ສປປ ລາວ ຫາລືກຽມປັບປຸງສັນຍາການຄ້າ ລາວ-ຫວຽດນາມ ແນໃສ່ການອຳນວຍຄວາມສະດວກ ນຳເຂົ້າ-ສົ່ງອອກ


ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ. ຫວຽດນາມ ຫາລື ກຽມປັບປຸງສັນຍາການຄ້າ ລາວ-ຫວຽດນາມ ໃຫ້ສອດຄ່ອງກັບສະພາບປັດຈຸບັນ ແນໃສ່ການອຳນວຍຄວາມສະດວກ ນຳເຂົ້າ-ສົ່ງອອກ ເພິີ່ມທະວີການຄ້າແບບພິເສດ ເພື່ອປະໂຫຍດທັງ 2 ຝ່າຍ.

ເມື່ອບໍ່ດົນມານີ້, ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການປັບປຸງບາງເນື້ອໃນຂອງສັນຍາການຄ້າສອງຝ່າຍ ລາວ-ຫວຽດນາມ ທີ່ກະຊວງ ອຄ ເຂົ້າຮ່ວມພົບປະສອງຝ່າຍ ມີທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ກະຊວງ ອຄ ສປປ ລາວ ແລະ ທ່ານ ໂດ້ ກວັກ ຮຶງ ຮອງຫົວໜ້າກົມອາຊີ-ອາຟຣິກກາ, ກະຊວງ ອຄ ແຫ່ງ ສສ ຫວຽດນາມ ເປັນຫົວໜ້າຄະນະຝ່າຍຫວຽດນາມ ພ້ອມດ້ວຍພະນັກງານທັງສອງເຂົ້າຮ່ວມ.

ໂດຍສັນຍາການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຫວຽດນາມ ໄດ້ລົງນາມໃນວັນທີ 03 ມີນາ 2015 ທີ່ ນະຄອນຫລວງວຽງຈັນ, ສັນຍາສະບັບນີ້ ມີທັງໝົດ 06 ໝວດ ແລະ 16 ມາດຕາ ມີຜົນບັງຄັບໃຊ້ໃນໄລຍະ 05 ປີ ແລະ ສາມາດຕໍ່ອາຍຸໂດຍອັດຕະໂນມັດອອກໄປທຸກໆ 03 ປີ.

ເພື່ອເຮັດໃຫ້ເນື້ອໃນຂອງສັນຍາ ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ ຂອງສອງຝ່າຍໃນສະພາບການໃໝ່, ໃນຕົ້ນປີ 2021 ທັງສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບຮ່ວມກັນ ໃນການປັບປຸງເນື້ອໃນສັນຍາບາງຈຸດຄືນໃໝ່. ທັງສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຜ່ານກົນໄກກອງປະຊຸມແບບທາງໄກ ແລະ ຜ່ານທາງໂທລະສັບ ໃນລະດັບຂັ້ນກົມ. ພ້ອມກັນນັ້ນ, ຝ່າຍຫວຽດນາມ ໄດ້ນໍາສະເໜີ ຮ່າງສັນຍາສະບັບປັບປຸງ ແລະ ບັນຊີສະຫງວນໃນເອກະສານຊ້ອນທ້າຍ 2b ໃຫ້ຝ່າຍລາວພິຈາລະນາ; ເຊິ່ງຝ່າຍລາວ ໄດ້ສົ່ງຄຳເຫັນຕໍ່ກັບເນື້ອໃນຮ່າງສັນຍາ ແລະ ບັນຊີສະຫງວນໃນເອກະສານຊ້ອນທ້າຍ 2b ໃຫ້ຝ່າຍຫວຽດນາມ ເປັນທີ່ຮຽບຮ້ອຍແລ້ວ.

ສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ສະເໜີໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນດໍາເນີນການປັບປຸງເນື້ອໃນສັນຍາການຄ້າ ຂອງຕົນໃຫ້ສໍາເລັດໂດຍໄວ ເພື່ອໃຫ້ສາມາດສະເໜີຕໍ່ລັດຖະບານຂອງສອງປະເທດ ພິຈາລະນາ ແລະ ອະນຸມັດລົງນາມສັນຍາການຄ້າສອງຝ່າຍ (ສະບັບປັບປຸງ) ໃຫ້ສໍາເລັດ ພາຍໃນໄຕມາດທີ 1 ປີ 2024.

ໃນຊຸມປີ 2023 ມູນຄ່າການຄ້າສອງຝ່າຍ ລາວ-ຫວຽດນາມ ສາມາດປະຕິບັດໄດ້ 1.5 ຕື້ໂດລາສະຫາລັດ, ໃນນີ້, ລາວ ສົ່ງອອກສິນຄ້າໄປ ຫວຽດນາມ ມີປະມານ 1.2 ຕື້ໂດລາສະຫະລັດ (ນໍ້າຕານ, ຢາງພາລາ, ເຄື່ອງດື່ມ, ແຮ່ເຫຼັກ, ໄຟຟ້າ, ກາເຟ, ຖ່ານຫີນ…) ແລະ ມູນຄ່າການນໍາເຂົ້າສິນຄ້າຈາກ ຫວຽດນາມ ມີປະມານ 324 ລ້ານໂດລາສະຫະລັດ (ພາຫະນະທາງບົກ ແລະ ຊິ້ນສ່ວນອາໄຫຼ່, ນ້ຳມັນກາຊວນ, ອາຫານສັດ, ເຄື່ອງກົນຈັກ ແລະ ອຸປະກອນ…), ເຊິ່ງສະແດງໃຫ້ເຫັນການຄ້າຂອງ ສປປ ລາວ ແມ່ນເກີນດຸນການຄ້າ ປະມານ 874 ລ້ານໂດລາສະຫະລັດ.

http://www.moic.gov.la/?p=12434&lang=lo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/