ລົດໄຟລາວ-ຈີນ ເປັນຄົມມະນາຄົມທີ່ສຳຄັນ! ທາງພາກສ່ວນທີ່ກ່ຽວຂ້ອງຈະຊັກຊວນນັກທຸລະກິດຈີນມາລົງທຶນຢູ່ລາວໃຫ້ນັບມື້ນັບຫຼາຍຂຶ້ນ


ເສັ້ນທາງລົດໄຟລາວ-ຈີນ ເປັນເສັ້ນທາງຄົມມະນາຄົມທີ່ມີຄວາມສຳຄັນທີ່ສຸດຕໍ່ການພັດທະນາ ເສດຖະກິດຂອງປະເທດ. ໂດຍສະເພາະກໍແມ່ນການເປີດກວ້າງເສັ້ນທາງຄົມມະນາຄົມທີ່ສາມາດເຊື່ອມຈອດໃນພາກພື້ນ ເຊິ່ງເປັນໂອກາດໃນການຂະຫຍາຍທ່າແຮງການຮ່ວມມືທາງດ້ານການຄ້າ ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ທີ່ຜ່ານມາ, ເພື່ອເປັນການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ ແລະ ຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ.

ໃນນາມຊາວຈີນພົ້ນທະເລ ຮູ້ສຶກພາກພູມໃຈໃນມື້ເປີດເສັ້ນທາງລົດໄຟ ຄົມມະນາຄົມສາຍປະຫວັດສາດ ແຫ່ງການພົວພັນຮ່ວມມື ແລະ ມິດຕະພາບ ລະຫວ່າງສອງປະເທດລາວ-ຈີນ, ເສັ້ນທາງລົດໄຟທີ່ສ້າງຂຶ້ນມາແມ່ນຈະສ້າງຜົນປະໂຫຍດໃຫຍ່ຫຼວງ ແລະ ມະຫາສານ ເພາະວ່າລາວເຮົາເປັນຈຸດໃຈກາງພາກພື້ນອາຊີອາຄະເນ ລະຫວ່າງມີລົດໄຟລາວ-ຈີນ ມາແລ້ວຈະເປັນຄົມມະນາຄົມເຊື່ອມໂຍງຕໍ່ປະເທດອາຊຽນຕ່າງໆ. ສະນັ້ນ ການພົວພັນລະຫວ່າງລາວ-ຈີນ ດ້ານການຂະຫຍາຍຕົວທາງດ້ານເສດຖະກິດ-ການທ່ອງທ່ຽວ ຈະນັບມື້ນັບຫຼາຍຂຶ້ນ ແລະ ການລົງທຶນຂອງຈີນ ໃນເມື່ອມີເສັ້ນທາງລົດໄຟແລ້ວກໍຂະຫຍາຍຕົວວ່ອງໄວຢ່າງແນ່ນອນ.

ເສັ້ນທາງລົດໄຟລາວ-ຈີນ ເປັນການປ່ຽນຍຸດທະສາດ ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດທາງດ້ານຄົມມະນາຄົມຂົນສົ່ງ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ທຸກຂົງເຂດ ເພື່ອສ້າງພື້ນຖານເສດຖະກິດຂອງປະເທດ.

ນອກຈາກນີ້ ພາກສ່ວນທີ່ກ່ຽວຂ້ອງຍັງມີການຊັກຊວນພົວພັນຊາວຈີນທຸລະກິດໃຫຍ່ມາລົງທຶນຢູ່ລາວໃຫ້ນັບມື້ນັບຫຼາຍຂຶ້ນ ເພາະວ່າດ້ານພົວພັນຕ່າງໆແມ່ນສູງສຸດ ປະເທດຈີນກັບປະເທດລາວ ກໍເປັນບ້ານໃກ້ເຮືອນຄຽງ, ສະນັ້ນ ຈຶ່ງໄດ້ທຸ່ມເທທຸກເຫື່ອແຮງ ຊັກຊວນເຂົາມາລົງທຶນຢູ່ລາວ, ຊັກຊວນເຂົາມາທ່ອງທ່ຽວຢູ່ລາວ ແລະ ປະເທດລາວເຮົາກໍຈະພັດນາເພີ່ມຂຶ້ນຢ່າງຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ: https://bit.ly/3pMcdKw

ຂອບໃຈຮູບພາບຈາກ: https://bit.ly/30dtMKN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/