ເພາະເຮົາຕ້ອງການຄວາມຫວັງແລະຄວາມເຂັ້ມແຂງ Pantone ເລືອກສີເຫຼືອງ-ເທົາ Illuminating 13-0647 ແລະ Ultimate Gray 17-5104 ເປັນສີແຫ່ງປີ 2021


ເອີ້ນໄດ້ວ່າກາຍເປັນທຳນຽມປະຕິບັດທຸກໆປີສຳລັບ Pantone ບໍລິສັດຜູ້ດຳເນີນກິດຈະກຳກ່ຽວກັບສີ ແລະ ສິ່ງພິມລາຍໃຫຍ່ຂອງໂລກ ທີ່ໄດ້ອອກມາກຳນົດແນວທາງສີ (trend) ຂອງປີ 2021 ໃນທ້າຍປີ 2020 ທີ່ຜ່ານມາ ດັ່ງທີ່ປີກ່ອນໆ Pantone ໄດ້ອອກມາເຮັດໄວ້.

Pantone ເລືອກນຳຄູ່ສີມາຈັບຄູ່ກັນຄື ສີເຫຼືອງ Illuminating 13-0647 ກັບສີເທົາ Ultimate Gray 17-5104 ໂດຍໃຫ້ເຫດຜົນວ່າເປັນຄູ່ສີທີ່ສື່ເຖິງຄວາມແຂງແກ່ນ ແລະ ຄວາມຫວັງທີ່ຍືນຍົງ.

ໂດຍສະເພາະໃນສະຖານະການທີ່ມະນຸດກຳລັງຕ້ອງການຄວາມຫວັງທີ່ຈະເອົາຊະນະຄວາມບໍ່ແນ່ນອນທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ບໍ່ວ່າຈະການລະບາດຂອງໂຄວິດ-19 ໄພທຳມະຊາດຕ່າງໆນາໆທີ່ເກີດຂຶ້ນ ສີເຫຼືອງ Illuminating 13-0647 ໄດ້ສະແດງອອກເຖິງຄວາມຫວັງ ແຮງບັນດານໃຈ ເຕັມໄປດ້ວຍພະລັງງອັນອົບອຸ່ນຂອງແສງອາທິດ.

ເມື່ອນຳມາເຂົ້າຄູ່ກັບສີເທົາ Ultimate Grey 17-5104 ເຊິ່ງເປັນຕົວແທນຂອງຄວາມໝັ້ນຄົງ, ຄວາມໜ້າເຊື່ອຖື, ຄວາມເປັນນິລັນດອນ ການລວມກັນຂອງສອງສີນີ້ຈຶ່ງສົ່ງພະລັງ, ຄວາມຫວັງ, ແສງສະຫວ່າງທີ່ໝັ້ນຄົງ ແລະ ຍືນຍົງທີ່ເຮົາທຸກຄົນກຳລັງຕ້ອງການໄດ້.

Pantone ເຊື່ອວ່າເຮົາຫຼາຍຄົນອາດຈະເຫັນຜະລິດຕະພັນ ແລະ ແບຣນຕ່າງໆຈັບເອົາຄູ່ສີນີ້ມາຫຼິ້ນຫຼາຍຂຶ້ນ ສ່ວນຕົວຜູ້ຂຽນຄິດວ່າຄູ່ສີນີ້ກຳລັງເຂົ້າກັບສະຖານະການຢ່າງແທ້ຈິງ ເພາະໂລກເຮົາກຳລັງຕ້ອງການແສງສະຫວ່າງ ແລະ ຄວາມຫວັງເພື່ອຮັບມືກັບອີຫຍັງກໍຕາມທີ່ບໍ່ແນ່ນອນໃນອະນາຄົດອັນໃກ້ນີ້.

ພາບ:​​ pantone.com

ຂອບໃຈຂໍ້ມູນຈາກ: