Makerbox Lao ພື້ນທີ່ແຫ່ງການຮຽນຮູ້ ສ້າງສັນແລະຈິນຕະນາການ ສຳລັບທຸກຄົນ


ການຮຽນຮູ້ແມ່ນບໍ່ມີຂີດຈຳກັດເພາະມັນສາມາດເກີດຂຶ້ນໄດ້ຕະຫຼອດເວລາ ແລະ ຖ້າໃຜເປັນຄົນໜຶ່ງທີ່ມັກຮຽນຮູ້ໃນດ້ານຕ່າງໆ, ຮູ້ສຶກວ່າຢາກຊອກໂອກາດໃໝ່ແລະສະຖານທີ່ໃໝ່ໆ ໃນການຮຽນຮູ້ນອກຈາກຫ້ອງຮຽນ ຫຼື ຕ້ອງການຢາກຫາພື້ນທີ່ທີ່ເຮົາສາມາດໃຊ້ຈິນຕະນາການແບບເຕັມທີ່ໃນການຮຽນຮູ້ ເຮົາຂໍນຳສະເໜີ Makerbox Lao ພື້ນທີ່ສຳລັບທຸກຄົນ ທີ່ຕ້ອງການສຳຜັດປະສົບການຮຽນຮູ້ສິ່ງແປກໃໝ່ ແລະ ການສ້າງຈິນຕະນາການແບບບໍ່ມີຂີດຈຳກັດ ເຊິ່ງ Makerbox Lao ແມ່ນຈະເປີດຕົວໃນໄວໆນີ້ ແລະ ຈະມີຫຍັງທີ່ໜ້າສົນໃຈນອກຈາກທີ່ກ່າວມາ ເຮົາມາເລີ່ມເຮັດຄວາມຮູ້ຈັກກັນເລີຍ.

  1. Makerbox Lao ແມ່ນຫຍັງ?

Makerbox Lao ເປັນພື້ນທີ່ເຮັດວຽກຮ່ວມກັນສຳລັບການສ້າງສັນຜົນງານ, ການຮຽນຮູ້, ສຳຫຼວດ ແລະ ແບ່ງປັນ. ທຸກຄົນສາມາດທົດລອງສິ່ງຕ່າງໆຕາມຈິນຕະນາການຕັ້ງແຕ່ການບໍ່ຕ້ອງນຳໃຊ້ເຕັກໂນໂລຊີ ຈົນເຖິງການທົດລອງນຳໃຊ້ເຕັກໂນໂລຊີຂັ້ນສູງ. ທຸກໆຄົນສາມາດເຂົ້າມານຳໃຊ້ພື້ນທີ່ທີ່ Makerbox Lao ໄດ້ ບໍ່ວ່າຈະເປັນເດັກນ້ອຍ, ຜູ້ໃຫຍ່ ຈົນເຖິງ ຜູ້ປະກອບການ.

ບຸກຄົນ ຫຼື ກຸ່ມຄົນສາມາດມາຮ່ວມກັນຢູ່ໃນສະຖານທີ່ດຽວເພື່ອແບ່ງປັນໄອເດຍ, ແລກປ່ຽນ Concepts, ປຶກສາຫາລືຮ່ວມກັບຜູ້ຊ່ຽວຊານ ດ້ານການຕະຫຼາດ, ກົດໝາຍ ແລະ ການຂາຍ. ເພື່ອເຂົ້າໃຈຄວາມຕ້ອງການ ແລະ ວິທີການພັດທະນາຜະລິດຕະພັນໃຫ້ຕອບໂຈດກັບຄວາມຕ້ອງການຂອງສັງຄົມ.

2. ມີໃຜແດ່ເປັນຜູ້ຮ່ວມກໍ່ຕັ້ງ Makerbox Lao

ກໍ່ຕັ້ງໂດຍ 9 ຄົນທີ່ເປັນຜູ້ຊ່ຽວຊານຈາກຫຼາກຫຼາຍສາຂາ ທັງພາຍໃນ ແລະ ຕ່າງປະເທດ

  • ອາເບລ ປັນຍາພອນ (Abel Panyaphone ) ເປັນ Co-Founder, CCO
  • ອາເທີ ກິລລີ (Arthur Gilly) ເປັນ Co-Founder, CKO
  • ດີເຣັກ ສະແປງເກີ້ (Derek Spranger) ເປັນ Co-Founder, CTO
  • ຈິມ ກຸໂພຄຳ (Jim Kouphokham) ເປັນ Co-Founder, CAO
  • ເຄນ ສະຕຣູທເກີ້ (Ken Streutker) ເປັນ Co-Founder, CMO
  • ກອນ ກັນລະຍາ (Kone Kanlaya) ເປັນ Co-Founder, CSE
  • ແຟັ້ງ ໄຊຍະຈັກ (Frank Xayachack) ເປັນ Co-Founder, CSO
  • ຕີ໋ ຈວງເທວີ (Tee Chuangthevy) ເປັນ Co-Founder, CDO
  • ຕຸນີ່ ແສນຍາກອນ (Thouni Seneyakone) ເປັນ Co-Founder, CBO

3.ຈຸດປະສົງທີ່ສ້າງຂຶ້ນ
ຈຸດປະສົງທີ່ສ້າງ Makerbox Lao  ຂຶ້ນນີ້ ເພື່ອເປັນບ່ອນເຕົ້າໂຮມຄົນທຸກເພດທຸກໄວທີ່ຢາກຈະຮຽນຮູ້ສິ່ງໃໝ່ໆ, ສ້າງສັນສິ່ງໃໝ່ໆ, ຮູ້ຈັກຄົນໃໝ່ໆ. ພວກເຮົາພະຍາຍາມສຸດຄວາມສາມາດທີ່ຈະສ້າງ Makerbox ໃຫ້ເປັນພື້ນທີ່ຂອງສັງຄົມແຫ່ງການຮຽນຮູ້ ແລະ ພັດທະນາ, ເພື່ອທີ່ຈະໄດ້ເປັນສ່ວນໜຶ່ງໃນການຜະລິດບຸກຄະລາກອນທີ່ມີຄຸນະພາບອອກສູ່ສັງຄົມ ແລະ ຍັງໄດ້ເປີດໂອກາດນ້ອງໆທີມັກໃນການຮຽນຮູ້ໄດ້ເຂົ້າເຖິງແຫຼ່ງຄວາມຮູ້ນອກຫ້ອງຮຽນທີ່ທັງມ່ວນ ແລະ ແປກໃໝ່.

4. ໃຜແດ່ທີ່ສາມາດເຂົ້າຮ່ວມ Makerbox Lao ໄດ້
ບໍ່ວ່າໃຜກໍສາມາດເຂົ້າມານຳໃຊ້ພື້ນທີ່ຂອງ Makerbox Lao ໄດ້ ພຽງແຕ່ໃຈບອກພ້ອມພວກເຮົາກໍຍິນດີຕ້ອນຮັບ

5.ຄິດວ່າໃນອະນາຄົດ Makerbox Lao ຈະຫັນໄປໃນທິດທາງໃດ?
ເປົ້າໝາຍອັນດັບໜຶ່ງຂອງ Makerbox Lao ຄືສ້າງສັງຄົມແຫ່ງການຮຽນຮູ້ ແລະ ພັດທະນາຕົນເອງ ເປັນພື້ນທີ່ໃຫ້ກຸ່ມຄົນເຫຼົ່ານີ້ໄດ້ມາພົບປະໂອ້ລົມແລກປ່ຽນຄວາມຄິດເຊິ່ງກັນ ແລະ ກັນ ແລ້ວຄ່ອຍກ້າວສູ່ການເປັນເປັນແຫຼ່ງກຳເນີດ Start-Up ຂອງໄວໜຸ່ມລາວ.

6. ຢາກຝາກຫຍັງແດ່ສຳລັບຄົນທີ່ສົນໃຈໃນ Makerbox Lao
ສຳລັບໝູ່ເພື່ອນຄົນໃດສົນໃຈຢາກມາ Makerbox Lao ພວກເຮົາທຸກຄົນຍິນດີຕ້ອນຮັບທີ່ສຸດເລີຍ, ລອງມານັ່ງຫລິ້ນ, ທົດລອງນີ້ນັ້ນໃນ Maker Space, ຊອກຫາໝູ່ໃໝ່. ພວກເຮົາເຊື່ອວ່າຖ້າໝູ່ເພື່ອນໄດ້ລອງມາຈະຕ້ອງໄດ້ຫຍັງກັບໄປບໍ່ຫຼາຍກໍໜ້ອຍແນ່ນອນ.

ຂອບໃຈຂໍ້ມູນແລະບົດສຳພາດ ຈາກ: ແສງໄຊ ໄຊຍະຈັກ (Sengxay Xayachack) ໜຶ່ງໃນຜູ້ກໍ່ຕັ້ງ Makerbox Lao
ສາມາດຕິດການເຄື່ອນໄຫວແລະຂໍ້ມູນຂ່າວສານໄດ້ທີ່: Facebook : Makerbox lao
ສຳພາດແລະຮຽບຮຽງ ໂດຍ: Tern Saiyasack ສຳເລັດໃນວັນທີ: 12/1/2022

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/