ຊາວໂຣຮິງຢາຟ້ອງ Facebook ກວ່າ 1.5 ແສນລ້ານໂດລາສະຫະລັດ ຍ້ອນປ່ອຍໃຫ້ມຽນມາກ່າວຮ້າຍໃສ່ພວກເຂົາ


ບັນດາຊາວໂຣຮິງຢາທີ່ລີ້ໄພຢູ່ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາຟ້ອງ Facebook ທີ່ປ່ອຍໃຫ້ມີການກ່າວຮ້າຍໃສ່ພວກເຂົາເກີດຂຶ້ນ ແລະ ມັນໄດ້ກະຈາຍອອກໄປທົ່ວໂລກອອນລາຍ. ພວກເຂົາໄດ້ຮຽກຮ້ອງຄ່າຊົດເຊີຍເປັນຈຳນວນເງິນ 150 ພັນລ້ານໂດລາສະຫະລັດ.

ຊາວໂຣຮິງຢາຖືກເບິ່ງວ່າເປັນກຸ່ມຄົນທີ່ອົບພະຍົບເຂົ້າມາໃນມຽນມາຢ່າງຜິດກົດໝາຍ ແລະ ພວກເຂົາຖືກເລືອກປະຕິບັດອອກມາຈາກທັງຝ່າຍລັດຖະບານ ແລະ ສັງຄົມມາຫຼາຍສິບປີ. ໃນປີ 2017, ທະຫານມຽນມາໄດ້ມີການລົງໂທດໂດຍການສັງຫານຄົນໂຣຮິງຢາກວ່າ 10,000 ຄົນ ທີ່ລັດ Rakhine ຫຼັງຈາກທີ່ທະຫານໂຣຮິງຢາໄດ້ມີການໂຈມຕີປ້ອມຕຳຫຼວດ. ຄວາມຂັດແຍ້ງດັ່ງກ່າວສົ່ງຜົນໃຫ້ຊາວໂຣຮິງຢາອົບພະຍົບໄປຕ່າງປະເທດ.

ທາງດ້ານ Facebook ນັ້ນບໍ່ໄດ້ຕອບໂຕ້ກັບທັນທີຕໍ່ຂໍ້ກ່າວຫາ “ການເຜີຍແຜ່ຂໍ້ມູນທີ່ຜິດອັນເຊິ່ງນຳໄປສູ່ຄວາມກຽດຊັງ ແລະ ອັນຕະລາຍທີ່ຈະດຳເນີນຕໍ່ໄປອີກຫຼາຍປີ”. ໃນສະຫະລາຊະອານາຈັກໄດ້ມີບໍລິສັດທະນາຍຄວາມຜູ້ເປັນຕົວແທນຂອງກຸ່ມຄົນດັ່ງກ່າວ ສົ່ງຂໍ້ກ່າວຫາເຖິງຊ່ອງທາງໂຊຊຽວມີເດຍວ່າ:

  • ອັລກໍຣິທຶມຂອງ Facebook “ໄດ້ຂະຫຍາຍຄຳກ່າວຮ້າຍໃສ່ກຸ່ມໂຣຮິງຢາໃຫ້ເປັນວົງກວ້າງຂຶ້ນ”
  • ທາງບໍລິສັດ “ລົ້ມເຫຼວໃນການໃສ່ໃຈ” ຕໍ່ການສັງເກດການ ແລະ ກວດສອບຄວາມຈິງ ເຊິ່ງເປັນທີ່ຮູ້ຢູ່ແລ້ວກັບສະຖານະການດ້ານການເມືອງໃນປັດຈຸບັນຂອງມຽນມາ.
  • ທາງບໍລິສັດ ລົ້ມເຫຼວໃນການເອົາໂພສລົງ ຫຼື ລົບບັນຊີທີ່ກະຕຸ້ນເຖິງຄວາມຮຸນແຮງຕໍ່ຊາວໂຣຮິງຢາ
  • ບໍລິສັດຍັງລົ້ມເຫຼວໃນການ “ປະຕິບັດຢ່າງເໝາະສົມ ແລະ ຖືກກາລະເທສະ” ເຖິງແມ່ນວ່າຈະໄດ້ຮັບການຕັກເຕືອນຈາກບັນດາມູນນິທິ ແລະ ສື່ມາແລ້ວກໍຕາມ.

ສ່ວນທາງສະຫະລັດອາເມຣິກາໄດ້ຮ່າງເອກະສານຮ້ອງທຸກທາງກົດໝາຍຕໍ່ Facebook ໃນ San Francisco ໂດຍກ່າວວ່າບໍລິສັດນັ້ນ “ພ້ອມຈະຄ້າຂາຍຊີວິດຂອງຊາວໂຣຮິງຢາເພື່ອເຈາະເຂົ້າເຖິງຕະຫຼາດຂອງປະເທດນ້ອຍໆໃນເອເຊຍຕາເວັນອອກ” ພ້ອມທັງເສີມວ່າ ຜົນກຳໄລຈາກການທີ່  Facebook ເຮັດແບບນັ້ນແມ່ນໄດ້ໜ້ອຍ ແລະ ກຸ່ມຄົນໂຣຮິງຢາແມ່ນຜູ້ທີ່ຕ້ອງໄດ້ຮັບຜົນທີ່ຕາມມານັ້ນ. ເຖິງແມ່ນວ່າ Facebook ຈະຮູ້ຢູ່ແລ້ວ ແລະ ມີອຳນາດໃນການຢຸດບໍ່ໃຫ້ຄວາມກຽດຊັງແຜ່ລາມໄປໄດ້ ແຕ່ພວກເຂົາກໍເລືອກທີ່ຈະປ່ອຍປະລະເລີຍ.

ເມື່ອປີ 2018, Facebook ໄດ້ອອກມາຍອມຮັບວ່າທາງບໍລິສັດບໍ່ໄດ້ພະຍາຍາມເທົ່າທີ່ຄວນ ຕໍ່ການປ້ອງກັນການກະຕຸ້ນຄວາມຮຸນແຮງ ແລະ ການກ່າວຮ້າຍໃສ່ຊາວໂຣຮິງຢາ. ເຊິ່ງມັນກົງກັບການລາຍງານວ່າ ຊ່ອງທາງດັ່ງກ່າວໄດ້ກາຍເປັນພື້ນທີ່ທີ່ເພີ່ມຈຳນວນໃນການຂົ່ມເຫັງສິດທິຂອງມະນຸດຫຼາຍຂຶ້ນ.

ເມື່ອປີ 2018, ທາງອົງການສະຫະປະຊາຊາດໄດ້ກ່າວຫາ Facebook ວ່າ “ຊ້າ ແລະ ບໍ່ມີປະສິດທິຜົນ” ໃນການຕອບໂຕ້ຕໍ່ການລະບາດຄວາມກຽດຊັງໃນໂລກອອນລາຍ.

ເຖິງຢ່າງນັ້ນ, ຕົວ Facebook ກໍໄດ້ຮັບການປົກປ້ອງໂດຍກົດໝາຍໃນສະຫະລັດອາເມຣິກາ ຈາກຄວາມຮັບຜິດຊອບຕໍ່ເນື້ອຫາທີ່ຜູ້ໃຊ້ໄດ້ມີການໂພສລົງ. ແຕ່ການຟ້ອງຮ້ອງໃໝ່ທີ່ມີຕໍ່ກົດໝາຍຂອງມຽນມານີ້ບໍ່ໄດ້ມີການປົກປ້ອງຢ່າງກໍລະນີກ່ອນໜ້າ ເຊິ່ງຈະມີອຳນາດເໜືອກວ່າໃນຄະດີ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/