Sarco ການຕາຍຮູບແບບໃໝ່ ໄປແບບສະຫງົບ ຈົບແຕ່ບໍ່ເຈັບ ອະນຸມັດຖືກກົດໝາຍແລ້ວທີ່ສະວິດເຊີແລນ


Sarco ໄດ້ຖືກນຳມາສະເໜີຄັ້ງທຳອິດທີ່ເວນິຊ, ອິຕາລີ ໂດຍ Philip Nitschke ຜູ້ກໍ່ຕັ້ງ Exit International. ມັນເປັນຄັ້ງທຳອິດທີ່ມີເທັກໂນໂລຢີຮູບແບບນີ້ມານຳສະເໜີຕໍ່ສາຍຕາທົ່ວໂລກ, ຕົວ Sarco ນີ້ແມ່ນເຄື່ອງຊ່ວຍໃຫ້ຜູ້ປ່ວຍພະຍາດໄລຍະສຸດທ້າຍ ຫຼື ຜູ້ປ່ວຍທີ່ບໍ່ຕ້ອງການຢູ່ຕໍ່ຍ້ອນຄວາມເຈັບປວດຈາກພະຍາດໄດ້ຈົບຊີວິດລົງ ເຊິ່ງແມ່ນແຄັບຊູນທີ່ສ້າງຈາກເຄື່ອງພິມ 3-D. ທັນທີທີ່ໄດ້ເປີດຕົວເທັກໂນໂລຢີດັ່ງກ່າວກໍໄດ້ຜ່ານການພິຈາລະນາທາງກົດໝາຍ ທີ່ອາດຈະສາມາດນຳໃຊ້ຕົວຈິງໄດ້ທີ່ປະເທດສະວິດເຊີແລນ.

ປະເທດສະວິດເຊີແລນເປັນໜຶ່່ງໃນສ່ວນໜ້ອຍທີ່ອະນຸມັດການກາລຸນຍະຄາດໂດຍມີແພດໝໍຊ່ວຍເຫຼືອຢ່າງຖືກກົດໝາຍ. ເຊິ່ງຕ່າງຈາກການກະລຸນຍະຄາດຈາກໝໍໃນການລົງມືຈົບຊີວິດຜູ້ປ່ວຍໂດຍກົງ ທີ່ຜິດກົດໝາຍ. ຜູ້ປ່ວຍຈະຕ້ອງເປັນຄົນກົດປຸ່ມເພື່ອຈົບຊີວິດຕົນເອງ ແລະ ແພດໝໍມີໜ້າທີ່ພຽງສະໜອງອຸປະກອນເຄື່ອງມືເທົ່ານັ້ນ.ການກະທຳດັ່ງກ່າວສາມາດເຮັດໄດ້ໂດຍບໍ່ມີອາຍຸຂັ້ນຕ່ຳ, ການບົ່ງມະຕິພະຍາດ, ອາການຕ່າງໆ. ໃນປີ 2020, ມີຄົນທີ່ເສຍຊີວິດຈາກການໄດ້ຮັບການຊ່ວຍເຫຼືອໂດຍການກາລຸນຍະຄາດໃນປະເທດສະວິດເຊີແລນກວ່າ 1,300 ຄົນ. ດ້ວຍເຫດນັ້ນມັນຈຶ່ງເປັນໜຶ່ງໃນປະເທດທີ່ມີຈຸດຢືນທີ່ໄກທີ່ສຸດ.

ເທັກໂນໂລຢີຊ່ວຍກາລຸນຍະຄາດນັ້ນຈະເຮັດວຽກໂດຍການປ່ອຍໄນໂຕຣເຈນໃຫ້ໄຫຼອອກມາ ສົ່ງຜົນໃຫ້ລະດັບອັອກຊີເຈນຂອງຜູ້ໃຊ້ລົດລົງຢ່າງຕໍ່ເນື່ອງ. ຕົວຜູ້ໃຊ້ຈະເລີ່ມຮູ້ສຶກມຶນງົງໜ້ອຍໜຶ່ງ ກ່ອນຈະໝົດສະຕິແລ້ວເສຍຊີວິດລົງຢ່າງສະຫງົບພາຍໃນເວລາບໍ່ດົນ ໂດຍບໍ່ມີການວິຕົກກັງວົນ, ບໍ່ມີຄວາມຮູ້ສຶກຫາຍໃຈບໍ່ອອກ. Philip ກ່າວວ່າບໍລິສັດກຳລັງຫາທາງປັບປ່ຽນຂັ້ນຕອນການຕາຍໂດຍບໍ່ຕ້ອງການມີແພດໝໍດຳເນີນການນຳ. ເນື່ອງຈາກໃນປັດຈຸບັນ, ຈະຕ້ອງມີແພດໝໍໃຫ້ການສັ່ງຢາໃຫ້ຜູ້ປ່ວຍດ້ວຍ sodium pentobarbital ແລະ ຍັງຕ້ອງຢືນຢັນສະພາບຈິດໃຈຂອງຜູ້ປ່ວຍ. ບໍລິສັດວາງແຜນຈະຕັດການພິຈາລະນາທາງດ້ານຈິດຕະວິທະຍາອອກຈາກຂັ້ນຕອນ ແລະ ອະນຸຍາດໃຫ້ຜູ້ໃຊ້ຄວບຄຸມວິທີການດ້ວຍຕົນເອງ. ໃນການພິຈາລະນາທາງດ້ານຈິດຕະວິດທະຍານັ້ນ, ຕົວບໍລິສັດໄດ້ພັດທະນາລະບົບ AI ເຊິ່ງເປັນລະບົບໜ້າຈໍໄວ້ຊ່ວຍກຳນົດສະພາບຈິດໃຈຂອງຜູ້ໃຊ້.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/