ຜູ້ຫຼິ້ນໃນເກມ Forza Horizon 5 ຖືກແບນ 8,000 ປີ ຫຼັງຈາກນໍາເອົາຮູບ ຜູ້ນໍາ ຄິມ ຈອງອຶນ ມາແຕ່ງລົດໃນເກມ


Forza Horizon 5 ເປັນເກມຈຳລອງການແຂ່ງລົດເທິງຖະໜົນແບບສະບາຍໆ ໂດຍເປັນເກມຫຼ້າສຸດຈາກທາງຄ້າຍ Playground Games. ເກມດັ່ງກ່າວມີສາກການແຂ່ງຂັນຈຳລອງຈາກສະຖານທີ່ຕ່າງໆທົ່ວໂລກ ແລະ ມີກິດຈະກຳທີ່ຫຼາກຫຼາຍ ລວມໄປຮອດອະນຸຍາດໃຫ້ບັນດາຜູ້ຫຼິ້ນສາມາດແຕ່ງລົດທີ່ໃຊ້ແຂ່ງຂັນໃນເກມຕາມຄວາມມັກໄດ້ແບບອິສະຫຼະ. ແຕ່ເຖິງຈະເປັນແບບນັ້ນກໍໄດ້ມີຜູ້ຫຼິ້ນຄົນໜຶ່ງຖືກແບນເປັນເວລາ 8,000ປີ ຈາກເກມ ຫຼັງຈາກທີ່ໄດ້ນຳເອົາຮູບຜູ້ນຳເກົາຫຼີເໜືອ ມາຕົບແຕ່ງລົດທີ່ໃຊ້ແຂ່ງຂັນໃນເກມ.

ເຫດການທີ່ເກີດຂຶ້ນນີ້ຖືກລາຍງານໂດຍສື່ຂອງຕ່າງປະເທດ ເຊິ່ງມີຜູ້ຫຼິ້ນຄົນໜຶ່ງໃນເກມ Forza Horizon 5 ຖືກສັ່ງແບນທັນທີ ໂດຍບໍ່ມີການແຈ້ງເຕືອນລ່ວງໜ້າແຕ່ຢ່າງໃດ ເຊິ່ງຜູ້ຫຼິ້ນຄົນນັ້ນຈະກັບມາຫຼິ້ນເກມໄດ້ໃນປີ 9999 ຫຼື ອີກປະມານ 8,000 ຂ້າງໜ້າ.

ຕາມລາຍງານໄດ້ບອກວ່າ ສາເຫດທີ່ຜູ້ຫຼິ້ນຄົນນີ້ຖືກແບນແມ່ນອາດຈະມາຈາກຫຼາຍອົງປະກອບເຊັ່ນ ລົດຄັນດັ່ງກ່າວຕົບແຕ່ງເຍີ້ຍຜູ້ນຳເກົາຫຼີເໜືອ ຄິມ ຈອງອຶນ ດ້ວຍການຕິດຮູບໃບໜ້າຂອງຜູ້ນຳຂ້າງໆໂລໂກ້ຂອງ KFC ນອກຈາກນີ້ຍັງໄດ້ມີການຕິດ sticker ຫຼາຍໆຈຸດເທິງລົດ ທີ່ໃຊ້ຄຳວ່າ Nuke (ລະເບີດນິວເຄຼຍ) ເຊັ່ນ #sendnuke (ສົ່ງລະເບີດນິວເຄຍ), Nuke Balance (ແທນທີ່ໂລໂກ້ New Balance) ແລະ Nuke (ແທນທີ່ໂລໂກ້ Nike) ເຊິ່ງນີ້ອາດເປັນເຫດຜົນທີ່ເຮັດໃຫ້ທາງທີມຜູ້ບໍລິຫານບໍ່ສະບາຍໃຈ ເພາະອາດເຮັດໃຫ້ທາງບໍລິສັດຜູ້ເປັນເຈົ້າຂອງເກມນີ້ໄດ້ຮັບຜົນກະທົບ ເຊິ່ງມັນອາດຈະສົ່ງຜົນໃຫ້ຕົວເກມຖືກແບນເຊັ່ນດຽວກັນກັບຜູ້ຫຼິ້ນຄົນນີ້.

ປະເດັນນີ້ໄດ້ມີການເວົ້າເຖິງຢ່າງຫຼວງຫຼາຍໃນເວັບບອດຕ່າງໆ ເຊິ່ງໄດ້ມີການສະແດງຄວາມຄິດເຫັນຢ່າງມ່ວນຊື່ນ ໂດຍຄວາມຄິດເຫັນຫຼັກຂອງພວກເຂົາແມ່ນເນັ້້ນໜັກໄປທາງກໍລະນີທີ່ຜູ້ຫຼິ້ນຄົນນີ້ຖືກແບນ ແລະໄດ້ແນະນຳໃຫ້ຜູ້ຫຼິ້ນຫຼາຍຄົນໆຢ່າໄດ້ເຮັດໃນລັກສະນະດັ່ງກ່າວ ເພາະມັນຈະສົ່ງຜົນເສຍຫາຍໃຫ້ກັບຫຼາຍໆຝ່າຍ.

ເຊິ່ງໃນໄລຍະເວລາໃກ້ໆກັນກໍມີຜູ້ຫຼິ້ນບາງຄົນຖືກແບນເປັນເວລາ 1 ອາທິດ ຫຼັງຈາກທີ່ຕົບແຕ່ງລວດລາຍຂອງລົດດ້ວຍການຕິດຄຳວ່າ “Free Candy” ເຊິ່ງການໃຊ້ຄຳນີ້ກໍເປັນການເຮັດຜິດກົດຂອງເກມເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/