ສຸດແປກ! ພໍ່ປ່ຽນຮູບແຕ້ມຂອງລູກ ໃຫ້ກາຍເປັນຮູບແທ້


Tom Curtis ເປັນຜູ້ຊ່ຽວຊານດ້ານ Photoshop ຢູ່ລອນດອນ ປະເທດອັງກິດ, ລາວມີລູກ 2 ຄົນ ເຊິ່ງສິ່ງທີ່ເຮັດໃຫ້ Tom ເປັນທີ່ຮູ້ຈັກ ຍ້ອນການເປີດ IG (Instagram) ຊື່ວ່າ Thing I Have Drawn ທີ່ມີຜູ້ຕິດຕາມ ປະມານ 890,000 ຄົນ. ຍ້ອນການລົງຮູບ ທີ່ດັດແປງຮູບແຕ້ມຂອງລູກ ໃຫ້ອອກມາເປັນຮູບແທ້ ທີ່(ສົມມຸດວ່າ)ມີໃນໂລກ ແຕ່ຍັງຮັກສາລັກສະນະທີ່ລູກແຕ້ມທຸກຢ່າງ ມັນຈຶ່ງອອກມາເປັນຮູບແປກໆ ທີ່ເບິ່ງແລ້ວກໍທັງເປັນຕາຢ້ານ ແລະ ເປັນຕາຫົວໄປພ້ອມໆກັນ.

Tom Curtis ໄດ້ໃຫ້ສໍາພາດໃນ Bored panda ວ່າ ໃນເວລາວ່າງ ລາວມັກແຕ່ງຮູບລົງປະມານ 50 ຮູບຕໍ່ອາທິດ, ແຕ່ຫຼັງຈາກທີ່ລູກຂອງລາວ Dom (11 ປີ) ແລະ Al (9 ປີ) ເລີ່ມໃຫຍ່ຂຶ້ນ ຮູບແຕ້ມຂອງພວກເຂົາ ກໍເລີ່ມມີຄວາມຊັບຊ້ອນຫຼາຍຂຶ້ນ ສ່ວນຫຼາຍແມ່ນຈະແຕ້ມຕົວລະຄອນທີ່ມີຫົວແປກໆ ແຕ່ລາວຍັງບໍ່ທັນເຮັດຮູບພວກນັ້ນອອກມາເທື່ອ. ແຕ່ກໍຍັງດີ ທີ່ລາວຍັງເກັບຮູບແຕ້ມເກົ່າຂອງລູກໄວ້ ເພາະທຸກມື້ນີ້ ເດັກນ້ອຍມັກຫຼິ້ນເກມ ຫຼາຍກວ່າແຕ້ມຮູບ.

ເວົ້າໄດ້ວ່າ ຈິນຕະນາການຂອງເດັກນ້ອຍ ລ້ວນແລ້ວແຕ່ມີຄວາມໜ້າສົນໃຈ ແຕກຕ່າງກັນໄປ, ແຕ່ຈະດີຂຶ້ນ ຫຼື ສາມາດຕໍ່ຍອດໄປເປັນຫຼາຍໆຢ່າງໄດ້ ກໍຂຶ້ນກັບຄອບຄົວ ກໍຄື ຜູ້ໃຫຍ່ເຮົານໍາ ວ່າຈະເຫັນຄວາມສໍາຄັນສິ່ງຕ່າງໆເຫຼົ່ານັ້ນຫຼືບໍ່.

ທີ່ມາ:  https://bit.ly/3fkZ2f1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/