ຊວນເບິ່ງປາກົດການ “ຝົນດາວຕົກເຈມິນິດ” ຝົນດາວຕົກທີ່ຍິ່ງໃຫຍ່ທີ່ສຸດໃນຮອບປີ! ມີອັດຕາການຕົກຫຼາຍເຖິງ 150 ດວງ/ຊົ່ວໂມງ ໃນວັນທີ 13 ທັນວານີ້!!!


ຝົນດາວຕົກເຈມິນິດ (Geminids) ຫຼື ຝົນດາວຕົກຄົນຄູ່ ເປັນຝົນດາວຕົກທີ່ຍິ່ງໃຫຍ່ທີ່ສຸດໃນຮອບປີ ໂດຍເລີ່ມຕົກຕັ້ງແຕ່ວັນທີ 4-17 ທັນວາ, ມື້ທີ່ຕົກຫຼາຍສຸດແມ່ນຄືນວັນທີ 13 ເວລາ 20:00 ເຖິງເຊົ້າມືດຂອງວັນທີ 14 ທັນວາ ມີອັດຕາການຕົກຫຼາຍເຖິງ 150 ດວງ/ຊົ່ວໂມງ.

ຕົ້ນກຳເນີດຂອງຝົນດາວຕົກຄົນຄູ່ມາຈາກ ດາວເຄາະນ້ອຍ ເຟທອນ (3200 Phaethon) ຈຸດກະຈາຍຂອງດາວຕົກແມ່ນຢູ່ໃກ້ກັບດາວຄາສເຕີ ເຊິ່ງເປັນດາວທີ່ສະຫວ່າງທີ່ສຸດຂອງດາວກຸ່ມນີ້.

ດາວຄາສເຕີຈະຂຶ້ນພົ້ນຂອບຟ້າຕອນເວລາປະມານ 20:00 ໂມງ ຈຶ່ງຈະເລີ່ມເຫັນດາວຕົກ, ແຕ່ກໍຍັງຕົກໜ້ອຍໃນໄລຍະເວລານີ້, ຫຼັງຈາກນັ້ນ ອັດຕາການຕົກຈະເພີ່ມຂຶ້ນເລື້ອຍໆ ຄາດວ່າຈະຕົກຫຼາຍທີ່ສຸດໃນເວລາ 02:00-04:00 ໂມງເຊົ້າ ຂອງວັນທີ 14 ທັນວາ.

ຈະສາມາດເຫັນຝົນດາວຕົກໄດ້ ຕ້ອງອີງຕາມສະພາບແວດລ້ອມຂອງສະຖານທີ່ສັງເກດ ເຊັ່ນ: ບ່ອນທີ່ຟ້າເປີດ, ບໍ່ມີໝອກ-ເມກ, ບໍ່ມີແສງສະຫວ່າງຈາກໄຟ ແລະ ແສງເດືອນລົບກວນ, ຫ່າງໄກຈາກຕົວເມືອງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/