນ້ອງໆນັກຮຽນນໍາເອົາບົດແນະນໍານີ້ ໄປປະຕິບັດໃຫ້ເຂັ້ມງວດ.

ຂອບໃຈຂໍ້ມູນຈາກ:

https://fb.watch/3JWGSlgvpV/

ຂອບໃຈຮູບພາບຈາກ:

https://www.facebook.com/messenger_media?thread_id=100061641532140&attachment_id=231185165412540&message_id=mid.%24cAAAB8p20xvB95bOsQl3tG5cP_v2l