ອິນເດຍ ວາງແຜນລົງທຶນໃນຂະແໜງການພະລັງງານ ມູນຄ່າກວ່າ 67 ຕື້ໂດລາ ໃນອີກ 5-6 ປີທາງໜ້າ


ທ່ານ ເນເຣນດາ ໂມດີ ນາຍົກລັດຖະມົນຕີ ປະເທດອິນເດຍ ເປີດເຜີຍວ່າ ອິນເດຍຈະມີການລົງທຶນໃນຂະແໜງການພະລັງງານຕະຫຼອດ ໄລຍະ 5-6 ປີທາງໜ້ານີ້ ຄາດວ່າຈະຕົກເປັນມູນຄ່າປະມານ 67 ຕື້ໂດລາ.

ໂດຍຄຳປະກາດດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ທີ່ພິທີເປີດງານສັບປະດາພະລັງງານອິນເດຍຄັ້ງທີ 2, ໂດຍ ທ່ານ ໂມດິ ກ່າວວ່າ: ການຜະລິດກາສທຳມະຊາດໃນປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍການປະຕິຮູບຂອງລັດຖະບານ ແລະ ອິນເດຍພະຍາຍາມເພີ່ມອັດຕາສ່ວນຂອງກາສໃນສ່ວນປະສົມທາງພະລັງງານ ຈາກ 6% ເປັນ 15% ເຊິ່ງຈະນຳໄປສູ່ການລົງທຶນມູນຄ່າກວ່າ 67 ຕື້ໂດລາ ພານໃນອີກ 5-6 ປີ.

ນອກຈາກນີ້ ນາຍົກອິນເດຍ ຍັງໄດ້ເນັ້ນຢໍ້າເຖິງຄວາມກ້າວໜ້າຂອງອິນເດຍໃນພາກເຊື້ອໄຟຊີວະພາບ ລະບຸວ່າ ການຜະລິດ ເຊື້ອໄຟຊີວະພາບ ເພີ່ມຂຶ້ນຢ່າງຢ່າງມີປະສິດທິພາບ ຈາກ 1,5% ໃນປີ 2014 ມາເປັນ 12% ໃນປີ 2023 ເຊິ່ງນໍາໄປສູ່ການລົດປ່ອຍຄາບອນ ປະມານ 42 ລ້ານໂຕນ. ໂດຍລັດຖະບານອິນເດຍຕັ້ງເປົ້າ ຜະລິດເຊື້ອໄຟຊີວະພາບ ໃຫ້ໄດ້ 20% ໃນປີ 2025.

https://www.thehindu.com/news/national/india-to-see-investment-of-67-billion-in-next-five-to-six-years-in-energy-sector-pm-modi/article67817053.ece

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/