ຈີນ-ສະຫະລັດເດີນ​ໜ້າ​ຄວາມສຳພັນທາງ​ດ້ານ​ການ​ຄ້າ ເພື່ອມຸ່ງໄປສູ່ການສ້າງສະໜາມແຂ່ງຂັນທີ່ເທົ່າທຽມ


ເຈົ້າ​ໜ້າ​ທີ່​ຈີນ ​ແລະ​ ສະຫະລັດ ​ໄດ້​ພົບ​ປະ​ກັນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ເພື່ອ​ປຶກສາ​ຫາລື​ບັນຫາ​ເສດຖະກິດ​ທີ່​ທ້າ​ທາຍ ກ່ຽວກັບປະເດັນການແບ່ງ​ແຍກ​ສອງ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ ກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດ ເນື່ອງຈາກ​ການ​ຄ້າ ​ແລະ​ ພາສີ​ໄດ້​ຮັບ​ຄວາມ​ສົນໃຈນັບ​​ມື້​ນັບ​ຫຼາຍ​ຂຶ້ນ.

ກະ​ຊວງ​ການ​ເງິນຂອງ​ຈີນ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ ລັດຖະບານ​ຈີນໄດ້​ຄັດຄ້ານ​ການ​ເພີ່ມ​ອັດຕາ​ພາສີ​ຕໍ່​ການ​ສົ່ງສິນຄ້າອອກ​ຂອງ​ຈີນ, ຂໍ້ຈໍາກັດການລົງທຶນສອງທາງ ແລະ ຂໍ້ຈໍາກັດອື່ນໆກ່ຽວ​ກັບ​ການ​ຄ້າ ​ແລະ ເຕັກ​ໂນ​ໂລ​ຊີໃນ​ລະຫວ່າງການ​ເຈລະຈາ​ຂອງ​ກຸ່ມ​​​ເສດຖະກິດຮ່ວມ (Economic Working Group) ​ຂອງທັງ 2 ປະ​ເທດໂດຍລະບຸວ່າການເຈລະຈາພາຍໃນສອງມື້ນັ້ນ (ວັນຈັນ – ວັນຄານ) ແມ່ນການເຈລະຈາໃນ “ດ້ານທີ່ສ້າງສັນ”.

ໜັງສືພິມ Global Times ເຊິ່ງ​ເປັນກະບອກສຽງ​ຂອງ​ພັກ​ຄອມ​ມິວນິດ​ຈີນ ໄດ້ລະບຸວ່າບົດຄວາມດັ່ງກ່າວທີ່ໄດ້ຖືກເປີດເຜີຍໃນວັນອັງຄານທີ່ຜ່ານມາ ກ່ຽວກັບການເຈລະຂອງທັງສອງປະເທດໃນຄັ້ງນີ້ໄດ້ສົ່ງ​ “ສັນຍານໃນເຊີງບວກ” ເຖິງ​ແມ່ນ​ວ່າ​ຈະຍັງ​ມີ​ຄວາມ​ຂັດ​ແຍ້ງ​ກັນກໍຕາມ ແຕ່ທ່າອ່ຽງໃນເຊີງບວກນີ້ຈະຊ່ວຍສ້າງຄວາມໝັ້ນໃຈທີ່ຈຳເປັນຫຼາຍໃຫ້ແກ່ພາກທຸລະກິດຂອງທັງສອງປະເທດ, ລວມທັງຊຸມຊົນລະຫວ່າງປະເທດ ທ່າມກາງຄວາມທ້າທາຍໃນທົ່ວໂລກທີ່ເພີ່ມຂຶ້ນ.

ທາງດ້ານກະຊວງ​ການ​ເງິນ​ຂອງ​ສະຫະລັດ ກໍໄດ້ອອກຖະແຫຼງການໂດຍກ່າວວ່າ ເຈົ້າໜ້າທີ່ສະຫະລັດ ຢ້ຳຄືນເຖິງ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ອຸດສາຫະກຳ​ຂອງ​ຈີນ, ຄວາມສາມາດໃນການຜະລິດທີ່ຫຼາຍຂຶ້ນ ​​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຄົນ​ງານ ​ແລະ​ ບໍລິສັດ​ຂອງ​ສະຫະລັດ.

ເຊິ່ງຄວາມກັງວົນນີ້ໄດ້ສະທ້ອນໃຫ້ເຫັນ ເມື່ອ​ເສດຖະກິດ​ຈີນ​ຊະລໍຕົວ​ລົງ ເນື່ອງຈາກວິກິດການຕະຫຼາດອະສັງຫາລິມະຊັບທີ່ແກ່ຍາວ ແລະ ແນວໂນ້ມໃນໄລຍະຍາວເຊັ່ນ: ປະຊາກອນຜູ້ສູງອາຍຸຫຼາຍຂຶ້ນ, ຜູ້ນຳ​ຈີນ​ມີ​ທ່າ​ທີ​ຈະ​ອີງ​ໃສ່​ການ​ຊຸກຍູ້​ການ​ຜະລິດ​ສົ່ງ​ອອກ​ຫຼາຍ​ກວ່າ​ເກົ່າ ເພື່ອຊົດເຊີຍຄວາມຕ້ອງການພາຍໃນທີ່ອ່ອນແອ.

ຜູ້ຊ່ຽວຊານດ້ານເສດຖະກິດບາງຄົນກ່າວວ່າ ເນື່ອງຈາກ​ຈີນ​ມີ​ສ່ວນ​ແບ່ງ​ການຕະ​ຫຼາດຂະໜາດ​ໃຫຍ່​ໃນ​ຫຼາຍ​ອຸດ​ສາ​ຫະ​ກໍາຢູ່​ແລ້ວ​. ການສົ່ງເສີມການຜະລິດດັ່ງກ່າວອາດຈະເຮັດໃຫ້ກໍາລັງການຜະລິດເພີ່ມຂຶ້ນຈົນບໍ່ສາມາດຮັກສາໄດ້ໃນໄລຍະຍາວ ແລະ ກົດດັນໃຫ້ຜູ້ຜະລິດຕ່າງຊາດອອກຈາກຫຼາຍອຸດສາຫະກໍາ ເຊິ່ງຕົວຢ່າງທີ່ເຫັນໄດ້ຊັດເຈນກໍຄື ແຜງໂຊລາເຊລ. ໂດຍອີງຕາມການລາຍງານຫຼ້າສຸດຂອງສຳນັກງານພະລັງງານລະຫວ່າງປະເທດ ດ້ວຍການ​ລົງ​ທຶນ​ຢ່າງ​ຫຼວງ​ຫຼາຍ​ໃນ​ອຸດ​ສາ​ຫະ​ກຳ​ດັ່ງ​ກ່າວ​ໄດ້​ສົ່ງ​ຜົນ​ໃຫ້​ຈີນ​ຢຶດ​ເອົາ​ສ່ວນ​ແບ່ງ​ຕະ​ຫຼາດ​ປະ​ມານ 80% ຂອງ​ທຸກ​ຂັ້ນ​ຕອນໃນ​ການ​ຜະ​ລິດ. ການຂະຫຍາຍຕົວຢ່າງໄວວາຂອງຜູ້ຜະລິດຈີນ ໄດ້ເຮັດໃຫ້ເອີຣົບສະເໜີມາດຕະການຄວບຄຸມການນໍາເຂົ້າ ​ແຕ່​ມາດ​ຕະການ​ດັ່ງກ່າວ​ອາດຈະ​ເຮັດ​ໃຫ້​ຄວາມ​ກ້າວໜ້າໃນການແກ້ໄຂບັນຫາການປ່ຽນແປງຂອງສະພາບອາກາດ​ຂອງ​ພາກພື້ນມີການສະລໍຕົວລົງ ໂດຍຜ່ານການຫຼຸດຜ່ອນການປ່ອຍອາຍພິດຄາບອນ.

ນອກຈາກນີ້, ການ​ເຈ​ລະ​ຈາຢູ່ທີ່ນະຄອນຫຼວງ​ປັກ​ກິ່ງ​ຍັງ​ໄດ້​ປຶກ​ສາ​ຫາ​ລືກ່ຽວກັບ ​ບັນ​ຫາ​ອື່ນໆ​ເຊັ່ນ: ​ບັນ​ຫາ​ໜີ້​ສິນ​ໃນ​ປະ​ເທດ​ທີ່ກຳລັງ​ພັດ​ທະ​ນາ, ການຮ່ວມມືທາງດ້ານການເງິນ ແລະ ນະໂຍບາຍເສດຖະກິດ.

ສະຫະລັດຍັງໄດ້ກ່າວເພີ່ມອີກວ່າ ພວກເຂົາບໍ່ຕ້ອງການທີ່ຈະແຍກເສດຖະກິດທັງສອງອອກຈາກກັນ ພຽງແຕ່ຕ້ອງການຄວາມສຳພັນທາງດ້ານເສດຖະກິດທີ່ໝັັ້ນຄົງ. ແລະຕ້ອງການຈະ​ສ້າງ​ສະ​ໜາມ​ແຂ່ງ​ຂັນທີ່ເທົ່າທຽມສຳລັບ​​ບໍ​ລິ​ສັດ ແລະ​ ຄົນ​ງານ​ໃນສະຫະລັດ.

ທີ່ມາ:

apnews

apnews2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/