“ຊາວບາເຈົາ” ຊົນເຜົ່າທີ່ໃຊ້ຊີວິດໃນທະເລນັບພັນປີ ຈົນຮ່າງກາຍວິວັດທະນາການເໜືອມະນຸດ


ຊົນເຜົ່າບາເຈົາ “Bajua” ຊົນເຜົ່າທີ່ມີສາຍາວ່າ ຜູ້ຈອນຈັດແຫ່ງທະເລ (Sea Nomads) ໂດຍພວກເຂົາອາໄສຢູ່ກາງທະເລມາດົນນານນັບ 1,000 ປີ ຈົນຮ່າງກາຍເກີດວິວັດທະນາການເຮັດໃຫ້ສາມາດດຳນ້ຳໄດ້ດົນກວ່າມະນຸດທົ່ວໄປເຖິງ 3 ເທົ່າ ເຊິ່ງນີ້ເປັນຄວາມສາມາດພິເສດທີ່ຖືກຈຳກັດ ແລະ ເກີດຂຶ້ນສະເພາະກັບຄົນໃນເຜົ່ານີ້ເທົ່ານັ້ນ.

ຈາກສາລະຄະດີ Human Planet ຂອງ BBC ໄດ້ຖ່າຍທອດຊີວິດຂອງຊາວບາເຈົາຄົນໜຶ່ງຊື່ວ່າ ເຊົາບິນ (Sulbin) ລາວສາມາດດຳນ້ຳໄດ້ດົນເຖິງ 3 ນາທີ ຕໍ່ໜຶ່ງລົມຫາຍໃຈຂະນະເຄື່ອນໄຫວ ແຕ່ຄົນທີ່ຢູ່ດົນທີ່ສຸດ ສາມາດດຳໄດ້ດົນເຖິງ 5 ນາທີ (ປົກກະຕິມະນຸດທົ່ວໄປສາມາດດຳນ້ຳໄດ້ດົນສະເລ່ຍພຽງ 30-40 ວິນາທີ) ພວກເຂົາອາໄສຢູ່ເທິງເຮືອນກາງທະເລ ໃນແຖບອາຊີອາຄະເນ ແລະ ເດີນທາງຍ້າຍຝັ່ງກໍຕໍ່ເມື່ອຕ້ອງການຂາຍປາ, ຊື້ຂອງເຄື່ອງໃຊ້ທີ່ຈຳເປັນ, ຫຼົບໄພຈາກພາຍຸກາງທະເລ ຫຼື ເມື່ອຕ້ອງເຮັດພິທີຝັງສົບເທົ່ານັ້ນ.

ປົກກະຕິແລ້ວ ຊາວບາເຈົາຈະໃຊ້ເວລາກວ່າ 5 ຊົ່ວໂມງໃນການດຳນ້ຳເພື່ອຫາອາຫານໃນແຕ່ລະມື້ ເຊິ່ງແຕ່ລະຄັ້ງ ພວກເຂົາຈະດຳລົງໄປກວ່າ 70 ແມັດ ດ້ວຍວິທີການດຳນ້ຳແບບໂຕເປົ່າ (Free-diving) ບໍ່ມີອຸປະກອນໃດໆ ຊ່ວຍທັງນັ້ນ ຈະມີແຕ່ພຽງແວ່ນຕາດຳນ້ຳພ້ອມອຸປະກອນແທງປາທີ່ເຮັດຈາກໄມ້ ແລະ ທັກສະທີ່ສະສົມຕັ້ງແຕ່ເກີດເທົ່ານັ້ນ.

ດຣ. ເມລິສຊາ ອິລາໂດ (Melissa Ilado)  ນັກວິໄຈ ຈາກມະຫາວິທະຍາໄລໂຄເປນເຮເກນ ໄດ້ເຮັດການສະແກນຮ່າງກາຍຂອງຊາວບາເຈົາ 59 ຄົນ ດ້ວຍເຄື່ອງອັນຕາຊາວແບບພົກພາ ເຊິ່ງພົບວ່າພວກເຂົາມີອະໄວຍະວະປ້າງໃຫຍ່ກວ່າຄົນທົ່ວໄປເຖິງ 50% ລວມເຖິງຍັງໃຫຍ່ກວ່າຊາວຊາລວນ (Saluan) ຊົນເຜົ່າທີ່ຢູ່ໃກ້ຊິດກັບທະເລດ້ວຍໂຕເລກດຽວກັນ.

ເຊິ່ງງານວິໄຈຍັງບອກອີກວ່າ ເຖິງຮ່າງກາຍຂອງເດັກໃນຊົນເຜົ່າທີ່ບໍ່ຄ່ອຍໄດ້ດຳນ້ຳເລີຍ ຍັງພົບວ່າເດັກເຫຼົ່ານີ້ມີຂະຫນາດປ້າງທີ່ໃກ້ຄຽງກັນກັບຜູ້ໃຫຍ່ທົ່ວໄປທີ່ດຳນ້ຳເປັນປະຈຳ ເຮັດໃຫ້ທີມວິໄຈສາມາດສະຫຼຸບວ່າ “ຂະໜາດຂອງປ້າງທີ່ໃຫຍ່ກວ່າຄົນທຳມະດາບໍ່ໄດ້ເກີດຈາກການຝຶກຝົນ ແຕ່ເກີດຈາກ ການວິວັດທະນາການຂອງຮ່າງກາຍ” ເຊິ່ງຈາກບັນທຶກການມີຂອງຊາວບາເຈົາ ເລີ່ມຂຶ້ນເມື່ອ 1,000 ປີ ລະຍະເວລານີ້ພຽງພໍທີ່ຈະເຮັດໃຫ້ການວິວັດທະນາການເກີດຂຶ້ນໄດ້.

ມາຮອດນີ້ ຫຼາຍຄົນກໍອາດຈະຍັງສົງໄສວ່າ ປ້າງ (spleen) ກ່ຽວຫຍັງກັບການດຳນ້ຳ?  ປ້າງປຽບດັ່ງຖັງເກັບອອກຊິເຈນສຳຮອງ ເພາະເມື່ອເຮົາຢຸດຫັນໃຈ ປອດຈະຢຸດການເຮັດວຽກ ປ້າງຈະບີບຕົວ ແລະ ສົ່ງເຊວເມັດເລືອດແດງທີ່ມີອອກຊິເຈນຢູ່ຢ່າງຫຼາຍອອກໄປເພື່ອເພີ່ມອອກຊິເຈນໃນຮ່າງກາຍ ຂະນະທີ່ປອດຢຸດການເຮັດວຽກ ເຊິ່ງການທີ່ປ້າງໃຫຍ່ ກໍຈະຊ່ວຍໃຫ້ກັ້ນໃຈໄດ້ດົນຂຶ້ນນັ້ນເອງ.

ຈາກການກວດສອບຂໍ້ມູນຫລ້າສຸດ ປັດຈຸບັນພວກເຂົາໄດ້ເລືອກຕັ້ງຖິ່ນຖານຖາວອນຢູ່ຕາມຊາຍຝັ່ງປະເທດມາເລເຊຍ ອິນໂດເນເຊຍ ລວມທັງທາງຕອນໃຕ້ຂອງຟີລິບປີນ ເຊິ່ງຕອນນີ້ປະຊາກອນຢູ່ໃນເຜົ່າລວມແລ້ວກວ່າ 1 ລ້ານຄົນ ແຕ່ສ່ວນຫຼາຍແມ່ນຢູ່ຕາມຊາຍຫາດ.

ທີ່ມາ: https://www.flagfrog.com/the-driver-tribe-bajau/