ຢ່າອໍ້ແອກັບລະບົບ! ເຈົ້າຂອງຮ້ານປິດຮ້ານ 10 ມື້ຫຼັງໄດ້ຍິນສຽງປິດສະໜາຈາກສາຍຂອງແຟນໜຸ່ມ


ຢ່າມາອໍ້ກັບລະບົບ! ຮູ້ບໍ່ວ່າເຊັ້ນຜູ້ຍິງແຮງພຽງໃດ ເມື່ອສາວເຈົ້າຂອງຮ້ານໝູທອດ ຂໍປິດຮ້ານຊົ່ວຄາວ ເພື່ອໄປຕາມຫາສາມີແບບດ່ວນໆ ຫຼັງໄດ້ຍິນສຽງຜູ້ຍິງປິດສະໜາອອກມາຈາກສາຍແຟນໜຸ່ມ ຈົນເກີດເປັນກະແສໄປທົ່ວໂລກອອນລາຍ ແລະ ເຮັດໃຫ້ຄົນລຸ້ນຢາກຕິດຕາມຕອນຕໍ່ໄປ.

ກາຍເປັນກະແສທັນທີເມື່ອມີພາບປ້າຍປະກາດປິດຮ້ານຊົ່ວຄາວຂອງຮ້ານອາຫານໃນປະເທດເກົາຫຼີໃຕ້ ເນື່ອງຈາກຕ້ອງບິນໄປປະເທດຫວຽດນາມ ເພື່ອໄປຕາມຈັບຊູ້ຂອງສາມີ ໂດຍຂໍ້ຄວາມທີ່ລະບຸໄວ້ໃນປ້າຍມີຄວາມໝາຍວ່າ:

“ຂໍປິດຮ້ານວັນທີ 5-16 ກຸມພາ 2024 ທາງຮ້ານຂໍແຈ້ງຄວາມຈຳເປັນທີ່ຕ້ອງປິດຮ້ານຊົ່ວຄາວ ເພາະບັງເອີນໄດ້ຍິນສຽງຜູ້ຍິງ ຕອນກຳລັງລົມໂທລະສັບກັບສາມີທີ່ຢູ່ປະເທດຫວຽດນາມ ເຊິ່ງຂ້ອຍຈະບິນໄປຈັດການສອງຄົນນັ້ນ ແລ້ວຈະກັບມາເປີດຮ້ານຕາມປົກກະຕິ ຂໍອະໄພໃນຄວາມບໍ່ສະດວກ”

ນອກຈາກນີ້ເຈົ້າຂໍຮ້ານຍັງລະບຸວ່າຈະກັບມາເປີດຮ້ານເປັນປົກກະຕິໃນວັນທີ 17 ກຸມພາ 2024 ນີ້ ເຮັດໃຫ້ມີຊາວເນັດຫຼາຍຄົນຕ່າງແຫ່ກັນໄປໃຫ້ກຳລັງໃຈ ພ້ອມທັງບອກຈະໄປອຸດໜູນເມື່ອຮ້ານເປີດອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/