ເລື່ອງລາວຂອງ ໂອດິນ ຫມາຜູ່ປົກປ້ອງຝູງແບ້ຈາກໄຟປ່າ ອ່ານແລ້ວຊຶ້ງນ້ຳຕາໄຫລ


ໝາໂຕນີ້ມັນປະຕິເສດເຈົ້າຂອງທີ່ບອກໃຫ້ໜີຂຶ້ນລົດໄປກັບລາວ ເພາະໜ້າທີ່ຂອງມັນຄືການເບິ່ງແຍງຄວາມປອດໄພຂອງຝູງແບ້.

ເມື່ອຊ່ວງເດືອນ ຕຸລາ 2017 ໄຟປ່າລຸກລາມໄປທົ່ວແນວປ່າໃນລັດ California ມີການອົບພະຍົບຄົນໃນພື້ນທີ່ຫຼາຍໝື່ນ ແລະ ມີຫລາຍກວ່າ 6,000 ຫຼັງຄາເຮືອນຕ້ອງໂຊກຮ້າຍຖືກໄໝ້ໄປກັບໄຟປ່າ.

ໃນກາງເດິກຂອງຄືນໜື່ງ Roland Hendel ໄດ້ຮັບສັນຍານໃຫ້ອົບພະຍົບໂດຍດ່ວນ ແລະ ລາວໄດ້ເບິ່ງອອກໄປນອກບ້ານເຫັນແສງແປວໄຟຄ່ອຍໆຂັບເຄື່ອນເຂົ້າມາຫາເລື້ອຍໆ.

ລາວຈື່ງບໍ່ລໍຊ້າຮີບນຳລູກສາວກັບໝາສາມໂຕ ແລະ ແມວອີກສອງໂຕຂຶ້ນລົດທັນທີ ແຕ່ຍັງມີບ່ອນຫວ່າງເຫຼືອຢູ່ພຽງຫນ້ອຍໜຶ່ງລາວໄດ້ຮີບແລ່ນອອກໄປຄອກແບ້ ແລະ ເອິ້ນເອົາ ໂອດິນ ອອກມາ.

ໂອດິນ ຄືໝາລ້ຽງແບ້ພັນ Great Pyrenees ໜ້າທີ່ຂອງມັນໃນແຕ່ລະມື້ແມ່ນການຕ້ອນແບ້ໃຫ້ຢູ່ນຳກັນເປັນຝູງ ແລະ ຄອຍຄຸ້ມກັນສັດຮ້າຍອື່ນໆທີ່ຈະມາຂ້າພວກແບ້ເປັນອາຫານ ດ້ວຍຮູບຮ່າງໃຫຍ່ກວ່າໝາພັນອື່ນໆມັນຈື່ງສາມາດຮັບມືກັບໝາປ່າ ແລະ ເສືອພູເຂົາໄດ້ເປັນຢ່າງດີ.

ແຕ່ບາດນີ້ເຈົ້າຂອງຂອງມັນສັ່ງໃຫ້ຖິ້ມໜ້າທີ່ ແລະ ບອກໃຫ້ ໂອດິນ ຂຶ້ນລົດດຽວນີ້..!! ໂຣແລນ ຜູ້ທີ່ບໍ່ມີທາງເລືອກແລ້ວລາວບໍ່ສາມາດຂົນເອົາແບ້ອີກ 8 ໂຕໄປນຳໄດ້ເນື່ອງຈາກລົດຂອງລາວບໍ່ມີບ່ອນໃຫ້ພວກມັນຢູ່.

ໂອດິນ ຂຶ້ນລົດດຽວນີ້ ໂຣແລນເພິ່ມນ້ຳສຽງສັ່ງທີ່ແຮງຂຶ້ນ ໂອດິນ ໄດ້ຍ່າງອອກມາຢືນຢູ່ທາງໜ້າຝູງແບ້ແລ້ວນັ່ງລົງກັບພື້ນ ແລະ ບໍ່ເຫນັງຕິງໄປໃສ..

ໂອດິນ ຜູ້ທີ່ຖືກຝຶກມາໃຫ້ດູແລຄວາມປອດໄພຂອງຝູງແບ້ໂດຍສະເພາະຕອນກາງຄືນທີ່ເປັນເວລາຂອງສັດຮ້າຍອອກລ່າເຫຍື່ອ ໂອດິນມັນຈື່ງບໍ່ຍອມຖິ້ມໜ້າທີ່ເຖິງແມ່ນວ່າເຈົ້າຂອງມັນສັ່ງຢ່າງດຸຮ້າຍກໍຕາມ.

ໂຣແລນເຖິງກັບສະດຸ້ງ ແລະ ເຂົ້າໃຈໃນໂຕຂອງມັນທີ່ມຸ່ງໝັ້ນເຮັດວຽກມາສະເໝີແຕ່ບໍ່ຄິດວ່າມັນຈະມຸ່ງໝັ້ນຂະໜາດນີ້.

ໄຟກໍໄໝ້ເຂົ້າມາໃກ້ພື້ນທີ່ແລ້ວ ໂຣແລນໝົດຫົນທາງເລືອກແລ້ວລາວຕ້ອງພາລູກສາວອອກໄປຈາກບ່ອນນີ້ລາວແລ່ນໄປເປິດຮົ້ວຄັອກແບ້ຖິ້ມປະໄວ້ ແລະ ຮີບຂັບລົດອອກໄປທັນທີ.

ອ້ອມຮອບຂ້າງຫົນທາງທີ່ລາວຂັບລົດໄປນັ້ນເຕັມໄປດ້ວຍແປວໄຟ ແລະ ສຽງຕົ້ນໄມ້ລົ້ມ,​ ສຽງລະເບິດ ດັງກ້ອງກັງວານໄປຕະຫຼອດເວລາ ໂຣແລນໄດ້ນ້ຳຕາໄຫຼອອກມາລາວຄຶດວ່າໂອດິນ ແລະ ແບ້ອີກ 8 ຕົວຄົງບໍ່ລອດອອກຈາກເງື້ອມມືມັດຈຸຣາດເເປວເພິງນີ້ໄປໄດ້.

ໂຣແລນພາລູກສາວກັບໝາອີກ 3 ແລະ ແມວອີກ 2 ໂຕໄປຮອດທີ່ໝາຍຢ່າງປອດໄພແຕ່ເຂົາຍັງເປັນຫ່ວງໂອດິນ ແລະ ຫວັງວ່າຈະໄດ້ກັບໄປເບິ່ງມັນອີກຄັ້ງ.

ມື້ຕໍ່ມາໂຣແລນພະຍາຍາມຫາທາງກັບໄປເຮືອນອີກຄັ້ງ ແຕ່ທາງທີ່ເຂົາມາມັນຖືກຕົ້ນໄມ້ລົ້ມທັບ ແລະ ຂວາງທາງໄປໝົດແລ້ວ.

ລາວພະຍາຍາມຫຼົບຫຼີກລຸຍເຂົ້າໄປ ແລະ ໃນທີ່ສຸດລາວກໍມາເຖິງຈຸດທີ່ເຄີຍເປັນເຮືອນ ໃນເວລາພຽງມື້ດຽວເຮືອນຂອງລາວກໍຖືກໄຟໄໝ້ຈົນກາຍເປັນເຖົ່າໄປໝົດແລ້ວ.

ແຕ່ໃນທ່າມກາງຄວາມໂສກເສົ້າກັບມີເລື່ອງອັດສະຈັນໃຈເກີນທີ່ລາວຄາດໝາຍໄວ້ ໂອດິນ ແລະ ແບ້ທັ້ງ 8 ຕົວຍັງຄົງຢູ່ຄົບ!!!

ໂຣແລນໄດ້ຍ່າງໄປຄັອກແບ້ລາວເຫັນແບ້ທັ້ງ 8 ໂຕຍ່າງໄປມາອ້ອມບໍລິເວນຄອກ ຍັງບໍ່ພໍໃນຫັ້ນຍັງມີກວາງ ແລະ ລູກກວາງອີກຈຳນວນໜື່ງ ແລະ ໂອດິນສະພາບອິດເມື່ອຍຫລາຍນັ່ງຄອງຄອຍເຈົ້າຂອງຂອງມັນກັບມາ.

ໂອດິນ ເຫັນ ໂຣແລນ ມັນຮີບແລ່ນເຂົ້າໄປເລຍໜ້າລາວຢ່າງບໍ່ຢຸດຢັ້ງ ລາວຮີບກວດສະພາບຂອງມັນ ແລະ ໄດ້ເຫັນວ່າມັນໂຕຈ່ອຍລົງຢ່າງເຫັນໄດ້ຊັດ ແລະ ຂົນເຕັມໄປດ້ວຍຂີ້ເທົ່າ ພື້ນຕີນຂອງມັນເຕັມໄປດ້ວຍຮອຍໄໝ້ຈາກໄຟ.

ໂອດິນໜ້າຈະພະຍາຍາມຕ້ອນແບ້ໃຫ້ຢູ່ໃນຈຸດທີ່ບໍ່ຖືກໄຟໄໝ້ ມັນໜ້າຈະແລ່ນກັນຫມົດຄືນ ສະພາບເຖິງໄດ້ອິດເມື່ອຍຂະໜາດນີ້ ແລະ ກວາງບາງໂຕຄົງເຫັນເລີຍມາເຂົ້າຮ່ວມຝູງນຳ.

ເຖິງແມ່ນວ່າໂຣແລນຈະສູນເສຍເຮືອນໄປຫມົດຫຼັງ ແຕ່ວ່າລາວບໍ່ເສຍໃຈເລີຍເພາະການກະທຳຂອງໂອດິນມັນເຮັດໃຫ້ລາວມີຄວາມສຸກ ແລະ ມີຄວາມຫວັງກັບຊີວິດຂຶ້ນອີກຄັ້ງ. ປັດຈຸບັນໂອດິນປິ່ນປົວຫາຍດີແລ້ວ ແລະ ເຮັດໜ້າທີ່ຂອງມັນໃນເຮືອນຫຼັງໃໝ່ກັບໂຣແລນ ແລະ ຄອບຄົວຢ່າງມີຄວາມສຸກ.

ທີ່ມາ: https://www.facebook.com/imfromandromed/photos/a.258924724737575/732152400748136/?type=3&theater