ຍີ່ປຸ່ນໄອເດຍເລີດ ອອກແບບ Scooter ໄຟຟ້າ ສຳລັບຜູ້ສູງອາຍຸ ເພື່ອການຂັບຂີ່ທີ່ປອດໄພແລະຫຼຸດຜ່ອນການເກີດອຸບັດຕິເຫດ


ຫຼາຍປີທີ່ຜ່ານມາ ຈຳນວນປະຊາກອນຜູ້ສູງອາຍຸທົ່ວໂລກກໍໄດ້ເພີ່ມຂຶ້ນ ແລະ ການໄປມາຫາສູ່ກັນສຳລັບກຸ່ມຄົນສູງອາຍຸກໍອາດເປັນເລື່ອງທີ່ຍາກ. ປະເທດຍີ່ປຸ່ນກໍເປັນໜຶ່ງໃນປະເທດທີ່ມີປະຊາກອນສູງອາຍຸເປັນຈຳນວນຫຼາຍ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ຫຼາຍບໍລິສັດໃນຍີ່ປຸ່ນໄດ້ຫັນມາສຸມໃສ່ການພັດທະນານະວັດຕະກຳ ເພື່ອຕອບສະໜອງ ແລະ ອຳນວຍຄວາມສະດວກໃຫ້ກຸ່ມຜູ້ສູງອາຍຸໃນການໄປມາ. GLM ບໍລິສັດທີ່ມີຊື່ສຽງດ້ານການຜະລິດ ແລະ ພັດທະນາລົດໄຟຟ້າໃນຍີ່ປຸ່ນ ກໍໄດ້ອອກມາເປີດຕົວຄອນເຊັບ Scooter ໄຟຟ້າ ຂອງບໍລິສັດ. ມັນຖືກອອກແບບມາສຳລັບຜູ້ສູງອາຍຸໂດຍສະເພາະ ເພື່ອໃຫ້ຜູ້ສູງອາຍຸເດີນທາງໄດ້ຢ່າງສະດວກ ແລະ ປອດໄພ.

Scooter ໄຟຟ້າທີ່ເຫັນນີ້ ແມ່ນຖືກສ້າງຂຶ້ນໃນໄລຍະທີ່ຫຼາຍໆປະເທດ ມີມາດຕະການໃຫ້ຜູ້ສູງອາຍຸລົດການໃຊ້ງານພາຫະນະ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດຈາກຜູ້ຂັບຂີ່ສູງອາຍຸ. ຈາກມາດຕະການດັ່ງກ່າວ ຜູ້ສູງອາຍຸອາດຈະຂາດພາຫະນະສ່ວນຕົວທີ່ອຳນວຍຄວາມສະດວກໄປ. ດ້ວຍເຫດນັ້ນເຮັດໃຫ້ບໍລິສັດ GLM ຄິດວ່າມັນໜ້າຈະດີຫາກກຸ່ມຄົນເຫຼົ່ານັ້ນ ມີພາຫະນະສຳລັບພວກເຂົາໂດຍສະເພາະ.

ທາງ GLM ລະບຸວ່າ Scooter ໄຟຟ້າຮຸ່ນໃໝ່ຂອງພວກເຂົານັ້ນ ຂັບເຄື່ອນດ້ວຍພະລັງງານໄຟຟ້າທັງໝົດ ແລະ ມັນຖືກອອກແບບເປັນຮູບຊົງກົມມົນທີ່ເບິ່ງບໍ່ເປັນອັນຕະລາຍ. ໂດຍ Scooter ໄຟຟ້ານີ້ ໄດ້ຕິດຕັ້ງເບາະທີ່ໂຄ້ງມົນທີ່ນຸ່ມນວນ, ໄຟໜ້າເປັນ LED ແບບກວ້າງ ແລະ ລໍ້ທີ່ມີຂະໜາດໃຫຍ່ ເພື່ອໃຫ້ການຂັບຂີ່ໂດຍຜູ້ອາຍຸເປັນໄປຢ່າງສະດວກສະບາຍ, ງ່າຍ ແລະ ປອດໄພທີ່ສຸດເທົ່າຈະເປັນໄປໄດ້. ໂດຍທາງບໍລິສັດໄດ້ຕັ້ງຄວາມຫວັງວ່າຮູບຮ່າງຂອງມັນຈະເປັນທີ່ຍອມຮັບແລະເຂົ້າເຖິງໄດ້ງ່າຍ.

ແລະຖ້າຫາກການອກແບບນີ້ໄປໃນທິດທາງທີ່ດີ ທາງບໍລິສັດ GLM ກໍຄາດວ່າເຂົາຈະສາມາດລະບຸລາຄາຂອງ Scooter ໄຟຟ້າຕົວໃໝ່ນີ້ໄດ້ ແລະ ຜະລິດມັນອອກວາງຈຳໜ່າຍຢ່າງເປັນທາງການພາຍໃນປີ 2022.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/