ຄັ້ງທຳອິດໃນປະຫວັດສາດ ສານສັ່ງຈຳຄຸກແມ່ຂອງເດັກທີ່ກວາດຍິງໝູ່ຮ່ວມຊັ້ນເສຍຊີວິດ ສາເຫດຈາກ ລະເລີຍຕໍ່ການດູແລລູກ


ໃນປີ 2021 ເດັກຊາຍອາຍຸ 15 ປີ ໄດ້ກໍ່ເຫດກວາດຍິງຄູ ແລະ ເພື່ອນຮ່ວມຊັ້ນ ຢູ່ໂຮງຮຽນມັດທະຍົມໃນລັດ ມິຊິແກນ ຈົນເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບອີກ 7 ຄົນ

ປະຊາຊົນໃນໂລກໃຫ້ຄວາມສົນໃຈໄປຍັງຄະດີນີ້ຈຳນວນຫຼາຍ ເພາະມີຄວາມພະຍາຍາມທີ່ຈະເອົາຜິດພໍ່ ແລະ ແມ່ຂອງເດັກຜູ້ກໍ່ເຫດ ເນື່ອງຈາກເປັນຄົນຊື້ປືນໃຫ້ລູກ ປ່ອຍໃຫ້ລູກພົກປືນ ແລະ ລະເລີຍສັນຍານທີ່ເປັນອັນຕະລາຍ.

ຜູ້ເປັນແມ່ຖືກຕັ້ງຂໍ້ຫາຕັ້ງແຕ່ປີ 2021 ແຕ່ລາວໄດ້ປະຕິເສດຂໍ້ກ່າວຫາ ແຕ່ຫຼ້າສຸດ ໃນວັນທີ 6 ກຸມພາ 2024 ຄະນະລູກຂຸນ 12 ຄົນ ໃຊ້ເວລາ 10 ຊົ່ວໂມງໃນການພິຈາລະນາຄະດີ ແລະ ຕັດສິນໃຫ້ຜູ້ເປັນແມ່ຂອງເດັກກໍ່ເຫດ ມີຄວາມຜິດໃນຂໍ້ຫາຂ້າຄົນຕາຍໂດຍບໍ່ເຈຕະນາເຖິງ 4 ຂໍ້ຫາ ເປັນຄັ້ງທຳອິດໃນສະຫະລັດ ທີ່ມີການເອົາຜິດຜູ້ປົກຄອງຂອງເຍົາວະຊົນຜູ້ກໍ່ເຫດ ໃຫ້ໄດ້ຮັບໂທດໃນຂໍ້ຫາຄາຕະກຳອີກດ້ວຍ.

ຄຳຕັດສິນນີ້ ອາດມີຜົນໃຫ້ແມ່ເດັກຖືກຈຳຄຸກສູງສຸດ 15 ປີ ໂດຍການພິພາກສາໂທດຂອງລາວຈະມີຂຶ້ນໃນວັນທີ 9 ເມສາ 2024 ນີ້. ສ່ວນພໍ່ຂອງເດັກກໍ່ເຫດສານກໍກຳລັງພິຈາລະນາໃນໂທດດຽວກັນ.

ທີ່ມາ: https://www.pptvhd36.com/news/%E0%B8%95%E0%B9%88%E0%B8%B2%E0%B8%87%E0%B8%9B%E0%B8%A3%E0%B8%B0%E0%B9%80%E0%B8%97%E0%B8%A8/216533

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/