ປະເທດໄທຫ້າມນຳເຂົ້າຂີ້ເຫຍື້ອອີເລັກໂທຣນິກ ຜູ່ຝ່າຝືນມີໂທດເຂົ້າຄຸກ



ທ່ານ ກີລະຕິ ຣັດຊະໂນ ຫົວຫນ້າກົມການຄ້າຕ່າງປະເທດເປີດເຜີຍວ່າ ກະຊວງການຄ້າໄດ້ອອກປະກາດໃຫ້ຂີ້ເຫຍື້ອອິເລັກໂທຣນິກເປັນສິນຄ້າທີ່ຕ້ອງຫ້າມໃນການນຳເຂົ້າມາປະເທດໄທ ເຊິ່ງຫ້າມນຳເຂົ້າຂີ້ເຫຍື້ອອິເລັກໂທຣນິກຈຳນວນ 428 ລາຍການ ເຊິ່ງມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 15 ກັນຍາ 2020 ທີ່ຜ່ານມາ.

ໂດຍເປັນການດຳເນີນຕາມມະຕິຄະນະອະນຸກຳມະການເພື່ອພັດທະນາການຈັດການຂີ້ເຫຍື້ອອິເລັກໂທຣນິກ ແລະ ເສດພລາສຕິກທີນຳເຂົ້າຈາກຕ່າງປະເທດຢ່າງລະບົບ. ເມື່ອທ້າຍປີ 2018 ທີ່ໄດ້ມອບໝາຍໃຫ້ກະຊວງການຄ້າອອກປະກາດຫ້າມນຳເຂົ້າຂີ້ເຫຍື້ອອິເລັກໂທຣນິກ ເພ່ືອຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງໃນການປ້ອງກັນການນຳຂີ້ເຫຍື້ອອິເລັກໂທຣນິກເຂົ້າມາຖິ້ມໃນປະເທດ, ເພື່ອຊ່ວຍອະນຸຮັກສິ່ງແວດລ້ອມ, ກະຕຸ້ນໃຫ້ຜູ້ປະກອບການ ໜ່ວຍງານທີ່ກ່ຽວຂ້ອງເຂົ້າເລັ່ງບໍລິຫານຈັດການຂີ້ເຫຍື້ອອິເລັກໂທຣນິກທີ່ມີຢູ່ພາຍໃນປະເທດໃຫ້ເປັນໄປຢ່າງມີປະສິດທິພາບ ສະໜັບສະໜູນການໃຊ້ຊັບພະຍາກອນໃນປະເທດຢ່າງກຸ້ມຄ່າ ແລະ ໃຫ້ເກີດຜົນສູງສຸດ ອີກທັງຍັງຊ່ວຍບໍລິຫານຈັດການຂີ້ເຫຍື້ອອິເລັກໂທຣນິກພາຍໃນປະເທດເພື່ອນຳກັບມາໃໝ່ຢ່າງຖືກວີທີຫຼາຍຂຶ້ນ, ສະໜັບສະໜູນແນວຄິດ Circular Economy ແລະ ເປັນມິດກັບສິ່ງແວດລ້ອມ ຫຼຸດພາລະຄ່າໃຊ້ຈ່າຍໃນການຈັດການຂອງເສຍພາຍໃນປະເທດ.

ທ່ານ ກີລະຕິ ກ່າວວ່າ ຂີ້ເຫຍື້ອອິເລັກໂທຣນິກ 248 ລາຍການເຊັ່ນ ຊິ້ນສ່ວນອຸປະກອນໄຟຟ້າ ແລະ ອິເລັກໂທຣນິກ ຫຼື ເສດ (ບໍ່ລວມເສດຈາກເຄື່ອງກຳເນີດໄຟຟ້າ),

ທີ່ມີສ່ວນປະກອບຄືຕົວເກັບປະຈຸໄຟຟ້າ ແລະ ແບັດເຕີຣີ, ເສດແກ້ວຈາກຫຼອດຣັງສີແຄໂທດ, ຕົວເກັບປະຈຸໄຟຟ້າທີ່ມີສານພີຊີບີ ຫຼື ທີປົນເປື້ອນດ້ວຍແຄດມຽມ ບາຫລອດ ກົ່ວ ເຊິ່ງເປັນຂອງເສຍເຄມີວັດຖຸ ເຊິ່ງເປັນໄປຕາມບັນຊີທ້າຍປະກາດ ຜູ້ຝ່າຝືນນຳເຂົ້າມີໂທດຈຳຄຸກ 10 ປີ ຫຼື ປັບເປັນເງິນ 5 ເທົ່າຂອງລາຄາສິນຄ້າ ຫຼື ທັງຈຳທັງປັບ.

ທີ່ມາ:​ https://www.sanook.com/news/8265954/