ໂດຣາເອມອນ ຍຶດລົດໄຟ!!!!


ລົດໄຟສາຍເຊບຸ ໄດ້ຈັດລົດໄຟຂະບວນພິເສດ DORAEMON-GO ເພື່ອຮ່ວມສະເຫຼີມສະຫຼອງໂດຣາເອມອນຄົບຮອບ 50 ປີ ແລະ ໂຄສະນາໜັງໂດຣາເອມອນ STAND BY ME 2 (ສາຍໃນເດືອນ 11) ໂດຍທີ່ທາງນອກ ແລະ ພາຍໃນລົດໄຟຈະຕົບແຕ່ງດ້ວຍຕີມ (Theme) ໂດຣາເອມອນ ແບບຈັດເຕັມ ໜ້າຮັກ ເປັນຕານັ່ງສຸດໆໄປເລີຍ!.

ລົດໄຟ DORAEMON-GO ມີກໍານົດການແລ່ນເຖິງປາຍເດືອນຕຸລານີ້ (ອາດຈະມີການປ່ຽນແປງໄດ້) ແລະ ຈະແລ່ນຢູ່ໃນສາຍຊິນຈຸກຸ ກັບສາຍໄຮຈິມະ. ແຟນໆໂດຣາເອມອນຄົນໃດສົນໃຈ ກໍລອງໄປດັກຖ້າເບິ່ງຢູ່ຕາມສະຖານີໄດ້! (ແຕ່ຕ້ອງຖ້າປົດລັອກດາວກ່ອນເດີ້ ຮະໆໆ)

ທີ່ມາ: https://www.facebook.com/jpanpanpan/photos/a.1852588571711261/2421805064789606/?type=3&theater