Bob Iger ຢືນຢັນຈະຊະລໍການສ້າງຮູບເງົາ ແລະ ຊີຣີ້ໃນຈັກກະວານ MCU


The Wrap ໄດ້ລາຍງານວ່າ Bob Iger ປະທານຜູ້ບໍລິຫານ Disney ໄດ້ອອກມາເຜີຍວ່າ ບໍລິສັດຈະໃຫ້ຄວາມສຳຄັນກັບການສ້າງຮູບເງົາພາກຕໍ່ ແລະ ແຟຣນຊາຍ ແຕ່ມີບາງສະຕູດິໂອທີ່ຢູ່ພາຍໃຕ້ການດູແລຂອງທາງ Disney ລວມໄປຮອດ Marvel Studios ທີ່ບໍ່ຢູ່ໃນແຜນການຜະລິດເນື້ອຫາຈຳນວນຫຼາຍສຳລັບການສາຍຢູ່ທາງ Disney+.

ນັ້ນໝາຍຄວາມວ່າຈະບໍ່ເນັ້ນການສ້າງຮູບເງົາ ຫຼື ຊີຣີ້ໃນຈັກກະວານ Marvel Cinematic Universe ໃນຈຳນວນຫຼາຍເລື່ອງພ້ອມກັນ. ທາງ Marvel Studios ຜະລິດງານອອກມາຫຼາຍເກີນກວ່າທີ່ຈະສາມາດຄວບຄຸມເນື້ອຫາໄດ້ ຊັດເຈນທີ່ສຸດຄົງໜີບໍ່ພົ້ນເຟດ 5 ທີ່ມີເນື້ອຫາທີ່ບໍ່ໜ້າສົນໃຈ ເປັນເຫດໃຫ້ທາງ Disney ເອງປະກາດຊະລໍການພັດທະນາໂປຣເຈັກບາງອັນໃນ MCU.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/