ຄວາມຂັດແຍ້ງທີ່ເຄັ່ງຕຶງຢູ່ຕາເວັນອອກກາງ ສົ່ງຜົນໃຫ້ລາຄານ້ຳມັນດິບ Brent ແລະ West Texas ດີດຕົວຂຶ້ນ


ລາຄານ້ຳມັນດິບ Brent ແລະ West Texas ເພີ່ມຂຶ້ນຢ່າງຫຼວງຫຼາຍໃນຕະຫຼາດ future. ຍ້ອນ​ສະພາບ​ການ​ປະ​ທະ​ກັນ​ທີ່​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ສົ່ງຜົນໃຫ້ລາຄານ້ຳມັນ Brent ເພີ່ມຂຶ້ນ 77 ເຊັນ ຫຼື 0.9%, ປິດທີ່ 83.73 ໂດລາສະຫະລັດຕໍ່ບາເຣວ. ນ້ຳມັນດິບ West Texas ເພີ່ມຂຶ້ນ 87 ເຊັນ ຫຼື 1.1%, ປິດທີ່ 78.98 ໂດລາຕໍ່ບາເຣວ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິດສະຣາ​ເອ​ວ ຢູ່​ເຂດ​ກາຊາ ເປັນແຮງຂັບເຄື່ອນຫຼັກທີ່ຢູ່ເບື້ອງຫຼັງການເພີ່ມຂຶ້ນຂອງລາຄານ້ຳມັນ. ອິດສະຣາເອວ ໄດ້ໂຈມຕີທາງອາກາດໃສ່ເມືອງ Rafah ທາງພາກໃຕ້ຂອງເຂດກາຊາ. ສິ່ງນີ້ໄດ້ເຮັດໃຫ້ເກີດຄວາມກັງວົນກ່ຽວກັບການສະໜອງນ້ໍາມັນທີ່ອາດຈະໄດ້ຮັບຜົນກະທົບ.

ລາຄານ້ຳມັນດິບ Brent ແລະ West Texas ໄດ້ມີການຫຼຸດລົງຫຼາຍທີ່ສຸດໃນ 3 ເດືອນໃນອາທິດທີ່ຜ່ານມາ. ນັກລົງທຶນໄດ້ພາກັນເທຂາຍຊັບສິນທີ່ມີຄວາມສ່ຽງຫຼັງຈາກຕົວເລກການຈ້າງງານຂອງສະຫະລັດ ອ່ອນກວ່າທີ່ຄາດໄວ້, ບວກກັບຄວາມຄືບໜ້າໃນການເຈລະຈາຢຸດຍິງຢູ່ເຂດກາຊາ ຊ່ວຍບັນເທົາຄວາມກັງວົນຂອງນັກລົງທຶນບາງສ່ວນໄດ້.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂອກາດ​ທີ່​ຈະ​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ຍັງມີ​ຄວາມ​ເປັນ​ໄປ​ໄດ້. ໂດຍກຸ່ມ Hamas ຄັດຄ້ານ​ຕໍ່​ການ​ຮຽກຮ້ອງ​ໃຫ້​ປ່ອຍ​ຕົວ​ນັກ​ໂທດ​ປາ​ເລ​ສ​ໄຕ​ນ໌ ​ເພື່ອ​ແລກປ່ຽນ​ກັບ​ການ​ຍຸຕິ​ສົງຄາມ. ອິດສະຣາເອວບໍ່ຍອມຮັບຂໍ້ສະເໜີນີ້. ສົ່ງຜົນໃຫ້ສະຖານະການ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ຕະຫຼາດຫຼັກຊັບໃນທົ່ວໂລກໄດ້ປັບຕົວເພີ່ມຂຶ້ນ ແລະ ເງິນໂດລາເອງກໍອ່ອນຄ່າລົງເມື່ອທຽບກັບເງິນເຢນ ແລະ ເງິນຢູໂຣ ໂດຍໄດ້ຮັບແຮງໜຸນຈາກຕົວເລກການຈ້າງງານທີ່ອ່ອນແອຂອງສະຫະລັດ. ເຮັດໃຫ້ນັກລົງທຶນເທຂາຍຊັບສິນເງິນໂດລາ ແລະ ກະຕຸ້ນໃຫ້ນັກລົງທຶນຄາດການວ່າ Fed ມີໂອກາດທີ່ຈະປັບຫຼຸດອັດຕາດອກເບ້ຍ.

ທະນາຄານແຫ່ງອັງກິດ (BoE) ມີແນວໂນ້ມທີ່ຈະຮັກສາອັດຕາດອກເບ້ຍບໍ່ປ່ຽນແປງຢູ່ທີ່ 5.25% ໃນກອງປະຊຸມໃນວັນພະຫັດ ທີ 9 ເດືອນພຶດສະພານີ້.

ທີ່ມາ:

cnbc

cnbc2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/