Pantone ປະກາດສີປະຈຳປີ 2022 ແລ້ວ ເຊິ່ງເປັນສີມ່ວງ Very Peri 17-3938 ສີທີ່ສະແດງເຖິງ ຄວາມຄິດທີ່ສ້າງສັນໃນຍຸກຂອງການປ່ຽນແປງໃໝ່


ເປັນປະຈຳຂອງທຸກໆປີທີ່ Pantone ບໍລິສັດຊັ້ນນໍາທາງດ້ານການພິມ ແລະ ການອອກແບບຂອງອາເມຣິກາຈະອອກມາປະກາດສີປະຈຳປີ ເຊິ່ງສີທີ່ໄດ້ຮັບເລືອກໃນປີ 2022 ແມ່ນ ສີມ່ວງ Very Peri ທີ່ມີລະຫັດ Panton 17-3938, ເປັນສີທີ່ສະແດງເຖິງການສົ່ງເສີມແນວຄິດສ້າງສັນ ໃນຍຸກສະໄໝແຫ່ງການປ່ຽນແປງ.

ທາງ Panton ໄດ້ອະທິບາຍວ່າ ເຮົາຢູ່ໃນໄລຍະແຫ່ງການປ່ຽນແປງ ເຊິ່ງສີ PANTONE 17-3938 Very Peri ນີ້ກໍເປັນສັນຍະລັກຂອງຈິດວິນຍານໃນຍຸກປັດຈຸບັນ, ການປ່ຽນແປງທີ່ກຳລັງດຳເນີນຢູ່ ລວມໄປຮອດການສະແດງຄວາມໝັ້ນໃຈແບບໄຮ້ກັງວົນ ແລະ ຄວາມຢາກຮູ້ໃນສິ່ງໃໝ່ໆ ທີ່ມັນຈະສົ່ງເສີມເຖິງຄວາມກ້າຫານໃນແນວຄິດສ້າງສັນ. ສີນີ້ມີຄວາມພິເສດຢູ່ບ່ອນວ່າ ທາງ Pantonໄດ້ປະສົມຂຶ້ນມາໃໝ່ ໂດຍໃຊ້ໂທນສີຟ້າທີ່ສະແດງໃຫ້ຮູ້ເຖິງຄວາມຮູ້ສຶກສະຫງົບເຢັນ ແລະ ສີແດງທີ່ໃຫ້ຄວາມຮູ້ສຶກເຖິງພະລັງແລະການຂັບເຄື່ອນສູ່ການປ່ຽນແປງໃໝ່. ເມື່ອສອງສີລວມເຂົ້າກັນແລ້ວແມ່ນຈະສື່ໃຫ້ເຫັນເຖິງຄວາມຄິດສ້າງສັນທີ່ກວ້າງຂວາງ.

ທາງດ້ານ Laurie Pressman ຮອງປະທານສະຖາບັນ Panton ໄດ້ກ່າວເຖິງການເລືອກສີປະຈຳປີ 2022 ວ່າ: “ເມື່ອເຮົາກ້າວເຂົ້າສູ່ການປ່ຽນແປງໃໝ່ທີ່ບໍ່ເຄີຍມີມາກ່ອນ ການເລືອກສີ PANTONE 17-3938 Very Peri ຈຶ່ງເປັນການນໍາສະເໜີມຸມມອງແລະວິໄສທັດທີ່ແປກໃໝ່. ນອກຈາກນີ້ Very Peri ຍັງສະແດງເຖິງຄວາມມ່ວນຊື່ນ ແລະ ມີພະລັງ ທີ່ສົ່ງເສີມຄວາມຄິດສ້າງສັນ ແລະ ການສະແດງອອກເຖິງຈິນຕະນະການ”

ນອກຈາກນີ້ Very Peri ຍັງຖືກອອກແບບມາເພື່ອສົ່ງເສີມການໃຊ້ໜ້າຈໍໃນການໃຊ້ຄວາມຄິດສ້າງສັນ, ຫຼິ້ນເກມ, ຊຸມຊົນສິລະປະທີ່ເພີ່ມຂຶ້ນໃນພື້ນທີ່ຂອງໂລກດິຈິຕອນເຊັ່ນ Metaverse.

ໂດຍປີທີ່ຜ່ານມາ ສີທີ່ໄດ້ຮັບເລືອກແມ່ນ ສີເທົາ Ultimate Gray 17-5104 ແລະ ສີເຫຼືອງ  Illuminating 13-0647 ທີ່ສະແດງໃຫ້ເຫັນເຖິງຄວາມຫວັງ ແລະ ຄວາມເຂັ້ມແຂງ.

ຂອບໃຈຂໍ້ມູນຈາກ: https://cutt.ly/VYQMhoW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/