ຈີນສ້າງດວງເດືອນທຽມທີ່ໄດ້ນຳໃຊ້ແມ່ເຫຼັກມາຊ່ວຍຈຳລອງສະພາບແວດລ້ອມແຮງດຶງດູດຕໍ່າ


ໃນໄລຍະຜ່ານມາ ຄົນທີ່ຕິດຕາມຂ່າວວິທະຍາສາດ ແລະ ເທັກໂນໂລຢີຂອງຈີນອາດຈະເຄີຍເຫັນຂ່າວທີ່ຈີນປະສົບຜົນສຳເລັດໃນການທົດລອງເປີດໃຊ້ດວງຕາເວັນທຽມທີ່ເຮັດວຽກໄດ້ຍາວນານທີ່ສຸດໃນໂລກ ແລະ ເມື່ອບໍ່ດົນມານີ້ ຈີນກໍກຳລັງພັດທະນາດວງເດືອນທຽມ ທີ່ລອງສະພາບແວດລ້ອມແຮງດຶງດູດຕໍ່າ ເຊິ່ງມີເປົ້າໝາຍເພື່ອໃຊ້ທົດສອບພາລະກິດກ່ຽວກັບດວງເດືອນໃນອະນາຄົດ.

ໂດຍສຳນັກຂ່າວ South China Morning Post ລາຍງານວ່ານັກວິໄຈຈີນກຳລັງພັດທະນາດວງເດືອນທີ່ມີລັກສະນະເປັນຫ້ອງຈຳລອງສູນຍາກາດຈຳລອງແຮງດຶງດູດຕ່ຳຂອງສະພາບແວດລ້ອມແຮງດຶງດູດຕ່ຳຂອງພື້ນຜິວດວງເດືອນ ໂດຍນຳແມ່ເຫຼັກມາດຶງແຮງດຶງດູດເພື່ອໃຫ້ດວງເດືອນທຽມມີຄວາມຄ້າຍຄືຂອງແທ້ຫຼາຍທີ່ສຸດ.

ພາຍໃນແກນກາງຂອງຫ້ອງສູນຍາກາດແຮງດຶງດູດຕ່ຳຈະມີດວງເດືອນທຽມຂະໜາດນ້ອຍ ທີ່ມີເສັ້ນຜ່າສູນກາງພຽງ 60 cm ເຊິ່ງມີຂະໜາດນ້ອຍຫຼາຍ ເມື່ອທຽບກັບດວງເດືອນຂະໜາດແທ້ທີ່ມີເສັ້ນຜ່າສູນກາງຮອດ 3,474.8 km. ແຕ່ເຖິງຢ່າງນັ້ນ ມັນກໍໄດ້ຈຳລອງລັກສະນະພູມສາດຄືກັນກັບສະພາບຂອງດວງເດືອນແທ້ໆ ທີ່ເຕັມໄປດ້ວຍເສດຫີນນ້ອຍໃຫຍ່ ແລະ ຝຸ່ນ ລວມໄປເຖິງແຮງດຶງດູດນ້ອຍກວ່າໂລກປະມານ 6 ເທົ່າ ເຊິ່ງເປັນຜົນຈາກການເຮັດວຽກຂອງສະໜາມແມ່ເຫຼັກ.

Li Ruilin ຫົວໜ້າວິທະຍາສາດຈາກມະຫາວິທະຍາໄລ China University of Mining and Technology ໄດ້ອະທິບາຍວ່າ ພວກເຂົາໄດ້ຮັບແຮງບັນດານໃຈໃນການລົດແຮງດຶງດູດມາຈາກໄອເດຍຂອງນັກນັກຟີຊິກຊາວຣັດເຊຍ Andrew Geim ໂດຍໄອເດຍດັ່ງກ່າວມີຊື່ວ່າ ‘Levitate a Frog’ ຫຼືການເຮັດໃຫ້ກົບລອຍຕົວຕ້ານແຮງດຶງດູດດ້ວຍພະລັງງານຈາກແມ່ເຫຼັກ.

ປັດຈຸບັນ ຫ້ອງສູນຍາກາດດວງເດືອນທຽມນີ້ຕັ້ງຢູ່ທີ່ສູນວິໄຈ Xuzhou ທາງຕາເວັນອອກຂອງເມືອງ Xuzhou ໃນມົນທົນ Jiangsu ເຊິ່ງ Li Ruilin ກ່າວວ່າ ສູນວິໄຈແຫ່ງນີ້ອາດຈະມີບົດບາດສຳຄັນໃນການປະຕິບັດການພາລະກິດທາງດວງເດືອນຂອງຈີນໃນອະນາຄົດ ເພາະວ່າຈີນກໍເປັນອີກໜຶ່ງປະເທດທີ່ຕັ້ງເປົ້າໄວ້ວ່າ ຈະພາມະນຸດໄປຢຽບດວງຈັເດືອນຂອງແທ້ ໃຫ້ສຳເລັດພາຍໃນປີ 2030.

ນອກຈາກນີ້ Li Ruilin ຍັງຕັ້ງເປົ້າໃຫ້ຫ້ອງສູນຍາກາດດວງເດືອນທຽມມາຮັບໜ້າທີ່ກ່ຽວກັບການທົດສອບພາລະກິດບາງຢ່າງ ໂດຍສະເພາະໃນອະນາຄົດ ເຊັ່ນ: ທົດສອບການຕຳ ຫຼືທົດສອບອຸປະກອນຕ່າງໆ ເພື່ອເບິ່ງປະຕິກິລິຍາຕໍ່ສະພາບແຮງດຶງດູດຕ່ຳ ເຊິ່ງມັນຈະຊ່ວຍປະຢັດ ແລະລົດຄວາມສ່ຽງໃນການຜິດພາດຂອງພາລະກິດໄປໄດ້ຫຼາຍເຕີບ.

ປັດຈຸບັນນີ້ໂຄງການດວງເດືອນທຽມຂອງຈີນແມ່ນຍັງຢູ່ໃນໄລຍະເລີ່ມຕົ້ນ ແຕ່ມີການຄາດການວ່າຈະເປັນໄປດ້ວຍດີ ແລະ ອາດເປັນໄປໄດ້ວ່າຈີນອາດລົງງົບປະມານໃນການສ້າງດວງເດືອນທຽມນີ້ ເຊັ່ນດຽວກັນກັບການສ້າງດວງຕາເວັນທຽມທີ່ໄດ້ສ້າງໄປກ່ອນໜ້ານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/