ບໍລິສັດຈາກຈີນ ອອກໄປລົງທຶນຕ່າງປະເທດຫຼາຍທີ່ສຸດໃນຮອບ 8 ປີ ໂດຍມີອາຊີ ເປັນຈຸດໝາຍຫຼັກ


ບໍລິສັດຈາກຈີນ ອອກໄປລົງທຶນຕ່າງປະເທດ ໃນໄຕມາດທຳອິດປີ 2024 ຫຼາຍສຸດ ໃນຮອບ 8 ປີ ສ້າງລາຍໄດ້ກວ່າ 33.500 ລ້ານໂດລາ ນຳໜ້າໂດຍ ກຸ່ມທຸລະກິດໄຟຟ້າ ແລະ ພະລັງງານແສງຕາເວັນ.

ໂດຍຜູ້ນຳໃນການຊຸກຍູ້ ແມ່ນບໍລິສັດໃນອຸດສາຫະກໍາທີ່ຈີນກໍາລັງແຂ່ງຂັນກັບຄູ່ແຂ່ງເຊັ່ນ: ລົດໄຟຟ້າ ແລະ ແລະ ພະລັງງານແສງຕາເວັນ. ເຊິ່ງການລົງທຶນເຫຼົ່ານີ້ອາດຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າ ໂດຍ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ​ ແລະ ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ໃນ​ຕະ​ຫຼາດ​ສາ​ກົນ​ ແທນ​ທີ່​ຈະ​ນຳ​ໄປ​ສູ່​ການ​ສົ່ງ​ອອກ​ທີ່​ອາດ​ຈະ​ເຮັດ​ໃຫ້​ຜູ້​ຜະ​ລິດ​ທ້ອງ​ຖິ່ນຕ້ອງຢຸດເຊົາກິດຈະການ.

ໂດຍໃນປີ 2022​ ປະມານ 3 ໃນ 4 ຂອງ FDI ຂອງຈີນ ແມ່ນຢູ່ໃນອາຊີ ເຖິງແມ່ນວ່າຕົວເລກດັ່ງກ່າວ ຈະເປັນການໄປລົງທີ່ເຂດປົກຄອງພິເສດຮົງກົງ ເປັນສ່ວນໃຫຍ່ ກ່ອນຈະອອກໄປສູ່ປະເທດອື່ນ ໂດຍ ເກືອບ​ 17% ແມ່ນການລົງທຶນໃນພາກການຜະລິດ.

ໂດຍລາຍງານລະບຸວ່າ ການລົງທຶນໃນດ້ານການຜະລິດຂອງຈີນໃນບັນດາ ປະເທດອາຊີຕາເວັນອອກສຽງໃຕ້ ໄດ້ເພີ່ມຂຶ້ນເກືອບ 4 ເທົ່າຂອງປີທີ່ຜ່ານມາເຖິງ 2,6 ຕື້ໂດລາ, ກວມເອົາເກືອບ 2 ເທົ່າຂອງບໍລິສັດທັງໝົດໃນອາເມຣິກາ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ.

ຂົງເຂດທີ່ ຈີນອອກໄປລົງທຶນຫຼາຍທີ່ສຸດໄດ້ແກ່ ທະວີບ ອາຊີ 60%, 13% ທະວີບອາເມຣິກາ, 10,2% ຢູໂຣບ.

ໃນອຸດສາຫະກໍາພະລັງງານແສງຕາເວັນ ຜູ້ຜະລິດຈີນທີ່ຄອງການຜະລິດທົ່ວໂລກກໍາລັງຊອກຫາການລົງທຶນໃນຕ່າງປະເທດເພີ່ມຂຶ້ນ. ສິ່ງ​ດັ່ງກ່າວ​ມີ​ຂຶ້ນ​ພາຍຫຼັງ​ຫຼາຍ​ປະ​ເທດ​ບໍ່​ສະດວກ​ທີ່​ຈະ​ຕ້ອງ​ອີງ​ໃສ່​ຄູ່​ແຂ່ງ​ດ້ານ​ທາງ​ດ້ານ​ການ​ເມືອງ​ສຳລັບ​ອຸປະກອນ​ທີ່​ສຳຄັນ​ຕໍ່​ການ​ຫັນປ່ຽນ​ພະລັງງານ.

https://www.bloomberg.com/news/articles/2024-04-25/china-firms-are-investing-abroad-at-fastest-pace-in-eight-years

China’s Outbound Investment in 2022 and 2023: An Overview (china-briefing.com)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/