Visa ຍັກໃຫຍ່ດ້ານການຊຳລະເງິນເປີດຕົວເຄື່ອງມື Stablecoin ໃໝ່ທີ່ຈະມອບຂໍ້ມູນປະລິມານໃນການເຮັດທຸລະກຳທີ່ຖືກຕ້ອງຫຼາຍຂຶ້ນ


ບໍລິສັດ Visa ຍັກໃຫຍ່ໃນດ້ານການບໍລິການທາງການເງິນ ໄດ້ເປີດຕົວເຄື່ອງມືໃໝ່ເພື່ອທີ່ຈະມອບຂໍ້ມູນທີ່ຖືກຕ້ອງຫຼາຍຂຶ້ນກ່ຽວກັບກິດຈະກຳທີ່ສຳຄັນຂອງ Stablecoin ໃຫ້ແກ່ສາທາລະນະຊົນ.

Cuy Sheffield ຫົວໜ້າຝ່າຍ Crypto ຂອງ Visa ກ່າວວ່າ ບໍລິສັດໄດ້ຮ່ວມມືກັບແພລັດຟອມດ້ານຂໍ້ມູນ Allium ເພື່ອສ້າງ Visa Onchain Analytics Dashboard, ເຊິ່ງເປັນແຫຼ່ງຂໍ້ມູນສາທາລະນະສໍາລັບຂໍ້ມູນໃນການເຮັດທຸລະກໍາຂອງ Stablecoin.

ໂດຍ dashboard ນີ້ຈະສະແດງຂໍ້ມູນທີ່ກ່ຽວຂ້ອງເຊັ່ນ: ປະລິມານ Stablecoin, ປະລິມານການເຮັດທຸລະກໍາ ແລະ ຜູ້ໃຊ້ທີ່ມີການເຄື່ອນໄຫວປະຈໍາເດືອນສໍາລັບ USDC, Tether (USDT), Paypal USD (PYUSD) ແລະ Pax Dollar (USDP) ໃນຫ້າ Layer-1 ແລະ ສີ່ Layer-2 blockchains.

Cuy Sheffield ກ່າວຕື່ມວ່າ “dashboard ທີ່ວິເຄາະຂໍ້ມູນແບບ onchain ນີ້ຈະເຮັດໃຫ້ບຸກຄົນທົ່ວໄປສາມາດເຂົ້າເຖິງຂໍ້ມູນສາທາລະນະໄດ້ ເພື່ອໃຫ້ເຂົ້າໃຈໄດ້ດີຍິ່ງຂຶ້ນວ່າ Stablecoin ທີ່ໄດ້ຮັບການໜຸນຫຼັງໂດຍສະກຸນເງິນ fiat ມີການເຄື່ອນຍ້າຍເປັນແນວໃດໃນເຄືອຂ່າຍ blockchain ທົ່ວໂລກ ແລະ ສະແດງໃຫ້ເຫັນປະລິມານ ແລະ ຜູ້ເຂົ້າຮ່ວມໃນຂະບວນການນີ້ນຳ”

Visa ກໍາລັງພະຍາຍາມພັດທະນາວິທີການໃໝ່ໆໃນການຕິດຕາມ Stablecoin, ເນື່ອງຈາກມີຂໍ້ມູນທີ່ສາມາດລົບກວນ ທີ່ມັກເກີດຈາກການເຮັດທຸລະກໍາທີ່ສາມາດເກີດຂຶ້ນໄດ້ເອງໂດຍຜູ້ໃຊ້ປາຍທາງ ຫຼື ຕາມໂປຣແກຣມຜ່ານ bots.

“ພວກເຮົາໄດ້ເຮັດວຽກຮ່ວມກັບ Allium Labs ເພື່ອສ້າງວິທີການຂະຫຍາຍປະລິມານໃນການເຮັດທຸລະກໍາ. ເຊິ່ງລວມເອົາຕົວກອງປະລິມານໃນທິດທາງດຽວທີ່ຕັດການເຮັດທຸລະກໍາພາຍໃນທີ່ຊໍ້າຊ້ອນຂອງ Smart Contract ອອກໄປ, ພ້ອມກັບຕົວກອງຜູ້ໃຊ້ທີ່ບໍ່ແມ່ນບຸກຄົນທົ່ວໄປ. ເຊິ່ງຈະນັບສະເພາະປະລິມານຈາກກະເປົາເງິນທີ່ເຮັດທຸລະກໍາໜ້ອຍກວ່າ 1,000 ໂດລາ ແລະ ມີປະລິມານໜ້ອຍກວ່າ 10 ລ້ານໂດລາໃນ 30 ມື້ທີ່ຜ່ານມາ, ເພື່ອພະຍາຍາມທີ່ຈະປະຕິເສດກິດຈະກໍາຂອງ bot ອອກໄປ”.

ທີ່ມາ:

dailyhodl

twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/