Felix ວົງ Stray Kids ເດີນໜ້າຊ່ວຍຄົນລາວໃນເຂດພາກໃຕ້


ເປັນກະແສເທິງໂລກອອນລາຍຢ່າງຕໍ່ເນື່ອງ ເມື່ອນັກຮ້ອງໜຸ່ມ Felix ວົງ Stray Kids ໄດ້ເຂົ້າຮ່ວມກັບ UNICEF ເພື່ອມາເປັນອາສາສະໝັກ ເຊິ່ງກ່ອນໜ້ານີ້ໜຸ່ມຄົນນີ້ໄດ້ບໍລິຈາກເງິນເປັນຈຳນວນ 100 ລ້ານວອນ ຫຼື ປະມານ 1,6 ຕື້ກີບໃຫ້ກັບອົງການ UNICEF ເພື່ອຊ່ວຍເຫຼືອເດັກນ້ອຍ.

ຫຼ້າສຸດມີຮູບໜຸ່ມ Felix ໄດ້ເຂົ້າໄປຊ່ວຍເຫຼືອເດັກນ້ອຍທີ່ຢູ່ເຂດພາກໃຕ້ຂອງປະເທດລາວ ຄາດການວ່າເປັນແຂວງ ອັດຕະປື ເພື່ອເດີນໜ້າຊ່ວຍເຫຼືອເດັກນ້ອຍທີ່ຕ້ອງການນ້ຳສະອາດໃນການໃຊ້ ແລະ ດື່ມ, ສາທາລະນະສຸກ ແລະ ການຂາດສານອາຫານ ບອກໄດ້ຄຳດຽວວ່າໜຸ່ມ Felix ຫຼໍ່ທັງກາຍ ແລະ ທັງໃຈ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/