ເວັບໄຊ Times Higher Education ເຜີຍ 10 ອັນດັບມະຫາວິທະຍາໄລທີ່ດີທີ່ສຸດໃນ ອາຊີ ໃນນັ້ນຫຼາຍກວ່າເຄິ່ງໜຶ່ງແມ່ນມາຈາກ ສປ ຈີນ ລວມທັງ ເຂດປົກຄອງພິເສດ ຮົງກົງ, ຮອງລົງມາແມ່ນ ສິງກະໂປ ແລະ ຍີ່ປຸ່ນ.
ໂດຍການຈັດອັນດັບຄັ້ງນີ້ ແມ່ນອີງໃສ່ກັບ 18 ຕົວຊີ້ວັດແບບດຽວກັນກັບການຈັດອັນດັບ ຂອງມະຫາວິທະຍາໄລທີ່ດີທີ່ສຸດໃນໂລກ ແຕ່ມີການປັບແຕ່ງເພີ່ມຕື່ມໃຫ້ເຂົ້າກັບພາກພື້ນ ໂດຍແບ່ງອອກໄດ້ເປັນ 5 ໝວດໝູ່ໃຫຍ່ໆໄດ້ແກ່: ສະພາບແວດລ້ອມການຮຽນການສອນ, ສະພາບແວດລ້ອມຂອງການຄົ້ນຄວ້າ, ຄຸນະພາບຂອງການຄົ້ນຄວ້າ, ຄວາມເປັນສາກົນ ແລະ ສະພາບແວດລ້ອມດ້ານການສຶກສາໃນປະເທດນັ້ນໆ.
ໂດຍ 10 ອັນດັບ ມະຫາວິທະຍາໄລທີ່ດີທີ່ສຸດໃນ ອາຊີປະກອບມີ:
- Tsinghua University ຈາກປະເທດຈີນ (ອັນດັບ 12 ຂອງໂລກ)
- Peking University ຈາກປະເທດຈີນ ( ອັນດັບ 14 ຂອງໂລກ)
- National University of Singapore ຈາກປະເທດ ສິງກະໂປ (ອັນດັບ 19 ຂອງໂລກ)
- Nanyang Technological University, Singapore ຈາກປະເທດ ສິງກະໂປ (ອັນດັບ 32 ຂອງໂລກ)
- The University of Tokyo ຈາກປະເທດ ຍີ່ປຸ່ນ (ອັນດັບ 29 ຂອງໂລກ)
- University of Hong Kong ຈາກເຂດປົກຄອງພິເສດ ຮົງກົງ (ອັນດັບ 35 ຂອງໂລກ)
- Shanghai Jiao Tong University ຈາກປະເທດຈີນ (ອັນດັບ 43 ຂອງໂລກ)
- Fudan University ຈາກປະເທດຈີນ (ອັນດັບ 44 ຂອງໂລກ)
- Zhejiang University ຈາກປະເທດຈີນ (ອັນດັບ 55 ຂອງໂລກ)
- Chinese University of Hong Kong ຈາກເຂດປົກຄອງພິເສດ ຮົງກົງ ( ອັນດັບ 53 ຂອງໂລກ)
ທີ່ມາ:
https://www.timeshighereducation.com/student/best-universities/best-universities-asia
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/