Binance ເປີດຕົວ Launchpool ຄັ້ງທີ 46 ພ້ອມກັບຫຼຽນໃໝ່ “PIXEL” ທີ່ສາມາດຟາມດ້ວຍ BNB ແລະ FDUSD


Binance ເວັບເທຣດຍັກໃຫຍ່ອັນດັບ 1 ຂອງໂລກປະກາດການເປີດຕົວໂຄງການ Launchpool ຄັ້ງທີ 46 ພ້ອມກັບຫຼຽນໃໝ່ “PIXEL” , ເຊິ່ງແມ່ນໂຄງການເກມໂຊຊຽວ Web3 ທີ່ຜູ້ຫຼິ້ນສາມາດໂຕ້ຕອບ, ແລກປ່ຽນ ແລະ ເຮັດກິດຈະກຳຮ່ວມກັນຜ່ານເກມໄດ້. ໂດຍຕົວເກມຈະຖືກສ້າງຂຶ້ນໃນເຄືອຂ່າຍ Ronin Blockchain ແລະ ຄາດວ່າຈະພ້ອມໃຫ້ໃຊ້ງານພາຍໃນ 24 ຊົ່ວໂມງກ່ອນທີ່ launchpool ຈະເປີດ.

ນັກລົງທຶນສາມາດເຮັດຟາມຫຼຽນ PIXEL ໄດ້ໂດຍກົງດ້ວຍການນຳເອົາ BNB ແລະ FDUSD ມາ stake ເປັນເວລາ 10 ມື້ ໂດຍຈະເລີ່ມແຕ່ວັນທີ 9 ກຸມພາ 2024 ເປັນຕົ້ນໄປ.

ຫຼັງຈາກສຳເລັດຂັ້ນຕອນການ stake ແລະ ຟາມໂທເຄັນແລ້ວ, ທາງ Binance ຈະເພິ່ມລາຍຊື່ຫຼຽນ PIXEL ເຂົ້າໃນລະບົບເທຣດໃນວັນທີ 19 ມັງກອນ 2024 ແລະ ຈະຈັບຄູ່ຊື້ຂາຍມີດັ່ງນີ້: PIXEL/BTC, PIXEL/ USDT, PIXEL/BNB, PIXEL/ FDUSD  ແລະ PIXEL/TRY

ລາຍລະອຽດຂອງ PIXEL Launchpool

  • ຊື່ໂທເຄັນ: Pixels (PIXEL)
  • ການສະໜອງໂທເຄັນທັງໝົດ: 5,000,000,000 PIXEL
  • ຮາງວັນ Launchpool Token: 350,000,000 PIXELI (7% ຂອງການສະໜອງ token ທັງໝົດ)
  • ການສະໜອງການໝຸນວຽນເບື້ອງຕົ້ນ: 771,041,667 PIXEL (15.42% ຂອງການສະໜອງ token ທັງໝົດ)
  • ລາຍລະອຽດ Smart contract: Ethereum, Ronin
  • ເງື່ອນໄຂສໍາລັບການ staking: ຜູ້ໃຊ້ຈໍາເປັນຕ້ອງໄດ້ຢືນຢັນຕົວຕົນຂອງເຂົາເຈົ້າໃນຮູບແບບ KYC.

Hard Cap ລາຍຊົ່ວໂມງສູງສຸດຕໍ່ຜູ້ໃຊ້:

  • 116,666.66 PIXEL ຖ້າ stake ດ້ວຍຫຼຽນ BNB
  • 29,166.66 PIXEL ຖ້າ stake ດ້ວຍຫຼຽນ FDUSD

Pool ທີ່ຮອງຮັບ

  • Stake BNB: ຈະໄດ້ຮັບຮາງວັນ 280,000,000 PIXEL, ກວມເອົາ 80% ຂອງຮາງວັນທັງໝົດ.
  • Stake FDUSD: ຈະໃຫ້ຮາງວັນ 70,000,000 PIXEL, ກວມເອົາ 20% ຂອງຮາງວັນທັງໝົດ.

ທັງນີ້, ໄລ​ຍະ​ເວ​ລາໃນການ staking ​ເພື່ອ​ຟາມ tokens ຈະ​ເລີ່ມ​ຕົ້ນ​ຕັ້ງແຕ່ວັນທີ 9 ເດືອນ​ກຸມ​ພາ 2024 ຈົນ​ເຖິງກາງຄືນຂອງ​ວັນ​ທີ 18 ເດືອນ​ກຸມ​ພາ 2024.

ທີ່ມາ:

binance.post

binance.pixels-launchpool

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/