CATL ເປີດຕົວ “Shenxing Plus” ແບັດເຕີຣີ EV ຮຸ່ນໃໝ່ທີ່ສາມາດແລ່ນໄດ້ຫຼາຍກວ່າ 1,000 ກິໂລແມັດດ້ວຍການສາກພຽງຄັ້ງດຽວ


CATL ຜູ້ຜະລິດແບັດເຕີຣີລົດໄຟຟ້າ (EV) ລາຍໃຫຍ່ຂອງຈີນ ໄດ້ເປີດຕົວແບັດເຕີຣີ lithium iron phosphate (LFP) ໃໝ່ຫຼ້າສຸດຂອງຕົນໃນວັນພະຫັດທີ່ຜ່ານມາ. ເຊິ່ງສາມາດຮອງຮັບໄລຍະການຂັບຂີ່ໄດ້ຫຼາຍກວ່າ 1,000 ກິໂລແມັດ (621 ໄມ) ໃນການສາກພຽງຄັ້ງດຽວ.

“Shenxing Plus ຖຶເປັນແບັດເຕີຣີ LFP ທໍາອິດຂອງໂລກທີ່ມີປະສິດທິພາບດີເລີດ” Gao Huan, ຫົວໜ້າເຕັກໂນໂລຊີຂອງພະແນກຍານພາຫະນະໄຟຟ້າຂອງ CATL ເປີດເຜີຍໃນກອງປະຊຸມຂ່າວທີ່ງານວາງສະແດງລົດໃຫຍ່ທີ່ປັກກິ່ງ.

ແບັດເຕີຣີ LFP ໄດ້ຖືກຍົກຍ້ອງວ່າມີຄວາມເປັນມິດກັບສິ່ງແວດລ້ອມຫຼາຍກວ່າແບັດເຕີຣີ lithium-ion ແບບດັ້ງເດີມທີ່ໃຊ້ໃນ EVs.

“ໃນປັດຈຸບັນ, ແບດເຕີຣີຮຸ່ນ Shenxing ໄດ້ຖືກນໍາໃຊ້ໃນລົດ 4 ຮຸ່ນ, ໂດຍສາມາດແລ່ນໄດ້ໄກເຖິງ 700 ກິໂລແມັດ ແລະ ຄາດວ່າຈະຕິດຕັ້ງໃນລົດຫຼາຍກວ່າ 50 ຮຸ່ນໃນທ້າຍປີນີ້” Gao ກ່າວຕື່ມ.

CATL ຫຼື Contemporary Amperex Technology ເຊິ່ງແມ່ນຜູ້ຜະລິດແບັດເຕີຣີລົດ EV ລາຍໃຫຍ່ທີ່ສຸດຂອງໂລກ ໄດ້ລາຍງານວ່າຜົນກໍາໄລທີ່ພິກກັບມາເຕີບໂຕອີກຄັ້ງໃນໄຕມາດທີ 1. ຫຼັງຈາກທີ່ປະເຊີນກັບພາວະການຫຼຸດລົງຂອງກໍາໄລປະຈໍາໄຕມາດທໍາອິດນັບຕັ້ງແຕ່ 2022 ເປັນຕົ້ນມາ, ທ່າມກາງຄວາມຕ້ອງການທີ່ຊະລໍຕົວລົງ ແລະ ການແຂ່ງຂັນທີ່ເພິ່ມທະວີຄວາມຮຸນແຮງ.

ອີງຕາມການຄົ້ນຄວ້າຂອງ Counterpoint Research ບໍລິສັດຄົ້ນຄວ້າຕະຫຼາດ ຜູ້ຜະລິດແບດເຕີຣີຂອງຈີນ, ລວມທັງ CATL  ໄດ້ມີການເຕີບໂຕໄວກວ່າຄູ່ແຂ່ງ. ໂດຍກວມເອົາອັດຕາສ່ວນຫຼາຍກວ່າສອງສ່ວນສາມຂອງຜູ້ຜະລິດແບັດເຕີຣີລົດ EV ທົ່ວໂລກໃນປີກາຍນີ້.

ເມື່ອເດືອນມີນາທີ່ຜ່ານມາ, ປະທານ CATL ໄດ້ເປີດເຜີຍວ່າບໍລິສັດກໍາລັງປຶກສາຫາລືກ່ຽວກັບການສ້າງຕັ້ງສູນຄົ້ນຄວ້າ ແລະ ການພັດທະນາຢູ່ໃນຮ່ອງກົງ. ເພື່ອສະໜັບສະໜູນ​ການ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຊີ

ທີ່ມາ:

finance

carspiritpk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/