ເຈົ້າໜ້າທີ່ຈີນ ແລະ ສະຫະລັດ ໄດ້ພົບປະກັນຢູ່ນະຄອນຫຼວງປັກກິ່ງເພື່ອປຶກສາຫາລືບັນຫາເສດຖະກິດທີ່ທ້າທາຍ ກ່ຽວກັບປະເດັນການແບ່ງແຍກສອງເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ ກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດ ເນື່ອງຈາກການຄ້າ ແລະ ພາສີໄດ້ຮັບຄວາມສົນໃຈນັບມື້ນັບຫຼາຍຂຶ້ນ.
ກະຊວງການເງິນຂອງຈີນໄດ້ອອກຖະແຫຼງການວ່າ ລັດຖະບານຈີນໄດ້ຄັດຄ້ານການເພີ່ມອັດຕາພາສີຕໍ່ການສົ່ງສິນຄ້າອອກຂອງຈີນ, ຂໍ້ຈໍາກັດການລົງທຶນສອງທາງ ແລະ ຂໍ້ຈໍາກັດອື່ນໆກ່ຽວກັບການຄ້າ ແລະ ເຕັກໂນໂລຊີໃນລະຫວ່າງການເຈລະຈາຂອງກຸ່ມເສດຖະກິດຮ່ວມ (Economic Working Group) ຂອງທັງ 2 ປະເທດໂດຍລະບຸວ່າການເຈລະຈາພາຍໃນສອງມື້ນັ້ນ (ວັນຈັນ – ວັນຄານ) ແມ່ນການເຈລະຈາໃນ “ດ້ານທີ່ສ້າງສັນ”.
ໜັງສືພິມ Global Times ເຊິ່ງເປັນກະບອກສຽງຂອງພັກຄອມມິວນິດຈີນ ໄດ້ລະບຸວ່າບົດຄວາມດັ່ງກ່າວທີ່ໄດ້ຖືກເປີດເຜີຍໃນວັນອັງຄານທີ່ຜ່ານມາ ກ່ຽວກັບການເຈລະຂອງທັງສອງປະເທດໃນຄັ້ງນີ້ໄດ້ສົ່ງ “ສັນຍານໃນເຊີງບວກ” ເຖິງແມ່ນວ່າຈະຍັງມີຄວາມຂັດແຍ້ງກັນກໍຕາມ ແຕ່ທ່າອ່ຽງໃນເຊີງບວກນີ້ຈະຊ່ວຍສ້າງຄວາມໝັ້ນໃຈທີ່ຈຳເປັນຫຼາຍໃຫ້ແກ່ພາກທຸລະກິດຂອງທັງສອງປະເທດ, ລວມທັງຊຸມຊົນລະຫວ່າງປະເທດ ທ່າມກາງຄວາມທ້າທາຍໃນທົ່ວໂລກທີ່ເພີ່ມຂຶ້ນ.
ທາງດ້ານກະຊວງການເງິນຂອງສະຫະລັດ ກໍໄດ້ອອກຖະແຫຼງການໂດຍກ່າວວ່າ ເຈົ້າໜ້າທີ່ສະຫະລັດ ຢ້ຳຄືນເຖິງຄວາມເປັນຫ່ວງກ່ຽວກັບການປະຕິບັດນະໂຍບາຍອຸດສາຫະກຳຂອງຈີນ, ຄວາມສາມາດໃນການຜະລິດທີ່ຫຼາຍຂຶ້ນ ຈະສົ່ງຜົນກະທົບຕໍ່ຄົນງານ ແລະ ບໍລິສັດຂອງສະຫະລັດ.
ເຊິ່ງຄວາມກັງວົນນີ້ໄດ້ສະທ້ອນໃຫ້ເຫັນ ເມື່ອເສດຖະກິດຈີນຊະລໍຕົວລົງ ເນື່ອງຈາກວິກິດການຕະຫຼາດອະສັງຫາລິມະຊັບທີ່ແກ່ຍາວ ແລະ ແນວໂນ້ມໃນໄລຍະຍາວເຊັ່ນ: ປະຊາກອນຜູ້ສູງອາຍຸຫຼາຍຂຶ້ນ, ຜູ້ນຳຈີນມີທ່າທີຈະອີງໃສ່ການຊຸກຍູ້ການຜະລິດສົ່ງອອກຫຼາຍກວ່າເກົ່າ ເພື່ອຊົດເຊີຍຄວາມຕ້ອງການພາຍໃນທີ່ອ່ອນແອ.
ຜູ້ຊ່ຽວຊານດ້ານເສດຖະກິດບາງຄົນກ່າວວ່າ ເນື່ອງຈາກຈີນມີສ່ວນແບ່ງການຕະຫຼາດຂະໜາດໃຫຍ່ໃນຫຼາຍອຸດສາຫະກໍາຢູ່ແລ້ວ. ການສົ່ງເສີມການຜະລິດດັ່ງກ່າວອາດຈະເຮັດໃຫ້ກໍາລັງການຜະລິດເພີ່ມຂຶ້ນຈົນບໍ່ສາມາດຮັກສາໄດ້ໃນໄລຍະຍາວ ແລະ ກົດດັນໃຫ້ຜູ້ຜະລິດຕ່າງຊາດອອກຈາກຫຼາຍອຸດສາຫະກໍາ ເຊິ່ງຕົວຢ່າງທີ່ເຫັນໄດ້ຊັດເຈນກໍຄື ແຜງໂຊລາເຊລ. ໂດຍອີງຕາມການລາຍງານຫຼ້າສຸດຂອງສຳນັກງານພະລັງງານລະຫວ່າງປະເທດ ດ້ວຍການລົງທຶນຢ່າງຫຼວງຫຼາຍໃນອຸດສາຫະກຳດັ່ງກ່າວໄດ້ສົ່ງຜົນໃຫ້ຈີນຢຶດເອົາສ່ວນແບ່ງຕະຫຼາດປະມານ 80% ຂອງທຸກຂັ້ນຕອນໃນການຜະລິດ. ການຂະຫຍາຍຕົວຢ່າງໄວວາຂອງຜູ້ຜະລິດຈີນ ໄດ້ເຮັດໃຫ້ເອີຣົບສະເໜີມາດຕະການຄວບຄຸມການນໍາເຂົ້າ ແຕ່ມາດຕະການດັ່ງກ່າວອາດຈະເຮັດໃຫ້ຄວາມກ້າວໜ້າໃນການແກ້ໄຂບັນຫາການປ່ຽນແປງຂອງສະພາບອາກາດຂອງພາກພື້ນມີການສະລໍຕົວລົງ ໂດຍຜ່ານການຫຼຸດຜ່ອນການປ່ອຍອາຍພິດຄາບອນ.
ນອກຈາກນີ້, ການເຈລະຈາຢູ່ທີ່ນະຄອນຫຼວງປັກກິ່ງຍັງໄດ້ປຶກສາຫາລືກ່ຽວກັບ ບັນຫາອື່ນໆເຊັ່ນ: ບັນຫາໜີ້ສິນໃນປະເທດທີ່ກຳລັງພັດທະນາ, ການຮ່ວມມືທາງດ້ານການເງິນ ແລະ ນະໂຍບາຍເສດຖະກິດ.
ສະຫະລັດຍັງໄດ້ກ່າວເພີ່ມອີກວ່າ ພວກເຂົາບໍ່ຕ້ອງການທີ່ຈະແຍກເສດຖະກິດທັງສອງອອກຈາກກັນ ພຽງແຕ່ຕ້ອງການຄວາມສຳພັນທາງດ້ານເສດຖະກິດທີ່ໝັັ້ນຄົງ. ແລະຕ້ອງການຈະສ້າງສະໜາມແຂ່ງຂັນທີ່ເທົ່າທຽມສຳລັບບໍລິສັດ ແລະ ຄົນງານໃນສະຫະລັດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/