ສິລະປິນປິດສະໜາຂາຍຮູບໄດ້ 91.8 ລ້ານໂດລາສະຫະລັດ ກາຍເປັນງານສິລະປະທີ່ແພງທີ່ສຸດໃນ NFT


ເມື່ອອາທິດທີ່ຜ່ານມາ, ມີສິລະປິນປິດສະໜາໃຊ້ຊື່ວ່າ Pak ໄດ້ຂາຍຜົນງານ NFT ຂອງລາວ 250,000 ອັນລົງໃນຊ່ອງທາງ Nifty Gateway ເປັນມູນຄ່າ 91.8 ລ້ານໂດລາສະຫະລັດ ນັບເປັນການຂາຍທີ່ແພງທີ່ສຸດໃນ NFT.

ໃນລະຫວ່າງວັນທີ 2–4 ທັນວາທີ່ຜ່ານມາ, Nifty Gateway ສະເໜີຜົນງານຫຼ້າສຸດຂອງ Pak ພາຍໃຕ້ຊື່ “The Merge” ເຊິ່ງມາໃນຮູບແບບເປີດ. ຮູບແບບດັ່ງກ່າວແມ່ນ ເມື່ອຜູ້ຊື້ເຂົ້າມາຊື້ກໍຈະໄດ້ຜົນງານແຕກຍ່ອຍໄປໃນຊື່ວ່າ Mass ເຊິ່ງຈະປຽບດັ່ງຮຸ້ນ. ເນື່ອງຈາກເປັນການຂາຍແບບເປີດ, ໝາຍຄວາມວ່າຈະມີຜູ້ຊື້ຫຼາຍຄົນ. ການຂາຍແບບ Merge ແມ່ນການຕັ້ງໂປຣແກຣມທີ່ຈະເກັບສະສົມ Token ຈາກຜູ້ທີ່ຊື້ Mass ທັງຫຼາຍນັ້ນ ເຂົ້າມາລວມກັນ. ຜູ້ທີ່ເຂົ້າມາປະມູນສາມາດຊື້ Mass ໄດ້ຫຼາຍຈຳນວນ ເພື່ອທີ່ຈະເພີ່ມຂະໜາດໃຫ້ Mass ຕົນເອງ ພ້ອມທັງຍັງເຮັດໃຫ້ມູນຄ່າຂອງ Mass ສູງຂຶ້ນເລື້ອຍໆ ຈົນເຮັດໃຫ້ຜູ້ທີ່ເປັນເຈົ້າຂອງ Mass ທີ່ໃຫຍ່ທີ່ສຸດໄດ້ອີກຜົນງານຊື່ວ່າ Alpha Mass ໄປ. ສຸດທ້າຍກໍມີຄົນເຂົ້າຮ່ວມຊື້ຜົນງານ 26,000 ຄົນ.

ໂດຍທົ່ວໄປແລ້ວ ການຂາຍ NFT ແມ່ນວາງລົງໃນການປະມູນເປັນຜົນງານດ່ຽວ ຫຼາຍກວ່າເປັນຊຸດ. ແຕ່ “The Merge” ກໍໄດ້ສ້າງຮູບແບບໃໝ່ໃນການຊື້ຂາຍເຊິ່ງບິດຕົວອອກມາຈາກປົກກະຕິ ແລະ ເຮັດໃຫ້ທຸກຄົນໄດ້ອ້າປາກຄ້າງກັບວິທີການນີ້. ນີ້ເປັນຫຼັກຖານສະແດງໃຫ້ເຫັນວ່າອຸດສາຫະກຳ NFT ໄດ້ເຕີບໃຫຍ່ຢ່າງວ່ອງໄວຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/